ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນວ່າ ຕົນຈະບໍ່ປົກປ້ອງ ຜູ້ໂຈມຕີ ກຳປັ່ນເກົາຫຼີໃຕ້


ນາຍົກລັດຖະມົນຕີຈີນ ທ່ານເຫວັນ ເຈຍບາວ ກ່າວວ່າ ລັດຖະບານຂອງທ່ານ ຈະບໍ່ໃຫ້ການ ປົກປ້ອງຄຸ້ມຄອງ ຜູ້ໃດກໍຕາມ ທີ່ຮັບຜິດຊອບ ຕໍ່ການໂຈມຕີ ກຳປັ່ນລົບ ຂອງເກົາຫລີໃຕ້.

ທ່ານເຫວັນ ໃຫ້ທັດສະນະດັ່ງກ່າວ ໃນລະຫວ່າງ ການພົບປະ ກັບປະທານາທິບໍດີ ເກົາຫຼີໃຕ້ ທ່ານ LEE MYUNG BAK ທີ່ກຸງໂຊລ ອີງຕາມຄຳເວົ້າ ໂຄສົກຂອງທ່ານ LEE.

ເກົາຫຼີໃຕ້ ກ່າວຫາເກົາຫຼີເໜືອວ່າ ຈົມກຳປັ່ນລົບ CHEONAN ໃນວັນທີ 26 ມີນາ ຜ່ານມາ ໂດຍເຈຕະນາ ທີ່ເຮັດໃຫ້ ທະຫານເຮືອ ເກົາຫຼີໃຕ້ 46 ຄົນ ເສຍຊີວິດໄປນັ້ນ.

ມີການອ້າງ ຄຳເວົ້າຂອງທ່ານເຫວັນ ທີ່ກ່າວວ່າ ປັກກິ່ງ ຈະທຳການຕັດສິນໃຈ ຂັ້ນສຸດທ້າຍ “ແບບກົງໄປກົງມາ ແລະຍຸຕິທຳ” ຫລັງຈາກຕົນ ໄດ້ທົບທວນເບິ່ງ ລາຍງານການສືບສວນ ຂອງນາໆຊາດ.

ຜູ້ນຳຂອງຈີີນ ໄດ້ເດີນທາງໄປເຖິງ ເກົາຫລີໃຕ້ ໃນຕອນເຊົ້າ ຂອງວັນສຸກມື້ນີ້ ເພື່ອພົບປະ ເຈລະຈາ ແບບເຊິ່ງໜ້າ ກັບທ່ານ LEE ແລະໃນວັນເສົາ ມື້ອື່ນ ຜູ້ນຳທັງສອງ ຈະເດີນທາງ ໄປຍັງເກາະ ຕາກອາກາດ JEJU ເພື່ອພົບປະ ສຸດຍອດ 3 ຝ່າຍ ທີ່ພົວພັນກັບ ນາຍົກລັດຖະມົນຕີ ຢູກີໂອະ ຮາໂຕຢາມະ ຂອງຍີ່ປຸ່ນ ນຳດ້ວຍ.

XS
SM
MD
LG