ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫລີໃຕ້ ຕິດຕັ້ງ ລູກສອນໄຟ ຊະນິດໃໝ່


Participants of the Conference of European Rabbis carry candles as they commemorate the 75th anniversary of Kristallnacht in front of Brandenburg Gate in Berlin, Germany. The 'Kristallnacht'  or 'crystal night' - also referred to as 'night of broken glass' -  when Nazis conducted a wave of violent anti-Jewish pograms on the streets of Berlin and other cities in 1938.
Participants of the Conference of European Rabbis carry candles as they commemorate the 75th anniversary of Kristallnacht in front of Brandenburg Gate in Berlin, Germany. The 'Kristallnacht'  or 'crystal night' - also referred to as 'night of broken glass' -  when Nazis conducted a wave of violent anti-Jewish pograms on the streets of Berlin and other cities in 1938.

ເກົາ​ຫລີ​ໃຕ້​ກ່າວ​ວ່າຕົນໄດ້​ຕິດຕັ້ງລູກ​ສອນ​ໄຟ​ Cruise ​ຊະນິດໃໝ່​ທີ່​ສາມາດຍິງທໍາລາຍ​
ສະຖານທີ່​ນີວ​ເຄລຍ ​ແລະຖານ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາຫລີ​ເໜືອ​ໄດ້.

ບັນດາ​ເຈົ້າໜ້າ​ທີ່​ທະຫານ​ເກົາຫລີ​ໃຕ້ ​ໄດ້​ປະກາດ​ກ່ຽວ​ກັບ​ການ​ຕິດຕັ້ງ​ອາວຸດ​ດັ່ງກ່າວເມື່ອ​
ວັນ​ພະຫັດມື້​ນີ້ ທີ່​ກອງ​ປະຊຸມ​ພວກ​ນັກ​ຂ່າວ​ເກົາຫລີ​ໃຕ້ ທີ່​ປາກົດ​ວ່າ​ເປັນ​ປະຕິກິລິຍາ​ເພື່ອ​
ຕອບ​ໂຕ້ຕໍ່​ການ​ຍິງ​ຈະ​ຫລວດ​ຂອງ​ເກົາຫຼີ​ເໜືອ​ທີ່​ລົ້ມ​ແຫລວ​ນັ້ນ ​ແລະ​ຢ້ານ​ວ່າພວມ​ມີ​ການ
ກະກຽມການ​ທົດ​ລອງ​ນີວ​ເຄລຍຄັ້ງ​ໃໝ່​ກັນ​ຢູ່.

ໃນ​ເວລາ​ຕໍ່​ມາ ກຸງ​ໂຊ​ລ ​ໄດ້​ນຳອອກເຜີຍ​ແຜ່​ຮູບພາບ​ວີ​ດີ​ໂອ​ທີ່​ສະ​ແດງ​ໃຫ້​ເຫັນລູກ​ສອນ​ໄຟ
Cruise ກໍາລັງ​ຖືກ​ຍິງ ບິນ​ໄປ​ເທິງ​ນ່ານຟ້າ ​ແລະ​ທໍາ​ລາຍ​ເປົ້າໝາຍ.

ພົນ​ຕີ Shin Won-sik ​ເຈົ້າໜ້າ​ທີ່​ອາວຸ​ໂສ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາ ຫລີໃຕ້​ກ່າວ​ວ່າ
ລູກ​ສອນ​ໄຟ​ Cruise ​ດັ່ງກ່າວ​ ມີ​ຄວາມ​ສາມາດ​ບິນ​ໃນ​ໄລ ຍະ​ໄກ​ໄດ້​ຫລາຍ​ກວ່າ 1,000
ກິ​ໂລ​ແມັດ ​ແລະ​ສາມາດ​ໂຈ​ມຕີ​ທໍາລາຍໄດ້ທຸກໆ​ຈຸດ​ໃນ​ເກົາຫລີ​ເໜືອ ​ແລະ​ກ່າວ​ຕື່ມ​ວ່າ ລູກ
ສອນ​ໄຟ​ Cruise​ ນີ້ ມີ ສະມັດຖະພາບ​ທໍາລາຍ​ສະຖານ​ທີ່ ອຸບປະກອນ ​ແລະ​ປະຊາ​ຊົນ
ທັງ​ໝົດ ຂອງ​ເກົາຫລີ​ເໜືອໄດ້ຕາມ​ເວລາ​ທີ່​ຕ້ອງການ ຫຼາ​ຍ​ເທົ່າ​ທີ່​ຈະ​ຫຼາຍ​ໄ​ດ້.

ລູກ​ສອນ​ໄຟ​ Cruise ດັ່ງກ່າວ​ນີ້ ສາມາດ​ບິນ​ໃນ​ລະດັບ​ຕໍ່າ​ໄດ້ ​ແລະ​ສາ ມາດ​ບິນ​ຫລົບ​ຫລີກ
ແນວ​ປ້ອງ​ກັນແຫ່ງ​ຕ່າງ​ຂອງ​ສັດຕູ​ ເພື່ອ​ທໍາລາຍເປົ້າ ໝາຍ​ໄດ້.

ບັນດາ​ເຈົ້າໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດກ່າວວ່າ ລູກ​ສອນ​ໄຟຊະນິດ​ນີ້ແມ່ນ​ໄດ້​ຖືກ​ພັດທະ
ນາ​ຂຶ້ນມາ​ໂດຍ​ການຊົມ​ໃຊ້ເທັກ​ໂນ​ໂລ​ຈີ່​ທີ່​ເຣັດຢູ່​ໃນ​ປະ​ເທດ​ແທບ​ທັງ​ໝົດ ທີ່​ສະ​ແດງ​ໃຫ້​ເຫັນ
ຄວາມ​ແຕກ​ຕ່າງ​ ກັບ​ຄວາມ​ພະຍາ ຍາມຍິງຈະ​ຫລວດ​ຂີປະ​ນາ​ວຸດ​ທັງ​ສາມ​ຄັ້ງ​ຂອງ​ເກົາຫລີ​
ເໜືອ​ທີ່​ລົ້ມ​ແຫລວທີ່ອັບອາຍ​ຂາຍໜ້າ​ນັ້ນ.

ອົງການ​ຂ່າວ​ຢົນຮັບ​ ຊຶ່ງ​ເປັນ​ອົງການ​ຂ່າວ​ເຄິ່ງທາງ​ການ​ຂອງ​ເກົາຫລີ​ໃຕ້ ​ໄດ້​ອ້າງ​ເອົາ​ຄໍາ​ເວົ້າ
ຂອງ​ນາຍ​ພົນ Shin ທີ່​ກ່າວວ່າ ​ເກົາຫລີ​ໃຕ້​ຍັງ​ໄດ້​ຕິດ ຕັ້ງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ປະຕິບັດ​
ການ​ຊະນິດໃໝ່​ທີ່​ມີ​ຄວາມ​ສາມາດ​ບິນໄດ້​ໄກ 300 ກິ​ໂລ​ແມັດ​ນັ້ນ​ນໍາ

XS
SM
MD
LG