ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄວາມເຄັ່ງຕຶງ ເພີ້ມທະວີຂຶ້ນ ໃນແຫຼມເກົາຫຼີ


ຄວາມເຄັ່ງຕຶງ ລະຫວ່າງ ເກົາຫຼີເໜືອ ແລະເກົາຫຼີໃຕ້ ພວມເພີ້ມທະວີຂຶ້ນ ນຶ່ງມື້ ຫຼັງຈາກກຸງໂຊລ ໄດ້ກ່າວຫາ ຄອມມູນິດ ເກົາຫລີເໜືອ ທີ່ເປັນຄູ່ປໍລະປັກວ່າ ຈົມກຳປັ່ນລົບ ຂອງຕົນ.

ປະທານາທິບໍດີ ເກົາຫລີໃຕ້ ທ່ານ LEE MYUNG BAK ກ່າວເຖິງເຫດຮ້າຍ ໃນວັນທີ 26 ມີນາ ຜ່ານມານັ້ນວ່າ ເປັນການທ້າທາຍ ເກາະຜິດ ທາງທະຫານ ໃນລະຫວ່າງ ກອງປະຊຸມສຸກເສີນ ຂອງສະພາຄວາມໝັ້ນຄົງແຫ່ງຊາດ ເກົາຫລີໃຕ້ ໃນວັນສຸກ ມື້ນີ້.

ທ່ານ LEE ເວົ້າວ່າ ການໂຈມຕີຮ້າຍແຮງ ຕໍ່ກຳປັ່ນລົບ CHEONAN ເປັນການລະເມີດ ກົດບັດຂອງ ອົງການສະຫະປະຊາຊາດ ແລະຂໍ້ຕົກລົງ ຢຸດຍິງຊົ່ວຄາວປີ 1953 ທີ່ຢຸດຕິສົງຄາມເກົາຫຼີນັ້ນ. ແຕ່ທ່ານເວົ້າວ່າ ລັດຖະບານ ຈະໃຊ້ຄວາມຮອບຄອບ ໃນການດຳເນີນການ ກ່ຽວກັບເລື່ອງນີ້.

ຄະນະສືບສວນນາໆຊາດ ໄດ້ອອກລາຍງານ ສະບັບນຶ່ງ ໃນວັນພະຫັດວານນີ້ ສະລຸບວ່າ ກຳປັ່ນລົບ CHEONAN ໄດ້ຫລົ້ມ ໃນວັນທີ 26 ມີນາຜ່ານມາ ຍ້ອນຖືກລູກລະເບີດ ຕໍປີໂດ ທີ່ຍິງມາຈາກ ເຮືອດຳນໍ້າ ຂອງເກົາຫລີເໜືອ ເຮັດໃຫ້ທະຫານເຮືອ ເກົາຫລີໃຕ້ ເສຍຊີວິດ 46 ຄົນ.

ເກົາຫລີເໜືອ ໄດ້ປະຕິເສດ ຕໍ່ລາຍງານນີ້ວ່າ ເປັນການເສກສັນປັ້ນແຕ່ງ ແລະລະຄອນຕະລົກ. ຄະນະກຳມາທິການ ປ້ອງກັນຊາດ ຂອງເກົາຫລີເໜືອ ປະກາດວ່າ ຈະຮັບມື ກັບການຕອບໂຕ້ ທີ່ອາດມີຂຶ້ນ ໃດໆກໍຕາມ ດ້ວຍການເຮັດສົງຄາມ ແບບເດັດຂາດ.

ອຳນາດການປົກຄອງ ຂອງເກົາຫລີເໜືອ ໄດ້ຂູ່ໃນວັນສຸກມື້ນີ້ວ່າ ຈະຕັດຂາດ ທຸກຄວາມສຳພັນ ກັບເກົາຫຼີໃຕ້ ແລະຍົກເລີກ ຂໍ້ຕົກລົງ ບໍ່ຮຸກຮານ ລະຫວ່າງ ປະເທດທັງສອງ.

ສະຫະລັດ ເຕືອນເກົາຫລີເໜືອວ່າ ຈະໄດ້ຮັບຜົນ ທີ່ຕິດຕາມມາ ໃນການຈົມ ກຳປັ່ນລົບ ຂອງເກົາຫລີໃຕ້.

ໂຄສົກກະຊວງ ການຕ່າງປະເທດ ສະຫະລັດ ທ່ານ P.J. CROWLEY ກ່າວຕໍ່ພວກນັກຂ່າວ ໃນວັນພະຫັດ ວານນີ້ວ່າ ການກະທຳ ຂອງເກົາຫລີເໜືອ ແມ່ນເປັນການ ທ້າທາຍເກາະຜິດ ຢ່າງຮ້າຍແຮງ ແລະຈະເປັນທີ່ ຮັບເອົາບໍ່ໄດ້ ເດັດຂາດ.

XS
SM
MD
LG