ການດໍາເນີນຂັ້ນຕອນທາງການທູດກ່ຽວກັບນີວເຄລຍໃນເອເຊຍໄດ້ເພີ່ມທະວີຂຶ້ນໃນວັນພຸດມື້ນີ້ 1 ມື້ຫລັງຈາກອັນທີ່ມີການບັນລະຍາຍກັນ ວ່າເປັນພົບປະເຈລະຈາໃນທາງບວກທີ່ນະຄອນເຈເນວາລະຫວ່າງພວກນັກເຈລະຈາສະຫະລັດແລະເກົາຫລີເໜືອນັ້ນ.
ຮອງນາຍົກລັດຖະມົນຕີຈີນ ທ່ານ Li Keqiang ໄດ້ພົບປະກັນກັບປະ ທານາທິບໍດີ Lee Myung-bak ແຫ່ງເກົາຫລີໃຕ້ ທີ່ກຸງໂຊນ ຫລັງຈາກເສັດສິ້ນການໂອ້ລົມສົນທະນາກັນກັບທ່ານ ກິມຈົງອີລ ຜູ້ນໍາເກົາຫລີເໜືອທີ່ກຸງພຽງຢ້າງນັ້ນ ແລະຫົວໜ້າທູດພິເສດດ້ານນີວເຄລຍຂອງເກົາຫລີໃຕ້ໄດ້ບິນໄປຍັງຣັດເຊຍເພື່ອທໍາການໂອ້ລົມສົນທະນາກັນກ່ຽວກັບຄວາມຄືບໜ້າຄັ້ງຫລ້າສຸດ ກັບຄູ່ຕໍາແໜ່ງຝ່າຍຣັດເຊຍນັ້ນ.
ທ່ານ Leon Panetta ລັດຖະມົນຕີປ້ອງກັນປະເທດສະຫະລັດ ທີ່ເດີນທາງໄປຮອດກຸງໂຊນໃນວັນພຸດມື້ນີ້ ເພື່ອເຂົ້າຮ່ວມໃນການພົບປະຫາລືກັນດ້ານປ້ອງກັນປະເທດຕາມທໍາມະດານັ້ນ ເບິ່ງຄືວ່າ ຈະທໍາການໂອ້ລົມສົນທະນາກ່ຽວກັບຄວາມພະຍາຍາມຮອບຫລ້າສຸດເຊ່ນກັນເພື່ອລິເລີ້ມການໄຂການພົບປະເຈລະຈາກັນ 6 ຝ່າຍຄືນໃໝ່ກ່ຽວກັບໂຄງ ການນີວເຄລຍຂອງເກົາຫລີເໜືອນັ້ນ.