ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສອງເກົາຫຼີ ເລີ້ມເຈລະຈາ ເພື່ອຈັດ ການພົບພໍ້ ຄອບຄົວ ທີ່ພັດພາກ (ວີດີໂອ)


ທ່ານ Ryu Young-il (ຊ້າຍ) ຈາກເກົາຫຼີເໜືອ ພວມປ້ອນອາຫານ ໃຫ້ພໍ່ຂອງລາວ ທ່ານ Ryu Hae-chan ຈາກເກົາຫຼີໃຕ້ ໃນລະຫວ່າງຮັບປະທານອາຫານທ່ຽງຮ່ວມກັນ ທີ່ເກົາ ຫຼີເໜືອ. ພວກທ່ານໄດ້ພັດພາກຈາກກັນ ໃນລະຫວ່າງ ສົງຄາມເກົາຫຼີ.
ທ່ານ Ryu Young-il (ຊ້າຍ) ຈາກເກົາຫຼີເໜືອ ພວມປ້ອນອາຫານ ໃຫ້ພໍ່ຂອງລາວ ທ່ານ Ryu Hae-chan ຈາກເກົາຫຼີໃຕ້ ໃນລະຫວ່າງຮັບປະທານອາຫານທ່ຽງຮ່ວມກັນ ທີ່ເກົາ ຫຼີເໜືອ. ພວກທ່ານໄດ້ພັດພາກຈາກກັນ ໃນລະຫວ່າງ ສົງຄາມເກົາຫຼີ.
ເກົາຫລີເໜືອ ແລະເກົາຫລີໃຕ້ ເລີ້ມການເຈລະຈາກັນ ກ່ຽວກັບ
ການຈັດໃຫ້ມີການພົບພໍ້ ລະຫວ່າງຄອບຄົວທີ່ພັດພາກຈາກກັນ
ຍ້ອນສົງຄາມເກົາຫຼີ.

ກຸງໂຊລ ກ່າວໃນວັນພະຫັດມື້ວານນີ້ວ່າ ພຽງຢາງໄດ້ຕົກລົງຮັບ
ເອົາຂໍ້ສະເໜີຂອງຕົນ ທີ່ຢາກໃຫ້ຈັດ ການພົບປະກັນ ຢູ່ທີ່ບ້ານ
Panmunjom ຊຶ່ງເປັນບ້ານຊາຍແດນທີ່ຕັ້ງຢູ່ໃນເຂດຂອງເກົາ
ຫຼີໃຕ້. ໄດ້ສາມປີມາແລ້ວ ນັບແຕ່ໄດ້ມີການພົບພໍ້ກັນ ຢ່າງເປັນ
ທາງການເທື່ອແລ້ວລະຫວ່າງຄອບຄົວຂອງຊາວເກົາຫຼີ ທີ່ຕ້ອງ ໄດ້ພັດພາກຈາກກັນຍ້ອນບັນຫາຂັດແຍ້ງໃນ ຊຸມປີ 1950.

ກະຊວງທ້ອນໂຮມຊາດຂອງເກົາຫລີໃຕ້ຍັງກ່າວອີກວ່າ ເກົາຫລີເໜືອໄດ້ສະເໜີໃຫ້ມີການ ການເຈລະຈາກັນໂດຍໄວ ກ່ຽວກັບການເລີ້ມອະນຸຍາດໃຫ້ຊາວເກົາຫລີໃຕ້ໄປທ່ຽວຄືນອີກ ຢູ່ບ່ອນຕາກອາກາດເທິງພູ Kumgang. ກຸງໂຊລໄດ້ໂຈະບໍ່ໃຫ້ຊາວເກົາຫຼີໃຕ້ໄປຢ້ຽມຢາມ ສະຖານທີ່ດັ່ງກ່າວ ໃນປີ 2008 ລຸນຫລັງທີ່ທະຫານເກົາຫຼີເໜືອ ໄດ້ຍິງນັກທ່ອງທ່ຽວແມ່ຍິງ ຊາວເກົາຫລີໃຕ້ຄົນນຶ່ງຕາຍ ຫຼັງຈາກນາງໄດ້ລ່ວງເຂົ້າໄປໃນເຂດຫວງຫ້າມ.

ການເຈລະຈາທີ່ວ່ານີ້ແມ່ນເປັນທ່າທີອັນຫຼ້າສຸດທີ່ສະແດງໃຫ້ເຫັນເຖິງການຢາກສ້າງຄວາມ ປອງດອງກັນ ຫຼັງຈາກໄດ້ເກີດຄວາມເຄັ່ງຕຶງ ມາເປັນເວລາຫຼາຍໆເດືອນ ລະຫວ່າງປະເທດ ທັງສອງທີ່ເປັນຄູ່ປໍລະປັກກັນ. ໃນອາທິດແລ້ວ ເກົາຫລີທັງສອງ ໄດ້ຕົກລົງກັນທີ່ຈະເປີດເຂດ ອຸດສະຫະກໍາ Kaesong ທີ່ບໍລິຫານງານຮ່ວມກັນນັ້ນຄືນອີກ.

KOREAS RELATIONS
please wait
Embed

No media source currently available

0:00 0:00:33 0:00
XS
SM
MD
LG