ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ຂັດຂວາງ ບໍ່ໃຫ້ສົ່ງ ໃບປິວ ເຂົ້າໄປໃນ ເກົາຫຼີເໜືອ


ພວກນັກເຄື່ອນໄຫວ ພາກັນຮ້ອງຄຳຂວັນວ່າ "ປົດປ່ອຍ ເພື່ອນຮ່ວມຊາດ ຊາວເກົາຫຼີເໜືອ" ທີ່ສວນສັນຕິພາບ ໃກ້ໆເຂດປອດທະຫານ 4 ພຶດສະພາ, 2013 (R. Kalden/VOA)
ພວກນັກເຄື່ອນໄຫວ ພາກັນຮ້ອງຄຳຂວັນວ່າ "ປົດປ່ອຍ ເພື່ອນຮ່ວມຊາດ ຊາວເກົາຫຼີເໜືອ" ທີ່ສວນສັນຕິພາບ ໃກ້ໆເຂດປອດທະຫານ 4 ພຶດສະພາ, 2013 (R. Kalden/VOA)
ຕຳຫຼວດເກົາຫຼີໃຕ້ເຂົ້າຂັດຂວາງບໍ່ໃຫ້ອົງການຈັດຕັ້ງຂອງພວກທີ່
ໂຕນໜີມາແຕ່ ເກົາຫຼີເໜືອສົ່ງໝາກປູມເປົ້າຫຼືບານລູນລຳລຽງໃບ
ປິວຂ້າມຊາຍແດນທີ່ມີການຍາມຮັກສາການຢ່າງເຄັ່ງຄັດເຂົ້າໄປ ໃນເກົາຫຼີເໜືອ.

ເຈົ້າໜ້າທີ່ໄດ້ຂັດຂວາງ ບໍ່ໃຫ້ພວກນັກລົບທີ່ຕໍ່ສູ້ເພື່ອໃຫ້ເກົາຫລີ
ເໜືອມີເສລີພາບແລະພວກປະທ້ວງອື່ນໆເດີນທາງໄປຫາເມືອງ
Imjangak ບ່ອນທີ່ພວກເຂົາເຈົ້າ ມີແຜນການທີ່ຈະສົ່ງບານລູນ
ເຂົ້າໄປ ໃນເກົາຫຼີເໜືອ. ແຕ່ແນວໃດກໍຕາມ ເຈົ້າໜ້າທີ່ໄດ້ອະນຸ ຍາດໃຫ້ພວກເດີນຂະບວນຈຳນວນນຶ່ງຜ່ານໄປເພື່ອປະທ້ວງປະ ຫວັດການເຄົາລົບນັບຖືສິດທິມະນຸດທີ່ໜ້າເສົ້າໃຈຂອງພຽງຢາງ.

ປະຊາຊົນໃນເຂດທ້ອງຖິ່ນພາກັນຄັດຄ້ານຕໍ່ການສົ່ງບານລູນຂ້າມຊາຍແດນທັງນີ້ກໍຍ້ອນ ວ່າຜ່ານມາເກົາຫຼີເໜືອໄດ້ຂູ່ວ່າຈະຍິງໂຈມຕີບ່ອນທີ່ໃຊ້ສົ່ງໃບປິວຕໍ່ຕ້ານພຽງຢາງ.
XS
SM
MD
LG