ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອສະເໜີເປີດເຈລະຈາ ກັບກາແດງເກົາຫຼີໃຕ້


ບ່ອນຕາກອາກາດ ທີ່ພູ Kumgang
ບ່ອນຕາກອາກາດ ທີ່ພູ Kumgang

ເກົາຫລີເໜືອໄດ້ສະເໜີເປັນເຈົ້າພາບ ໃນການເຈລະຈາຫາລື ກັບສະພາກາແດງຂອງເກົາຫຼີໃຕ້ເພື່ອ ໃຫ້ຄອບຄົວທີ່ພັດພາກ ໃນປາງສົງຄາມເກົາຫຼີ ມີໂອກາດພົບພໍ້ ກັນ.

ອົງການຂ່າວສູນກາງ ຂອງທາງການເກົາຫຼີເໜືອ ລາຍງານໃນວັນເສົາມື້ນີ້ວ່າ ຫົວໜ້າສະພາ ກາແດງ ຂອງເກົາຫຼີເໜືອ ໄດ້ສະເໜີໃນມື້ວັນສຸກວານນີ້ ໃຫ້ຫົວໜ້າສະພາກາແດງ ຂອງເກົາ ຫຼີໃຕ້ກະກຽມການປະຊຸມ ຢູ່ທີ່ບ່ອນຕາກອາກາດ ພູ Kumgang ຊຶ່ງຕັ້ງຢູ່ເໜືອບໍລິເວນຊາຍ ແດນ ຂອງປະເທດທັງສອງ ຂຶ້ນໄປໜ້ອຍນຶ່ງນັ້ນ

ເກົາຫຼີີເໜືອ ໄດ້ສະເໜີທີ່ຈະທຳການຕິດຕໍ່ ກັບເກົາຫຼີໃຕ້ ໂດຍໄວເທົ່າທີ່ຈະໄວ້ໄດ້ເພື່ອກະ ກຽມການພົບພໍ້ ຂອງບັນດາຄອບຄົວ ໃນວັນທີ 22 ເດືອນນີ້ ໂດຍເວົ້າວ່າ ການສະເໜີດັ່ງ ກ່າວ ໄດ້ມີຂຶ້ນຍ້ອນເຫດຜົນ ທາງດ້ານມະນຸດສະທຳ.

ສະພາກາແດງຂອງເກົາຫຼີໃຕ້ ທີ່ໄດ້ຮັບການສະໜັບສະໜຸນ ຈາກລັດຖະບານນັ້ນ ກ່າວວ່າ ຕົນຈະພິຈາລະນາ ເບິ່ງຂໍ້ສະເໜີດັ່ງກ່າວ ຂອງເກົາຫຼີເໜືອ ໃນທາງບວກ ແລະວ່າ ຕົນຈະ ປຶກສາຫາລື ເລື່ອງການພົບພໍ້ ຂອງບັນດາຄອບຄົວພັດພາກ ກັບລັດຖະບານ.

XS
SM
MD
LG