ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີເໜືອ ປະນາມ ການອອກອາກາດ ຂອງເກົາຫຼີໃຕ້


ແຜນທີ່ເກົາຫຼີເໜືອແລະເກົາຫຼີໃຕ້
ແຜນທີ່ເກົາຫຼີເໜືອແລະເກົາຫຼີໃຕ້

ເກົາຫຼີເໜືອຮຽກຮ້ອງໃຫ້ເກົາຫຼີໃຕ້ຢຸດເຊົາການອອກອາກາດກ່ຽວກັບການທ້ອນໂຮມຊາດໂດຍ
ເວົ້າວ່າມັນເປັນການດູຖູກແລະຍົວະໃຫ້ເກີດຄວາມໂມໂຫ.

ບົດຂຽນບົດນຶ່ງຂອງອົງການຂ່າວສູນກາງຫຼື KCNA ຂອງທາງການເກົາຫຼີເໜືອໄດ້ປະນາມ
ກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ທີ່ເລີ່ມການອອກອາກາດ ໃນອັນທີ່ KCNA ເວົ້າວ່າ
ໝາຍເຖິງການສ້າງຄວາມເຊື່ອມເສຍ ໃຫ້ແກ່ພາບພົດຂອງປະເທດຄອມມູນິສເກົາຫຼີເໜືອ.
ບົດຂຽນບົດນີ້ ຍັງໄດ້ອ້າງຄຳເວົ້າຂອງຄະນະກຳມະການເກົາຫຼີເໜືອ ທີ່ຮັບຜິດຊອບກ່ຽວກັບ ກິດຈະການລະຫວ່າງເກົາຫຼີທີ່ເອີ້ນການເຄື່ອນໄຫວດັ່ງກ່າວນີ້ວ່າ ເປັນການທ້າທາຍຍົວະໃຫ້ ເກີດຄວາມໂມໂຫຢ່າງແຮງ.

ເມື່ອໄວໆມານີ້ກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ ຊຶ່ງເປັນຜູ້ຮັບຜິດຊອບກ່ຽວກັບຄວາມ
ສຳພັນກັບເກົາຫຼີເໜືອນັ້ນ ໄດ້ເລີ່ມລາຍການອອກອາກາດທາງໂທລະພາບປະຈຳສັບປະດາ ແລະເລີ່ມອອກອາກາດທາງວິທະຍຸຜ່ານອິນເຕີແນັດປະຈຳວັນເພື່ອສ້າງຄວາມຕື່ນໂຕໃຫ້ແກ່
ປະຊາຊົນກ່ຽວກັບຄວາມເປັນໄປໄດ້ໃນການທີ່ອາດຈະມີການທ້ອນໂຮມເຂົ້າເປັນປະເທດນຶ່ງ
ດຽວກັບເກົາຫຼີເໜືອ.

ກ່ອນໜ້ານີ້ ພຽງຢາງກໍໄດ້ທຳການຂົ່ມຂູ່ທາງທະຫານ ເປັນລຳດັບມາ ຕໍ່ເກົາຫຼີໃຕ້ກ່ຽວກັບ ເລື່ອງໃບປິວໂຄສະນາຊວນເຊື່ອທີ່ເກົາຫຼີເໜືອອ້າງວ່າແນໃສ່ເພື່ອໂຄ່ນລົ້ມອຳນາດການປົກ
ຄອງຄອມມູນິສນັ້ນ. ພວກຊາວເກົາຫຼີເໜືອທີ່ໂຕນໜີແລະພວກນັກເຄື່ອນໄຫວຊາວເກົາຫຼີ
ໃຕ້ໄດ້ພາກັນສົ່ງໃບປິວເຫຼົ່ານີ້ຂ້າມຊາຍແດນເຂົ້າໄປໃນເກົາຫຼີເໜືອ ໂດຍທາງໝາກປູມເປົ້າ
ຂະໜາດໃຫຍ່.

ຄວາມສຳພັນລະຫວ່າງເກົາຫຼີທັງສອງໄດ້ຊຸດໂຊມລົງນັບແຕ່ປະທານາທິບໍດີ Lee Myung-
bak ເຂົ້າຮັບຕຳແໜ່ງໃນປີ 2008 ແລະຕ້ອງການຢາກເຫັນຫຼັກຖານ ຂອງຄວາມກ້າວໜ້າ
ກ່ຽວກັບການປົດອາວຸດນິວເຄລຍຂອງເກົາຫຼີເໜືອເພື່ອແລກປ່ຽນກັບການໃຫ້ຄວາມຊ່ອຍເຫຼືອ.

XS
SM
MD
LG