ເກົາຫລີໃຕ້ກ່າວວ່າ ພວກພະນັກງານຂອງຕົນທັງໝົດໄດ້ໜີອອກຈາກສະຖານທີ່ຕາກອາກາດເທິງພູທີ່ເກົາຫຼີໃຕ້ບໍລິຫານຮ່ວມກັບເກົາຫລີເໜືອນັ້ນແລ້ວ ນຶ່ງມື້ຫລັງຈາກເກົາຫລີເໜືອສັ່ງໃຫ້ພວກເຂົາເຈົ້າອອກຈາກສະຖານທີ່ດັ່ງກ່າວແລະຍຶດເອົາຊັບສິນທັງໝົດຂອງເກົາຫລີໃຕ້ໃນສະຖານທີ່ແຫ່ງນັ້ນ.
ພວກບໍລິຫານງານທີ່ບ່ອນຕາກອາກາດເທິງພູ Kumgang ກ່າວວ່າ ພວກພະນັກງານເກົາຫລີໃຕ້ 14 ຄົນພ້ອມກັບພວກພະນັກງານຈີນ 2 ຄົນໄດ້ຂ້າມຊາຍແດນເຂົ້າມາໃນເກົາຫລີໃຕ້ໃນເຊົ້າວັນອັງຄານມື້ນີ້.
ກຸງພຽງຢ້າງປະກາດຍຶດເອົາຊັບສິນທັງໝົດຂອງພວກບໍລິສັດເກົາຫລີໃຕ້ທີ່ສະຖານທີ່ຕາກອາກາດໃນວັນຈັນວານນີ້ ໂດຍກ່າວອ້າງວ່າ ລັດຖະບານກຸງໂຊນບໍ່ໄດ້ເສັດສິ້ນການແກ້ໄຂບັນຫາຂັດແຍ້ງກັນກ່ຽວກັບຊັບສິນດັ່ງກ່າວໃຫ້ແລ້ວເສັດຕາມວັນເສ້ນຕາຍໃນສັບປະດາຜ່ານມາ.
ພູ Kumgang ຊຶ່ງເທື່ອນຶ່ງເຄີຍເປັນສັນຍະລັກແຫ່ງການຮ່ວມມືກັນລະຫວ່າງຄອມມີວນິດເກົາຫລີເໜືອແລະປະຊາທິປະໄຕເກົາຫລີໃຕ້ ຊຶ່ງໄດ້ແບ່ງແຍກກັນຕັ້ງແຕ່ສົງຄາມກາງເມືອງໃນປີ 1950-53 ນັ້ນ.