ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ແລະໃຕ້ ລະນຶກເຖິງ ວັນເລີ່ມຕົ້ນ ສົງຄາມເກົາຫຼີ ຄົບຮອບ 65 ປີ


ແຜນທີ່ປະເທດ ເກົາຫຼີເໜືອ ແລະ ໃຕ້
ແຜນທີ່ປະເທດ ເກົາຫຼີເໜືອ ແລະ ໃຕ້

ເກົາຫຼີ​ເໜືອ ​ແລະ ​ໃຕ້ ຈັດພິທີລະນຶກເຖິງ ​ວັນ​ຄົບຮອບ 65 ປີຂອງ​ການເລີ່​ມຕົ້ນ​ຄວາມ​ຂັດ​ແຍ້​ງຂ​ອງພວກ​ເຂົາ​ໃນຊຸມ​ປີ 1950 ທີ່​ເຮັດ​ໃຫ້​ມີ​ຄົນ​ເສຍຊີວິດ​ນັບ​ລ້ານ ​ແລະ ສອງ​ປະ​ເທດ​ຖືກ​ແບ່ງແຍກ​ອອກ​ຢ່າງເປັນ ການ​ຖາວອນ.

ປະຊາຊົນ​ປະມານ 3000 ຄົນ, ລວມທັງ ທະຫານ​ຜ່ານ​ເສິກ ​ແລະ ​ຂ້າ​ລັດຖະ​ການ​ ​ໄດ້​ເຂົ້າ​ຮ່ວມພິທີ​ໃນນະຄອນຫຼວງ ​ໂຊ​ລ ຂອງ ​ເກົາຫຼີ​ໃຕ້, ໃນ​ວັນ​ພະຫັັດ​ມື້​ນີ້​ ເພື່ອ​ລະນຶກເຖິງວັນ​ຄົບຮອບ​ດັ່ງກ່າວ.

ນາຍົກລັດຖະມົນຕີ ​ເກົາຫຼີໃຕ້ ທ່ານ Hwang Kyo-anh ​ໄດ້ກ່າວ ເຖິງຄວາມເສຍໃຈກ່ຽວກັບ ສະພາບ​ຄວາມ​ໝັ້ນຄົງ​ ຂອງປະເທດວ່າ “ຍັງ​ບໍ່ມີຄວາມທຸ່ນທ່ຽງ​ເທື່ອ” ຢູ່ໃນ​ແຫຼມ​ ​ເກົາຫຼີ, ຫຼາຍ​ທົດ​ສະ​ວັດ​ຫຼັງ​ຈາກ ການ​ຕໍ່ສູ້​ໄດ້້ສິ້ນ​ສຸດ​ລົງ​ໃນ​ປີ 1953.

ທ່ານ ນາຍົກລັດຖະມົນ ​ໄດ້​ກ່າວ​ໃນ​ບົດ​ປາ​ໄສຂອງທ່ານວ່າ “ຂ້າພະ​ເຈົ້າ​ຫວັງ​ວ່າ ​ເກົາຫຼີ​ເໜືອຈະ​ກາຍ​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິ​ດຊອບ ຂອງ​ປະຊາຄົມນາໆ​ຊາດ ​ແລະ ​ເຮັດ​ວຽກ​ຮ່ວມ​ກັນ ​ເພື່ອ​ສັນຕິພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໃນແຫຼມ ເກົາຫຼີ”.

​ໃນເວລາ​ດຽວ​ກັນ, ​ເກົາຫຼີ​ເໜືອ ​ໄດ້​ລະນຶກເຖິງໂອກາດ​ດັ່ງກ່າວ ​ດ້້ວຍ​ການກ່າວ​ຫາ ສະຫະລັດ ຢ່າງ​ແຮງ. ​ໃນ​ຖະ​ແຫຼ​ງການ, ຄະນະ​ກຳ​ມາ​ທິການ​ປ້ອງ​ກັນ​ປະ​ເທດຂອງ ​ເກົາຫຼີ​ເໜືອ ​ໄດ້​ກ່າວ​ວ່າ ​ໂລກ​ຄວນ​ເຂົ້າ​ມາ​ຮວມກັນ​ເພື່ອ​ຕັດ​ແຂນຕັດຂາ “​ພວກ​ປີສາດໄຂມັນ​ ລ່າຫົວ​ເມືອງຂຶ້ນ ສະຫະລັດ.”

ຄະນະ​ກຳ​ມາ​ທິການ ຍັງ​ໄດ້​ກ່າວ​ຫາສະຫະລັດ ສຳລັບສົງ​ຄາມເກົາຫຼີ, ​ແລະ ​ໄດ້​ກ່າວ​ວ່າ Washington ແມ່ນຍັງພະຍາຍາມທີ່ຈະກວດລ້າງ ປະເທດຄອມມູນິສ ດ້ວຍການໂຄສະນາ ເພື່ອສ້າງ “ຄວາມໂດດດ່ຽວ, ປິດລ້ອມ ແລະ ການຂັດຂວາງການພັດທະນາຂອງປະເທດ.”

ສົງຄາມເກົາຫຼີ ໄດ້ເລີ່ມຂຶ້ນໃນວັນທີ 25 ມິຖຸນາ 1950, ເມື່ອທະຫານ ເກົາຫຼີເໜືອ ທີ່ຖືກ ໜູນຫຼັງໂດຍ ຈີນ ເປີດການໂຈມຕີ ຜ່ານເສັ້ນຂະໜານ ທີ 38. ສະຫະລັດ ແລະ ພັນທະມິດ ໄດ້ເຂົ້າໄປແຊກແຊງເພື່ອສະໜັບ ສະໜຸນເກົາຫຼີໃຕ້.

ການຕໍ່ສູ້, ເຊິ່ງໄດ້ເຮັດໃຫ້ທະຫານ ແລະ ປະຊາຊົນຫຼາຍເຖິງ 3 ລ້ານ ຄົນເສຍຊີວິດ, ໄດ້ຈົບ ລົງໃນປີ 1953 ດ້ວຍການສະຫງົບເສິກຊົ່ວຄາວ, ບໍ່ແມ່ນສົນທິສັນຍາສັນຕິພາບ ເຮັດໃຫ້ ສອງປະເທດ ເກົາຫຼີ ໃນດ້ານເທັກ ນິກແລ້ວ ຍັງຢູ່ໃນສະພາບສົງຄາມລະຫວ່າງກັນຢູູ່.

XS
SM
MD
LG