ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສອງເກົາຫຼີ ຈະເປີດການເຈລະຈາ ກ່ຽວກັບ ເລື່ອງນິວເຄລຍ


ຫົວໜ້າເຈລະຈາໃນດ້ານນິວເຄລຍຂອງເກົາຫຼີໃຕ້ ທ່ານ Wi Sung-lac
ຫົວໜ້າເຈລະຈາໃນດ້ານນິວເຄລຍຂອງເກົາຫຼີໃຕ້ ທ່ານ Wi Sung-lac

ທູດພິເສດທາງດ້ານນິວເຄລຍຂອງເກົາຫຼີໃຕ້ແລະເກົາຫຼີເໜືອຈະພົບປະກັນທີ່ກຸງປັກກິ່ງໃນ
ອາທິດໜ້າ ໃນການດຳເນີນຄວາມພະຍາຍາມອີກຄັ້ງນຶ່ງເພື່ອລິເລີ່ມການເຈລະຈາຄືນໃໝ່ ກ່ຽວກັບໂຄງການອາວຸດນິວເຄລຍຂອງເກົາຫຼີເໜືອທີ່ຕົກຢູ່ໃນສະພາບບໍ່ໄປບໍ່ມານັ້ນ.

ໂຄສົກຄົນນຶ່ງ ທີ່ກະຊວງການຕ່າງປະເທດເກົາຫຼີໃຕ້ກ່າວວ່າ ທ່ານ Wi Sung Lac ຈະ
ເດີນທາງໄປປະເທດຈີນ ພ້ອມກັບຄູ່ຕຳແໜ່ງຝ່າຍເກົາຫຼີເໜືອ ທ່ານ Ri Yong Ho ໃນ
ລະຫວ່າງກາງອາທິດໜ້າ ໂດຍປາດສະຈາກການຢືນຢັນກ່ຽວກັບວັນເວລາທີ່ຄັກແນ່.

ທູດພິເສດທັງສອງໄດ້ໂອ້ລົມເຈລະຈາກັນ ໃນເດືອນກໍລະກົດຜ່ານມາ ໃນລະຫວ່າງກອງ
ປະຊຸມວ່າດ້ວຍຄວາມໝັ້ນຄົງພູມີພາກຂອງອາຊ່ຽນ ທີ່ເກາະບາຫຼີ ປະເທດອິນໂດເນເຊຍ ຊຶ່ງເປັນການເຈລະຈາເທື່ອທຳອິດລະຫວ່າງປະເທດທັງສອງນັບແຕ່ການເຈລະຈາ 6 ຝ່າຍ
ໄດ້ພັງທະລາຍລົງ ໃນເດືອນທັນວາປີ 2008.

ການໂອ້ລົມທີ່ວ່ານີ້ໄດ້ຕິດຕາມມາດ້ວຍການເຈລະຈາອີກຮອບນຶ່ງລະຫວ່າງເຈົ້າໜ້າທີ່ສະ
ຫະລັດແລະເກົາຫຼີເໜືອ ຢູ່ທີ່ນະຄອນນິວຢອກ.

XS
SM
MD
LG