ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຜ່ອນຜັນ ໃຫ້ເກົາຫຼີ​ເໜືອ ​ເຂົ້າ​ຮ່ວມກິລາ ໂອ​ລິ​ມປິກ ເກີດການໂຕ້ຖຽງ ຢູ່ ເກົາຫຼີໃຕ້


ພວກປະທ້ວງເກົາຫຼີໃຕ້ ພາກັນຈູດຮູບແຕ້ມ ຜູ້ນຳເກົາຫຼິເໜືອ ທ່ານກິມ ຈົງ ອຶນ ລະຫວ່າງການຢ້ຽມຢາມ ຂອງທ່ານນາງ ຮີຍອນ ຈົງ ວູລ ຫົວໜ້າສິນລະປະເກົາຫຼີເໜືອ.
ພວກປະທ້ວງເກົາຫຼີໃຕ້ ພາກັນຈູດຮູບແຕ້ມ ຜູ້ນຳເກົາຫຼິເໜືອ ທ່ານກິມ ຈົງ ອຶນ ລະຫວ່າງການຢ້ຽມຢາມ ຂອງທ່ານນາງ ຮີຍອນ ຈົງ ວູລ ຫົວໜ້າສິນລະປະເກົາຫຼີເໜືອ.

ການ​ຜ່ອນຜັນເພື່ອໃຫ້ເກົາຫຼີ​ເໜືອ​ເຂົ້າ​ຮ່ວມ ໃນການແຂ່ງຂັນກິລາໂອ​ລິ​ມປີກຄັ້ງຈະ​ມາ
​ເຖິງ​ນີ້​ ໄດ້​ພາໃຫ້ເກີດມີການອະພິປາຍກັນ ​ຢູ່​ໃນເກົາຫຼີໃຕ້ ທີ່ເປັນປະຊາທິປະໄຕ ​ແລະ
ອຸດົມຮັ່ງມີ ກ່ຽວກັບ​ຜົນ​ປະ​ໂຫຍ​ດ ຂອງ​ການ​ເຮັດ​ວຽກ​ໄປ​ສູ່​ການ​ທ້ອນ​ໂຮມ ​ກັບເກົາຫຼີ
ເໜືອ ຊຶ່ງເປັນເພື່ອນບ້ານ ທີ່ທຸກ​ຍາກ ກົດ​ຂີ່​ແລະ​ມີອາວຸດ​ນິວ​ເຄລຍ.

ປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານ​ມູນ ແຈ-ອິນ ​ໄດ້​ບັນລຸຢ່າງ​ໜ້ອຍ​ກໍເປັນການຊົ່ວຄາວ
ກ່ຽວ​ກັບການຢຸດເຊົາທົດລອງລູກ​ສອນ​ໄຟ​ແລະ​ອາວຸດນິວ​ເຄລຍ ​ໂດຍ​ຊັກຊວນໃຫ້ລັດ
ຖະບານ​ກິມ ຈົງ ອຶນ ຕົກລົງທີ່ຈະ​ສົ່ງ​ຜູ້​ຕາງໜ້າ​ເປັນຈຳນວນ​ຫລວງ ຫລາຍ​ໄປຮ່ວມກິລາ
ໂອ​ລິ​ມປິກ​ລະດູ​ໜາວ​ທີ່​ເມືອງພຽງ​ຈາງ ຊຶ່ງ​ຈະ​ຈັດ​ຂຶ້ນ​ໃນ​ຕົ້ນ​ເດືອນ​ກຸມພາ ​ຢູ່ເກົາຫຼີ​ໃຕ້. ​

ຮອງລັດຖະມົນຕີທ້ອນໂຮມເກົາຫຼີໃຕ້ ທ່ານຈຸນ ເຮ-ຊັງ (ຂວາ) ຈັບມືກັບຜູ້ຕາງໜ້າເກົາຫຼີເໜືອ ທ່ານຈອນ ຈົງ ຊູ.
ຮອງລັດຖະມົນຕີທ້ອນໂຮມເກົາຫຼີໃຕ້ ທ່ານຈຸນ ເຮ-ຊັງ (ຂວາ) ຈັບມືກັບຜູ້ຕາງໜ້າເກົາຫຼີເໜືອ ທ່ານຈອນ ຈົງ ຊູ.

