ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາມຜູ້ນຳ ພົບປະສຸດຍອດ ທີ່ເກົາຫຼີໃຕ້


ນາຍົກລັດຖະມົນຕີ ຈີນ ທ່ານເຫວັນ ເຈຍບາວ ພ້ອມກັບ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານຢູກີໂອະ ຮາໂຕຢາມະ ແລະ ປະທານາທິບໍດີ ເກົາຫລີໃຕ້ ທ່ານ LEE MYUNG BAK ເລີ້ມທຳການ ພົບປະສຸດຍອດ ເປັນເວລາ 2 ມື້ ທີ່ຄາດວ່າ ຈະເພັ່ງເລັງໃສ່ ຄວາມເຄັ່ງຕຶງ ທີ່ພວມເພີ້ມທະວີ ຂຶ້ນ ລະຫວ່າງ ເກົາຫຼີທັງສອງ.

ໃນຕອນເລີ້ມຕົ້ນ ຂອງກອງປະຊຸມສຸດຍອດ ນາຍົກລັດຖະ ມົນຕີ ຮາໂຕຢາມະ ໄດ້ໃຫ້ຄຳໝັ້ນສັນຍາ ຢ່າງຈິງໃຈ ທີ່ຈະໃຫ້ການ ສະໜັບສະໜຸນ ຕໍ່ການຊຸກຍູ້ ຂອງເກົາຫຼີໃຕ້ ເພື່ອໃຫ້ມີການລົງໂທດ ຕໍ່ເກົາຫຼີເໜືອ ໂດຍຜ່ານການຮ່ວມມື ຂອງນາໆຊາດ ກ່ຽວກັບ ການຈົມກຳປັ່ນລົບ ຂອງເກົາຫຼີໃຕ້ນັ້ນ.

ການພົບປະສຸດຍອດ 3 ຝ່າຍ ມີຂຶ້ນໃນວັນເສົາມື້ນີ້ ແລະວັນອາທິດມື້ອື່ນ ທີ່ເກາະ JEJU ຂອງເກົາຫຼີໃຕ້ ຫຼັງຈາກທ່ານເຫວັນ ໄດ້ທຳການຢ້ຽມຢາມ ກຸງໂຊລ ບ່ອນທີ່ທ່ານ ໄດ້ປະນາມ ຕໍ່ການກະທຳ ໃດໆກໍຕາມ ທີ່ຈະທຳລາຍ ສັນຕິພາບ ແລະ ສະເຖຍລະພາບ ຢູ່ໃນແຫຼມເກົາຫຼີ. ໃນວັນເສົາມື້ນີ້ ນາຍົກລັດຖະມົນຕີຈີນ ໄດ້ສະແດງ ຄວາມເສົ້າສະລົດໃຈ ກ່ຽວກັບ ການຈົມກຳປັ່ນ ຕໍ່ນາຍົກລັດຖະມົນຕຣີ ເກົາຫຼີໃຕ້ ທ່ານ CHUNG UN CHAN.

ຄະນະສືບສວນ ຂອງນາໆຊາດ ສະຫຼຸບວ່າ ກຳປັ່ນລົບ ຂອງເກົາຫຼີໃຕ້ ຫຼົ້ມຫຼັງຈາກ ຖືກລູກລະເບີດ ຕໍປີໂດ ຂອງເກົາຫຼີເໜືອ ທີ່ເປັນເຫດໃຫ້ ທະຫານເຮືອ ຂອງເກົາຫຼີໃຕ້ 46 ຄົນ ເສຍຊີວິດ.

ໃນກອງປະຊຸມຖະແຫຼງຂ່າວ ແບບທີ່ບໍ່ຄ່ອຍໄດ້ເຫັນກັນ ໃນມື້ວານນີ້ ກອງທັບເກົາຫລີເໜືອ ໄດ້ປະຕິເສດວ່າ ຕົນບໍ່ມີສ່ວນ ພົວພັນໃດໆ ໃນການຈົມ ກຳປັ່ນລົບ CHEONAN ຂອງເກົາຫຼີໃຕ້.

XS
SM
MD
LG