ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫລີໃຕ້ວ່າ ເກົາຫລີເໜືອວາງແຜນ ລອບສັງຫານ ລມຕ ປ້ອງກັນປະເທດຂອງຕົນ


ທະຫານເກົາຫລີເໜືອສັງເກດການເບິ່ງການເຄື່ອນໄຫວໃນເຂດປອດທະຫນ ທາງຟາກຂອງເກົາຫລີໃຕ້ ໃນລະຫວ່າງ
ການຢ້ຽມຢາມຂອງນາຍພົນ James Thurman,
ຜູ້ບັນຊາການຄົນໃໝ່ຂອງກອງທັບສະຫະລັດໃນເກົາຫລີໃຕ້ ເມື່ອວັນທີ 15 ກໍລະກົດ 2011.
ວັນທີ 10 ສິງຫາ 2011
ທະຫານເກົາຫລີເໜືອສັງເກດການເບິ່ງການເຄື່ອນໄຫວໃນເຂດປອດທະຫນ ທາງຟາກຂອງເກົາຫລີໃຕ້ ໃນລະຫວ່າງ ການຢ້ຽມຢາມຂອງນາຍພົນ James Thurman, ຜູ້ບັນຊາການຄົນໃໝ່ຂອງກອງທັບສະຫະລັດໃນເກົາຫລີໃຕ້ ເມື່ອວັນທີ 15 ກໍລະກົດ 2011. ວັນທີ 10 ສິງຫາ 2011

ບັນດາອົງການ​ຂ່າວໃນເກົາຫລີ​ໃຕ້​ກ່າວ​ວ່າ ​ເກົາຫລີ​ເໜືອ​ວາງ​ແຜນ​ສັງຫານ​ລັດຖະມົນ
ຕີ​ປ້ອງ​ກັນ​ປະ​ເທດ​ເກົາຫລີ​ໃຕ້ ຍ້ອນ​ທ່າ​ທີ​ອັນແຂງ​ກະດ້າງ​ຂອງ​ທ່ານ ​ຕໍ່​ອໍານາດ​ປົກ
ຄອງ​ຄອມ​ມີ​ວນິດ​ເກົາຫລີ​ເໜືອ​ນັ້ນ.

ພວກອົງການ​ຂ່າວເຫລົ່າ​ນີ້ ອ້າງ​ຄໍາ​ເວົ້າ​ຂອງແຫ​ລ່ງຂ່າວ​ລັດຖະບານ ທີ່​ກ່າວ​ວ່າ ອົງການ
​ສືບລັບ​ເກົາຫລີ​ໃຕ້​ໄດ້​ຮັບ​ລາຍ​ງານ​ວ່າ ​ເກົາຫລີ​ເໜືອ ໄດ້​ສົ່ງ​ທີ​ມນຶ່ງ​ມາຍັງ​ເກົາຫລີໃຕ້
ເພື່ອລອບ​ສັງຫານລັດຖະມົນຕີ​ປ້ອງ​ກັນປະ​ເທດ​ Kim Kwan-jin ແລະ​ວ່າ​ ບັນດາ​ເຈົ້າ
​ໜ້າ​ທີ່​ກອງທັບ ​ແລະ​ສືບ​ລັບ​ຍັງບໍ່​ທັນ​ໄດ້​ລົງຄວາ​ມ​ເຫັນ​ເທື່ອ​ວ່າ​ ພວກ​ທີ່​ຈະ​ມາລອບສັງ
ຫານ​ນັ້ນ ແມ່ນ​ມາ​ຈາກເກົາຫລີ​ເໜືອ ຫລື​ວ່າ​ເປັນ​ຄົນ​ຊາດ​ອື່ນໆ​ທີ່​ເຂົ້າ​ມາ​ຍັງ​ເກົາຫລີ​ໃຕ້
ຈາກ​ປະ​ເທດ​ທີ​ 3 ຕາມຄໍາສັ່ງຂອງກຸງພຽງຢ້າງນັ້ນ.

ລັດຖະມົນຕີປ້ອງກັນປະເທດເກົາຫລີໃຕ້ໄດ້ປະຕິຍານມາວ່າ ກຸງໂຊນຈະທໍາການຕອບໂຕ້
ດ້ວຍກໍາລັງ ຖ້າເກົາຫລີເໜືອຫາກດໍາເນີນການໂຈມຕີທາງທະຫານຕື່ມອີກຕໍ່ເກົາຫລີໃຕ້.
ປະຊາຊົນ 4 ຄົນເສຍຊີວິດ ເວລາເກົາຫລີເໜືອຍິງປືນໃຫຍ່ໃສ່ເກາະນ້ອຍແຫ່ງນຶ່ງຂອງ
ເກົາຫລີໃຕ້ ຢູ່​ໃກ້ຊາຍແດນ​ເກົາຫລີ​ເໜືອໃນເດືອນທັນວາປີແລ້ວນີ້.

ສື່ມວນຊົນທາງການຂອງເກົາຫລີເໜືອ​ໄດ້ປະນາມທ່ານ Kim Kwan-jin ວ່າ ເປັນຄົນ
ທໍລະ​ຍົດ​ຕໍ່ຊາດ.

ໃນອະດີດຜ່ານມາ ເກົາຫລີເໜືອໄດ້ສົ່ງພວກສາຍລັບຫລາຍຄົນເຂົ້າໄປຍັງເກົາຫລີໃຕ້ ເພື່ອ
ລອບສັງຫານພວກເຈົ້າໜ້າທີ່ຄົນສໍາຄັນໆຂອງເກົາຫລີຫລີໃຕ້ ແລະພວກທີ່ໂຕນໜີຈາກ
ເກົາຫລີເໜືອ​ມາ. ຫລານຊາຍຄົນນຶ່ງຂອງທ່ານກິມຈົງອິລ ຜູ້ນໍາເກົາຫລີເໜືອທີ່ໄດ້ໂຕນໜີ
ຈາກເກົາຫລີເໜືອນັ້ນ ໄດ້ຖືກຄາດຕະກໍາໂດຍພວກສາຍລັບເກົາຫລີເໜືອໃນກຸງໂຊນໃນປີ
1997.

XS
SM
MD
LG