​ເກົາຫຼີ​ເໜືອ​ເຫັນ​ພ້ອມ​ທີ່​ຈະສົ່ງ​ຜູ້​ຕາງ​ໜ້າ 400 ກວ່າຄົນ​ເຂົ້າ​ຮ່ວມ​ການແຂ່ງຂັນ ທີ່​ຈະ
​ຮວມທັງ​ພວກນັກ​ກິລາ ນັກ​ດົນຕີ ນັກ​ສິນລະປິນ ​ແລະ​ພະ​ແນ​ກກອງ​ເຊຍ. ​ເກົາຫຼີ​ໃຕ້​ຍັງ
​ຕົກລົງ ​ທີ່ຈະ​ຈ່າຍ​ຄ່າ​ເດີນທາງ​ແກ່​ຄະນະຜູ້ຕາງໜ້າ​ຈາກ​ເກົາ​ຫຼີ​ເໜືອ ​ເພີ້​ມ​ເຂົ້າກັບຄ່າ
ໃຊ້ຈ່າຍ​ກວ່າ 12 ພັນ​ລ້ານ ທີ່​ເກົາຫຼີ​ໃຕ້​ໄດ້​ໃຊ້ໃນ​ການ​ເປັນ​ເຈົ້າ ພາບ​ຈັດແຂ່ງຂັນ​ກິລາ.

ຫົວໜ້າໜ່ວຍສິນລະປະເກົາຫຼີເໜືອ ທ່ານນາງຮີຍອນ ຊົງ ວູລ (ກາງ) ກຳລັງເບິ່ງຊາວເກົາຫີຼີໃຕ້ ປະທ້ວງຢູ່ ສະຖານີລົດໄຟເກົາຫຼີໃຕ້..
ຫົວໜ້າໜ່ວຍສິນລະປະເກົາຫຼີເໜືອ ທ່ານນາງຮີຍອນ ຊົງ ວູລ (ກາງ) ກຳລັງເບິ່ງຊາວເກົາຫີຼີໃຕ້ ປະທ້ວງຢູ່ ສະຖານີລົດໄຟເກົາຫຼີໃຕ້..

ການ​ຍື່ນມືໃນເລື່ອງ​ໂອລິ​ມປິກຂອງ​ທ່ານ​ມູນ ເຮັດໃຫ້ມີການເປີດການຕິດຕໍ່ກັບ​ພຽງ​ຢາງ
ຄືນໃໝ່ ໂດຍ​ໄດ້​ຮັບ​ຄຳ​ໝັ້ນ​ສັນຍາ ກ່ຽວກັບ​ການເຈລະຈາໃນດ້ານ​ຄວາມ​ປອດ​ໄພ​ໃນອະນາຄົດແລະ​ຫລຸດຜ່ອນ​ຄວາມເປັນໄປໄດ້ໃນການ​ຂັດ​ແຍ້​ງ ທາງ​ທະຫານ ກ່ຽວ​ກັບ​ການລະເມີດຊ້ຳແລ້ວຊ້ຳອີກ​ຂອງ​ເກົາ​ຫຼີ​ເໜືອ ຕໍ່ມະຕິຂອງ ສະພາ​ຄວມໝັ້ນຄົງສະຫະ​
ປະຊາ​ຊາດ ທີ່ເກືອດຫ້າມ​ໂຄງການ​ອາວຸດນິວ​ເຄລຍ.

ສັນຍາລັກ ການແຂ່ງຂັນກິລາໂອລິມປິກລະດູໜາວ ປີ 2018 ທີ່ພຽຈາງ ເຫັນຢູ່ໃນນະຄອນໂຊລ ເກົາຫຼີໃຕ້ ທີ 18 ມັງກອນ 2018.
ສັນຍາລັກ ການແຂ່ງຂັນກິລາໂອລິມປິກລະດູໜາວ ປີ 2018 ທີ່ພຽຈາງ ເຫັນຢູ່ໃນນະຄອນໂຊລ ເກົາຫຼີໃຕ້ ທີ 18 ມັງກອນ 2018.

​ແຕ່​ການຢັ່ງຄະ​ແນນສຽງ​ຂອງ​ທ່ານ​ມູນ ​ໄດ້​ຕົກ​ມາຢູ່ໃນລະດັບ 66 ​ເປີ​ເຊັນ​ໃນອາທິດ​ນີ້​ ຢູ່ຫລຸດຈາກ 73 ​ເປີ​ເຊັນ​ ໃນອາທິດ​ກ່ອນ ສ່ວນນຶ່ງກໍແມ່ນເປັນຍ້ອນການທູດໃນການ
ຄືນດີດ້ານກິລາ​ກັບ​ເກົາຫຼີ​ເໜືອ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Korea Diplomacy
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG