ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄງການນິວເຄລຍຂອງເກົາຫຼີເໜືອ


ການຖະແຫຼງຂ່າວ ຂອງລັດຖະມົນຕີ ການຕ່າງປະເທດເກົາຫຼີໃຕ້ ທ່ານ Kim Sung-hwan
ການຖະແຫຼງຂ່າວ ຂອງລັດຖະມົນຕີ ການຕ່າງປະເທດເກົາຫຼີໃຕ້ ທ່ານ Kim Sung-hwan

ລັດຖະມົນຕີການຕ່າງປະເທດເກົາຫຼີໃຕ້ກ່າວວ່າ ລັດຖະບານ
ຂອງ​ທ່ານພວມທຳການສືບສວນກ່ຽວກັບລາຍງານຂ່າວທີ່ວ່າ
ເກົາຫຼີເໜືອອາດມີສະຖານ ທີ່ກັ່ນທາດຢູເຣນຽມແຫ່ງອື່ນອີກ
ນອກໄປຈາກບ່ອນທີ່ເກົາຫຼີເໜືອ ໄດ້ພານັກວິທະຍາສາດອະ
ເມຣິກັນຄົນນຶ່ງ​ໄປເບິ່ງ ໃນເດືອນແລ້ວ.

ໃນ​ຂະນະ​ດຽວ​ກັນຈີນ​ກ່າວ​ວ່າພວກ​ເຈົ້າ​ໜ້າ​ທີ່​ເກົາຫລີ​ເໜືອ
ໄດ້​ຍອມຮັບວ່າ ມີຄວາມ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ຫລີກ​ລ່ຽງບໍ່​ໃຫ້​
ຄວາມ​ເຄັ່ງຕຶງ​ລະຫວ່າງ​ສອງ​ເກົາຫລີທະວີ​ຮ້າຍ​ແຮງ​ຂຶ້ນ.

ລັດຖະມົນຕີການຕ່າງປະເທດເກົາຫຼີໃຕ້ ທ່ານ Kim Sung-hwan ກ່າວໃນກອງປະຊຸມ
ຖະແຫຼງຂ່າວໃນວັນອັງຄານມື້ນີ້ວ່າເກົາຫຼີໃຕ້ໄດ້ຮັບຂ່າວກອງວ່າເກົາຫຼີເໜືອ ອາດມີບ່ອນ
ກັ່ນທາດຢູເຣນຽມແຫ່ງອື່ນ ແລະໄດ້ຕິດຕາມເບິ່ງເລື່ອງນີ້ ມາໄດ້ໄລຍະນຶ່ງແລ້ວ.

ໜັງສືພິມ Chosun Ilbo ສະບັບທີ່ອອກໃນວັນອັງຄານມື້ນີ້ ໄດ້ອ້າງຄຳເວົ້າ ຂອງແຫຼ່ງ
ຂ່າວສືບລັບທີ່ບໍ່ໄດ້ລະບຸຊື່ທີ່ກ່າວວ່າ ເກົາຫຼີໃຕ້ແລະສະຫະລັດເຊື່ອວ່າເກົາຫຼີເໜືອອາດ
ມີບ່ອນກັ່ນທາດຢູເຣນຽມ 3 ຫຼື 4 ແຫ່ງນອກເໜືອໄປຈາກບ່ອນທີ່ມີການເປີດເຜີຍໃຫ້
ຮູ້ເມື່ອໄວໆມານີ້ ທີ່ໂຮງໄຟຟ້າ Yongbyon ນັ້ນ.

XS
SM
MD
LG