ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ແລະປະທານາທິບໍດີ ມູນ ແຈ ອິນ ແຫ່ງເກົາຫຼີໃຕ້ ຈະຈັດ
ກອງປະຊຸມສຸດຍອດ ສອງຝ່າຍ ໃນວັນທີ 27 ເມສາ ຈະມາເຖິງນີ້.
ວັນປະຫວັດສາດໃນການພົບປະກັນດັ່ງກ່າວ ແມ່ນກຳນົດກັນໃນວັນພະຫັດມື້ນີ້
ໃນຂະນະທີ່ ມີການປະຊຸມກັນລະຫວ່າງທູດພິເສດຈາກທັງສອງຝ່າຍເກົາຫຼີທີ່ບ້ານ
ສະຫງົບເສິກຊາຍແດນ ປັນມຸນຈອມ ທີ່ຕັ້ງຢູ່ໃນເຂດປອດທະຫານ ທີ່ແບ່ງເກົາຫຼີ
ຊຶ່ງເປັນຄູ່ປໍລະປັກທັງສອງ ອອກຈາກກັນ ນັບຕັ້ງແຕ່ສົງຄາມກາງເມືອງ ໃນປີ 1950
ຫາ 53. ຜູ້ນຳຂອງເກົາຫຼີເໜືອ ແລະເກົາຫຼີໃຕ້ ໄດ້ພົບປະກັນພຽງແຕ່ 2 ຄັ້ງເທົ່ານັ້ນ
ນັບຕັ້ງແຕ່ໄດ້ແບ່ງແຍກອອກຈາກກັນແລ້ວນັ້ນ ຄັ້ງທຳອິດແມ່ນໃນປີ 2000 ແລະຄັ້ງຫຼ້າ
ສຸດແມ່ນປີ 2007.
ຂໍ້ຕົກລົງຂອງການພົບປະສຸດຍອດລະຫວ່າງເກົາຫຼີ ແມ່ນໄດ້ບັນລຸກັນ ບໍ່ເທົ່າໃດມື້
ຫຼັງຈາກກິມ ຈົງ ອຶນ ໄດ້ທຳການຢ້ຽມຢາມຈີນແບບບໍ່ຄາດຝັນ ຊຶ່ງແມ່ນການຢ້ຽມຢາມ
ຕ່າງປະເທດ ເທື່ອທຳອິດ ນັບຕັ້ງແຕ່ໄດ້ຂຶ້ນກຳອຳນາດ ໃນປີ 2011 ຫຼັງຈາກທີ່ ພໍ່
ຂອງລາວໄດ້ເຖິງແກ່ອະສັນຍະກຳ ກໍຄືທ່ານ ກິມ ຈົງອິລ. ຈີນ ກ່າວວ່າ ທ່ານກິມ
ໄດ້ຢືນຢັນ ເຖິງຄວາມໝາຍໝັ້ນທີ່ຈະເຮັດໃຫ້ແຫຼມເກົາຫຼີເປັນເຂດປອດນິວເຄລຍ
ແລະການພົວພັນທີ່ຈະໂອ້ລົມກັນກັບເກົາຫຼີໃຕ້ ແລະສະຫະລັດ ໃນຂະນະທີ່ທຳການ
ໂອ້ລົມສົນທະນາກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ.
ທູດພິເສດເກົາຫຼີເໜືອ ແລະເກົາຫຼີໃຕ້ ຈະພົບປະກັນອີກ ໃນວັນພຸດສັບປະດາໜ້າ
ໃນວັນທີ 4 ເມສາ ເພື່ອສະຫຼຸບລາຍລະອຽດຂອງການພົບປະສຸດຍອດລະຫວ່າງກິມ
ແລະທ່ານມູນ.
ການພົບປະສຸດຍອດດັ່ງກ່າວ ມີຂຶ້ນນຶ່ງປີ ຫຼັງຈາກທີ່ໄດ້ເກີດຄວາມເຄັ່ງຕຶງເພີ້ມຂຶ້ນ
ລະຫວ່າງ ພຽງຢາງແລະໂຊລ ກ່ຽວກັບໂຄງການທົດລອງອາວຸດນິວເຄລຍ ແລະລູກ
ສອນໄຟຂີປະນາວຸດນັ້ນ ແລະການກ່າວໂຈມຕີດ້ວຍຄຳເວົ້າທີ່ຫຍາບຄາຍລະຫວ່າງ
ເກົາຫຼີເໜືອ ກັບປະທານາ ທິບໍດີສະຫະລັດ ທ່ານດໍໂນລ ທຣຳ. ສາຍພົວພັນ ແມ່ນໄດ້
ດີຂຶ້ນຢ່າງວ່ອງໄວ ຫຼັງຈາກທີ່ ທ່ານມູນ ໄດ້ຮັບການເຊີນແບບບໍ່ຄາດຝັນຂອງກິມ ຈົງອຶນ
ໃນວັນປີໃໝ່ ທີ່ສະເໜີໃຫ້ພວກນັກກິລາເກົາຫຼີເໜືອ ໄດ້ເຂົ້າຮ່ວມການແຂ່ງຂັນໃນ
ໂອລິມປິກ ລະດູໜາວ ທີ່ເມືອງພຽງຈາງ ໃນເດືອນກຸມພາຜ່ານມານີ້.
ປະທານາທິບໍດີມູນ ໄດ້ມີປະຕິກິລິຍາຕອບ ໂດຍການສົ່ງທູດພິເສດໄປຍັງພຽງຢາງ
ເພື່ອພົບປະກັບກິມ ຈົງອຶນ ເພື່ອແຜ້ວທາງໄປສູ່ການພົບປະສຸດຍອດໃນວັນພະຫັດ
ຈະມາເຖິງນີ້.
ທ່ານທຣຳ ໄດ້ຮັບຂໍ້ຕົກລົງຂອງກິມ ຈົງອຶນ ໃນການພົບປະສຸດຍອດ ແບບນຶ່ງຕໍ່ນຶ່ງ
ທີ່ຄາດ ວ່າຈະມີຂຶ້ນໃນເດືອນພຶດສະພາທີ່ຈະມາເຖິງນີ້.