ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄວາມເຄັ່ງຕຶງ ໃນ ແຫຼມເກົາຫລີ


ລັດຖະມົນຕີ ການຕ່າງປະເທດ ເກົາຫລີໃຕ້ ກ່າວວ່າ ມັນເປັນທີ່ ຈະແຈ້ງທີ່ວ່າ ເກົາຫລີເໜືອ ເປັນຜູ້ຢູ່ເບື້ອງຫຼັງ ການໂຈມຕີຮ້າຍແຮງ ທີ່ຈົມກຳປັ່ນລົບ ຂອງເກົາຫລີໃຕ້ລຳນຶ່ງ ໃກ້ໆບໍລິເວນ ຊາຍແດນທາງທະເລ ເມື່ອ 2 ເດືອນກ່ອນ ທີ່ເຮັດໃຫ້ ທະຫານເຮືອ 46 ຄົນ ເສຍຊີວິດນັ້ນ.

ໃນການກ່າວ ຄຳປາໄສ ໃນວັນພຸດມື້ນີ້ ທ່ານ YU MYUNG HWAN ເວົ້າວ່າ ມີຫຼັກຖານ ສະໜັບສະໜຸນ ຢ່າງແຂງຂັນ ພຽງພໍ ສຳລັບເກົາຫລີໃຕ້ ທີ່ຈະນຳເອົາເລື່ອງນີ້ ໄປສະເໜີ ຕໍ່ສະພາຄວາມໝັ້ນຄົງ ຂອງອົງການ ສະຫະປະຊາຊາດ.

ນີ້ແມ່ນ ເທື່ອທຳອິດ ທີ່ເຈົ້າໜ້າທີ່ ລະດັບສູງ ຂອງເກົາຫຼີໃຕ້ ໄດ້ກ່າວ ຢ່າງເປັນການ ເປີດເຜີຍວ່າ ພຽງຢາງ ມີສ່ວນພົວພັນ ໃນເລື່ອງນີ້. ເປັນທີ່ຄາດກັນວ່າ ຜົນການສືບສວນ ຢ່າງເປັນທາງການ ກ່ຽວກັບເຫດຮ້າຍ ດັ່ງກ່າວ ຈະນຳອອກເຜີຍແຜ່ ໃນວັນພະຫັດ ມື້ອື່ນ.

ເກົາຫລີເໜືອ ໄດ້ປະຕິເສດວ່າ ຕົນບໍ່ສ່ວນ ພົວພັນໃດໆ ໃນເລື່ອງນີ້.

ໜັງສືພິມ ເກົາຫລີໃຕ້ ສະບັບນຶ່ງ ທີ່ອອກໃນ ວັນພຸດມື້ນີ້ ໄດ້ອ້າງຄຳເວົ້າ ຂອງເຈົ້າໜ້າທີ່ ທີ່ບໍ່ໄດ້ລະບຸຊື່ ຂອງເກົາຫລີໃຕ້ ທີ່ກ່າວວ່າ ພາກສ່ວນຂອງ ສະເກັດລູກລະເບີດ ຕໍປີໂດ ທີ່ພົບເຫັນ ໃກ້ໆບໍລິເວນ ເກີດເຫດນັ້ນ ແມ່ນມີລັກສະນະ ຄ້າຍຄືສິ້ນສ່ວນ ຂອງໃບພັດ ລູກຕໍປີໂດ ເກົາຫລີເໜືອ ທີ່ເກົາຫລີໃຕ້ ໄດ້ຮັບ ເມື່ອຫລາຍໆປີ ຜ່ານມາແລ້ວນັ້ນ.

XS
SM
MD
LG