ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ໄປກວດເບິ່ງ ເຂດອຸດສາຫະກໍາ Kaesong (ວີດີໂອ)


ລົດບັດຄັນນຶ່ງ ຂອງຄະນະຜູ້ແທນເກົາຫຼີໃຕ້ ອອກເດີນທາງ ໄປຍັງເຂດອຸດສາຫະກຳຮ່ວມ Kaesong ທີ່ຂົວ Paju ໃກ້ໆບ້ານຊາຍແດນ ປັນມຸນຈອມ (14 ສິງຫາ 2013)
ລົດບັດຄັນນຶ່ງ ຂອງຄະນະຜູ້ແທນເກົາຫຼີໃຕ້ ອອກເດີນທາງ ໄປຍັງເຂດອຸດສາຫະກຳຮ່ວມ Kaesong ທີ່ຂົວ Paju ໃກ້ໆບ້ານຊາຍແດນ ປັນມຸນຈອມ (14 ສິງຫາ 2013)
ເຈົ້າໜ້າທີ່ເກົາຫຼີໃຕ້ອອກເດີນທາງ ໄປຍັງເກົາຫຼີເໜືອ ໃນວັນເສົາ
ມື້ນີ້ ເພື່ອກວດກາເບິ່ງເຂດອຸດສາຫະກຳຮ່ວມ Kaesong ລຸນຫຼັງ ທີ່ໄດ້ມີການຕົກລົງກັນ ເມື່ອໄວໆມານີ້ ລະຫວ່າງປະເທດທັງສອງ ເພື່ອເລີ້ມການປະຕິບັດງານ ຢູ່ໃນເຂດ ອຸດສາຫະກຳດັ່ງກ່າວ ຄືນ
ໃໝ່.

ເຂດອຸດສາຫະກຳ ທີ່ບໍລິຫານງານຮ່ວມກັນແຫ່ງນີ້ ໄດ້ຖືກປິດລົງ
ຫຼັງຈາກເກົາຫລີ ເໜືອ ໄດ້ຖອນພະນັກງານຂອງຕົນຈຳນວນ 53
ພັນຄົນອອກຈາກເຂດດັ່ງ ກ່າວ ໃນຕົ້ນເດືອນເມສາປີນີ້ ໂດຍຖິ້ມ ໂທດໃສ່ການຊ້ອມລົມຮ່ວມລະຫວ່າງເກົາຫຼີໃຕ້ ກັບສະຫະລັດທີ່
ພາໃຫ້ເກີດຄວາມເຄັ່ງຕຶງ.

ນີ້ແມ່ນການປິດເຂດອຸດສາຫະກຳຮ່ວມທັງໝົດ ເປັນເທື່ອທຳອິດ ນັບແຕ່ໄດ້ເລີ້ມເປີດມາໃນ
ປີ 2004.

ເກົາຫຼີເໜືອ ແລະເກົາຫຼີໃຕ້ ໄດ້ຕົກລົງກັນໃນມື້ວັນພຸດຜ່ານມາ ຫຼັງຈາກໄດ້ມີການເຈລະຈາ ຫຼາຍໆຄັ້ງ ເພື່ອເລີ້ມການຜະລິດຄືນໃໝ່ ທີ່ເຂດອຸດສາຫະກຳ Kaesong ຊຶ່ງຕັ້ງຢູ່ໃນເຂດ ຂອງເກົາຫຼີເໜືອ ເໜືອບໍລິເວນຊາຍແດນຂອງເກົາຫຼີທັງສອງ ຂຶ້ນໄປໜ້ອຍນຶ່ງ.

ບັນດາທຸລະກິດຂອງເກົາຫຼີໃຕ້ ໃຊ້ເຂດອຸດສາຫະກຳຮ່ວມ Kaesong ເພື່ອຜະລິດສິນຄ້າ ດ້ວຍແຮງງານຄ່າຈ້າງຖືກ ຈາກເກົາຫຼີເໜືອ.

ເຂດອຸດສາຫະກຳຮ່ວມດັ່ງກ່າວແມ່ນແຫຼ່ງທີ່ມາອັນສຳຄັນຂອງເງິນຕາຕ່າງປະເທດສຳລັບ ຄະນະນຳພາເກົາຫຼີເໜືອທີ່ທຸກຍາກນັ້ນ.

ເຂດອຸດສາຫະກຳຮ່ວມ Kaesong ແມ່ນສັນຍາລັກອັນສຸດທ້າຍໃນການຮ່ວມມືລະຫວ່າງ ເກົາຫຼີທັງສອງ ທີ່ເປັນຄູ່ປໍລະປັກກັນມາ ເປັນເວລາດົນນານແລ້ວນັ້ນ.

KOREA KAESONG INSPECTION
please wait

No media source currently available

0:00 0:00:57 0:00
XS
SM
MD
LG