ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອຍຶດຊັບສິນ ຂອງເກົາຫລີໃຕ້


ນັກທ່ອງທ່ຽວເກົາຫລີໃຕ້ຫລີ້ນນໍ້າ ຢູ່ຊາຍຫາດ ທີ່ບ່ອນຕາກອາກາດເທິງພູ Kumgang ໃນເກົາຫລີເໜືອ ທີ່ໄຂຂຶ້ນເມື່ອປີ 2002 ໃນຖານະເປັນໂຄງການຮ່ວມມືກັນລະຫວ່າງສອງເກົາຫລື. (AP Photo/Lee Jin-man, Pool)
ນັກທ່ອງທ່ຽວເກົາຫລີໃຕ້ຫລີ້ນນໍ້າ ຢູ່ຊາຍຫາດ ທີ່ບ່ອນຕາກອາກາດເທິງພູ Kumgang ໃນເກົາຫລີເໜືອ ທີ່ໄຂຂຶ້ນເມື່ອປີ 2002 ໃນຖານະເປັນໂຄງການຮ່ວມມືກັນລະຫວ່າງສອງເກົາຫລື. (AP Photo/Lee Jin-man, Pool)

ເກົາຫລີ​ເໜືອ​ປະກາດ​ໃຫ້​ຮູ້​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຕົນ​ໄດ້​ຍຶດ​ເອົາ​ຊັບ​ສິນ​ທັງ​ໝົດ​ຂອງ​ເກົາຫລີ​ໃຕ້​
ຢູ່​ສະຖານ​ທີ່​ຕາກ​ອາກາດ​ທີ່​ສອງ​ປະ​ເທດ​ບໍລິຫານ​ຮ່ວມ​ກັນ ​ແລະ​ໄດ້​ສັ່ງ​ໃຫ້​ພວກ​ຊາວ​ເກົາ
ຫລີ​ໃຕ້​ທັງ​ໝົດ​ອອກ​ຈາກ​ບ່ອນຕາກ​ອາກາດ​ແຫ່ງນັ້ນ​ໄປ.

ອົງການ​ຂ່າວ KCNA ​ຂອງ​ທາງ​ການເກົາຫລີ​ເໜືອ​ກ່າວ​ວ່າ ພວກ​ພະນັກ​ງານ​ເກົາຫລີ​ໃຕ້
ທັງ​ໝົດ​ຈະ​ຕ້ອງໜີ​ອອກ​ຈາກ​ປະ​ເທດ​ໄປ​ ພາຍ​ໃນ 72 ຊົ່ວ​ໂມງ​ ຄື​ໃນ​ວັນ​ພະຫັດ​ສັບປະດາ​
ນີ້ ​ແລະ​ພວກ​ເຂົາ​ເຈົ້າ​ຈະເອົາຊັບສິນ​ໃດໆ​ອອກ​ໄປຈາກ​ສະຖານ​ທີ່​ຕາກ​ອາກາດ​ເທິງ​ພູ
Kumgangນັ້ນ​ ບໍ່ໄດ້. ມີ​ຊາວ​ເກົາຫລີ​ໃຕ້ 14 ຄົນ ຢູ່​ບ່ອນ​ຕາກ​ອາກາດ​ແຫ່ງ​ນັ້ນ.

ຄໍາ​ປະກາດ​ເວົ້າ​ວ່າ ​ເກົາຫລີ​ໃຕ້​ໄດ້​ໝົດ​ສິດ​ທຸກ​ຢ່າງ​ໃນບັນ​ດາຊັບ​ສິນ​ທີ່​ເປັນ​ຂອງ​ພວກ​ບໍລິ
ສັດ​ເກົາຫລີ​ໃຕ້ນັ້ນ ​ເພາະວ່າ​ລັດຖະບາ​ກຸງ​ໂຊນ​ໄດ້​ພາດ​ກໍານົດເສ້ນ​ຕາຍ​ສໍາລັບແກ້​ໄຂ​ບັນ
ຫາ​ຂັດ​ແຍ້​ງກັນ​ເລື້ອງ​ຊັບ​ສິນ​ ໃນ​ວັນ​ສຸກ​ຜ່ານ​ມາ​ນີ້.

ເກົາຫລີ​ໃຕ້​ໄດ້​ເຕືອນ​ວ່າ ​ເກົາຫລີ​ເໜືອ​ຈະ​ຕ້ອງ​ເປັນ​ຜູ້​ຮັບຜິດຊອບ​ຕໍ່ຜົນສະທ້ອນ​ໃດໆ​ທີ່
ຈະ​ຕາມມາ​ພາຍຫລັງ​ສືບ​ເນື່ອງ​ມາ​ຈາກ​ການ​ຍຶດ​ເອົາ​ຊັບ​ສິນ​ເຫລົ່າ​ນີ້.

ກຸງ​ໂຊນ​ໄດ້​ງົດ​ການ​ສົ່ງ​ປະຊາຊົນ​ຂອງ​ຕົນໄປ​ທ່ອງ​ທ່ຽວ​ໃນ​ສະຖານ​ທີ່ຕາກ​ອາກາດ​ດັ່ງກ່າວ
ຫລັງ​ຈາກ​ທະຫານ​ເກົາຫລີ​ເໜືອ​ຄົນ​ນຶ່ງ​ຍິງ​ແມ່ຍິງ ເກົາຫລີ​ໃຕ້​ຄົນ​ນຶ່ງ​ຕາຍ​ ເວລາ​ນາງ​ຫລົງ​
ທາງ​ເຂົ້າ​ໄປ​ໃນ​ເຂດ​ປອດ​ທະຫານ​ທີ່ຫວງ​ຫ້າມ​ນັ້ນ​ໃນ​ເດືອນ​ກໍລະກົດ​ປີ 2008.

ເກົາຫລີ​ໃຕ້ກ່າວ​ວ່າ ຕົນ​ຈະ​ບໍ່​ສົ່ງ​ນັກ​ທ່ອງ​ທ່ຽວ​ຂອງຕົນ​ກັບ​ຄືນ​ໄປ​ຍັງ​ສະຖານ​ທີ່​ດັ່ງກ່າວ
ອີກຈົນ​ກວ່າ​ທາງ​ເກົາຫລີ​ເໜືອ​ອະນຍາດ​ໃຫ້​ມີ​ການສືບສວນ​ຢູ່​ບ່ອນ​ເກີດເຫດ​ນັ້ນ ​ແລະ
ໃຫ້ການ​ຄໍ້າປະກັນ​ໃນ​ດ້ານ​ຄວາມ ​ປອດ​ໄພ​ຢ່າງ​ແນ່ນອນ​ເສຍ​ກ່ອນ. ​ແຕ່​ທາງ​ຝ່າຍ​ກຸງ
ພຽງ​ຢ້າງ​ບໍ່​ຍອມ​ປະຕິບັດ​ຕາມ​ຄໍາ​ຮຽກຮ້ອງ​ນັ້ນ.

XS
SM
MD
LG