ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກເຄື່ອນໄຫວ ເກົາຫຼີໃຕ້ ຫວ່ານໃບປີວ ລົງໃສ່ ເມືອງຊາຍແດນ ເກົາຫລີເໜືອ


ປູມເປົ້າທີ່ຂົນໃບປິວ ຂອງພວກນັກເຄື່ອນໄຫວ ແລະຫວ່ານລົງໃສ່ເມືອງປາຈູ.
ປູມເປົ້າທີ່ຂົນໃບປິວ ຂອງພວກນັກເຄື່ອນໄຫວ ແລະຫວ່ານລົງໃສ່ເມືອງປາຈູ.

ພວກ​ນັກ​ເຄື່ອນ​ໄຫວ​ເກົາຫຼີ​ໃຕ້ ​ໄດ້​ຫວ່ານ​ໃບ​ປິວ​ໂຄສະນາ​ຫຼາຍ
ສິບ​ພັນ​ໃບ ລົງໃສ່​ຫົວເມືອງ​ຊາຍ​ແດນ​ແຫ່ງ​ນຶ່ງ ​ຂອງ​ເກົາຫຼີ​ເໜືອ
ເພື່ອ​ໄວ້ອາ​ໄລ​ລະນຶກ​ເຖິງວັນ​ຄົບຮອບ​ຫົກ​ປີໃນ​ການ​ຍິງ​ເຮືອ​ລົບ
ເກົາຫຼີ​ໃຕ້​ລຳ​ນຶ່ງ​ຫລົ້ມທີ່​ເຮັດ​ໃຫ້ພວກ​ລູກ​ເຮືອ 46 ຄົນ​ເສຍ​ຊີວິດ
ໄປ​ນັ້ນ.

​ເກົາຫຼີ​ໃຕ້​ໄດ້​ຖິ້ມ​ໂທດ​ໃສ່​ເກົາຫຼີ​ເໜືອ ​ເປັນຜູ້​ຍິງ​ເຮືອ​ລຳ​ດັ່ງກ່າວ
​ຫລົ້ມ ​ແລະ​ເພື່ອ​ເປັນ​ການ​ຕອບ​ໂຕ້ ກໍ​ໄດ້​ມີ​ການ​ໂຈະ​ ຄວາມ​ສຳ
ພັນ​ທາງ​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນກັບ​ພຽງ​ຢາງ.

​ໃບ​ປິວປະມານ 50,000 ​ໃບທີ່ຖືກ​ຫວ່ານ​ລົງຈາກປູມ​ເປົ້າ​ໃຫຍ່​
ຫຼືບານ​ລູນ​ ຢູ່​ເມືອງປາ​ຈູ ໃນວັນ​ເສົາ​ມື້ນີ້ ຊຶ່ງມີ​ຂໍ້ຄວາມ​ ປະນາມ​ການກຳ​ອຳນາດ​ແບບ​ຜະ​ເດັດການ ​ທີ່​ມີ​ມາ​ເປັນປະ​ເພນີ​ຂອງ​ເກົາຫຼີ​ເໜືອຊຶ່ງ​ມີ​ຈຸດ​ສູນ​ກາງ​ຢູ່​ໃນ​ຄອບຄົວ​ນຶ່ງ. ​ພວກ​
ເຂົາ​ເຈົ້າ​ຮຽກຮ້ອງ​ໃຫ້​ຈອມ​ຜະເດັດ​ການ​ກິມຈົງ​ອຸນລາ​ອອກແລະ​ຢຸດເຊົາ​ໃນການ​ຂົ່ມຂູ່​ປະ
​ເທດ​ຕາ​ເວັນ​ຕົກ​ດ້ວຍ​ສົງຄາມນິວ​ເຄລຍ.

ວັນ​ເສົາ​ມື້ນີ້ ​ເປັນ​ວັນ​ຄົບຮອບ ​ໃນ​ການ​ຍິງ​ເຮືອ​ລົບ Cheonan ຫລົ້ມ ທີ່​ເກົາຫຼີ​ໃຕ້ ​ໄດ້​ຖິ້ມ​
ໂທດ​ໃສ່​ວ່າ ​ເປັນ​ລະ​ເບີດ​ທໍ​ປີ​ໂດ ຈາກ​ເຮືອ​ດຳ​ນ້ຳ​ເກົາຫລີ​ເໜືອ.

​ເກົາຫລີເໜືອ​ໄດ້​ຕອບ​ໂຕ້​ດ້ວຍ​ການຖິ້ມ​ໃບ​ປິວ​ລົງ​ໃສ່​ເກົາຫຼີໃຕ້ເຊັ່ນ​ດຽວ​ກັນ​ໃນ​ວັນ​ເສົາ​ມື້
ນີ້ໂດຍ​ຕຳ​ໜິຕິຕຽນ​ລັດຖະບານ​ປະຊາທິປະ​ໄຕ​ຂອງ​ເກົາຫຼີ​ໃຕ້​ແລະ​ປະທານາທິບໍດີ Park
Geun-hye.

Koreas Propaganda
please wait
Embed

No media source currently available

0:00 0:01:07 0:00

XS
SM
MD
LG