ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເຄັ່ງຕຶງ ໃນ ແຫຼມເກົາຫຼີ


ເກົາຫລີໃຕ້ ກ່າວວ່າ ເປັນທີ່ຈະ ແຈ້ງທີ່ວ່າ ເກົາຫຼີເໜືອເປັນຜູ້ຮັບ ຜິດຊອບ ໃນການໂຈມຕີຮ້າຍແຮງ ຕໍ່ກຳປັ່ນລົບ ຂອງ ເກົາຫລີໃຕ້ ທີ່ເຮັດໃຫ້ ມີຜູ້ເສຍຊີວິດ 46 ຄົນ ໃນວັນທີ 26 ມີນາຜ່ານມາ.

ທ່ານ YOON DUK YONG ຜູ້ອຳນວຍການຮ່ວມ ຝ່າຍເກົາ ຫລີໃຕ້ໃນຄະນະສືບສວນນາໆ ຊາດ ກ່ຽວກັບການຫລົ້ມ ຂອງກຳປັ່ນລົບ CHEONAN ກ່າວຕໍ່ພວກນັກຂ່າວ ໃນວັນພະ ຫັດ ມື້ນີ້ວ່າ ທາງຄະນະສືບສວນ ໄດ້ສະຫລຸບວ່າ ກຳປັ່ນ ຂອງເກົາຫລີໃຕ້ ໄດ້ຫລົ້ມຍ້ອນ ຖືກລູກລະເບີດ ຕໍປີໂດ ທີ່ເຮັດໃນ ເກົາຫລີເໜືອ ແລະທ່ານ YOON ກ່າວວ່າ ບໍ່ມີເຫດຜົນ ອື່ນໃດ ທີ່ພໍຈະໃຫ້ ການອະທິບາຍໄດ້.

ທຳນຽບຂາວ ໄດ້ອອກຖະແຫຼງການ ສະບັບນຶ່ງ ໃຫ້ການສະໜັບສະໜຸນ ຕໍ່ການສືບສວນ ຂອງເກົາຫຼີໃຕ້ ໂດຍເອີ້ນ ເຫດຮ້າຍນີ້ວ່າ ເປັນການກະທຳ ແບບຮຸກຮານ ທີ່ທ້າທາຍ ຕໍ່ ສັນຕິພາບ ນາໆຊາດ. ປະທານາທິບໍດີ ເກົາຫລີໃຕ້ ທ່ານ LEE MYUNG BAK ໄດ້ ສົນທະນາຫາລື ກ່ຽວກັບເລື່ອງນີ້ ໃນລະຫວ່າງ ການໂອ້ລົມ ທາງໂທລະສັບ ກັບ ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໃນມື້ວັນຈັນ ຜ່ານມາ. ທ່ານ LEE ເວົ້າວ່າ ທ່ານຈະດຳເນີນ ມາຕະການ ທີ່ໜັກແໜ້ນ ຕໍ່ເກົາຫຼີເໜືອ ໃນລະຫວ່າງ ການໂອ້ລົມ ທາງໂທລະສັບ ກັບນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ KEVIN RUDD.

ແຕ່ເກົາຫຼີເໜືອ ໄດ້ປະຕິເສດ ອີກເທື່ອນຶ່ງວ່າ ຕົນບໍ່ມີສ່ວນ ຮັບຜິດຊອບໃດໆ ໃນການຫລົ້ມ ຂອງກຳປັ່ນລົບ CHEONAN. ຄະນະກຳມາທິການ ປ້ອງກັນຊາດທີ່ມີອິດທິພົນຂອງອຳນາດ ການປົກຄອງ ເກົາຫລີເໜືອໄດ້ອອກຖະແຫຼງການສະບັບນຶ່ງ ປະນາມລາຍງານຂອງເກົາຫລີ ໃຕ້ວ່າ ເປັນການເສກສັນປັ້ນແຕ່ງ ແລະປະກາດວ່າ ຈະເຮັດສົງຄາມ ຖ້າຫາກຕົນ ຖືກລົງ ໂທດ ໂດຍມາຕະການ ໃດໆກໍຕາມ.

XS
SM
MD
LG