ເກົາຫລີໃຕ້ກ່າວວ່າ ກໍາລັງມີຄວາມກ້າວໜ້າໃນການເຈລະຈາ
ກັບເກົາຫລີເໜືອເພື່ອອະນຸຍາດໃຫ້ພະນັກງານຂອງຕົນ ທີ່ຍັງ
ຕົກຄ້າງຢູ່ໃນເຂດອຸດສາຫະກໍາຮ່ວມ ທີ່ຕັ້ງຢູ່ ເໜືອຊາຍແດນ
ຂອງປະເທດທັງສອງຂຶ້ນໄປໜ້ອຍນຶ່ງ ຊຶ່ງໄດ້ຖືກສັ່ງໃຫ້ໂຈະການ
ປະຕິບັດງານນັ້ນ ເດີນທາງກັບຄືນປະເທດໄດ້.
ແຕ່ກະຊວງທ້ອນໂຮມຊາດຂອງກຸງໂຊລເວົ້າວ່າ ຕ້ອງໃຊ້ເວລາ
ຫລາຍກວ່ານີ້ເພື່ອແກ້ໄຂບັນຫາຕ່າງໆ ເຊັ່ນພາສີແລະຄ່າແຮງ
ງານທີ່ຄ້າງຄາກັນຢູ່ ກ່ອນທີ່ຊາວເກົາຫລີໃຕ້ 7 ຄົນ ທີ່ຍັງຕົກຄ້າງ
ຈຶ່ງຈະສາມາດອອກຈາກເຂດອຸດສະຫະກໍາຮ່ວມ Kaesong ໄດ້.
ບັນຫາຂັດແຍ້ງກັນໃນນາທີສຸດທ້າຍ ໄດ້ຂັດຂວາງບໍ່ໃຫ້ຊາວເກົາຫລີໃຕ້ຈໍານວນດັ່ງກ່າວ
ເດີນທາງອອກຈາກທີ່ນັ້ນ ພ້ອມກັບພະນັກງານອື່ນໆ 43 ຄົນ ທີ່ໄດ້ກັບຄືນປະເທດ ໃນ
ວັນຈັນຜ່ານມານີ້. ການອອກຈາກເຂດອຸສາຫະກໍາດັ່ງກ່າວຂອງພະນັກງານທີ່ຍັງຕົກຄ້າງ
ເຫລົ່ານີ້ ຈະເປັນການເຮັດໃຫ້ ການຮ່ວມມືແບບສັນຕິອັນສຸດທ້າຍຂອງສອງປະເທດ ທີ່ ເປັນສັດຕູກັນໃນແຫລມເກົາຫລີ ສິ້ນສຸດລົງ.
ເກົາຫລີເໜືອໄດ້ຖອນພະນັກງານ 53 ພັນຄົນຂອງຕົນອອກ ແລະໄດ້ກີດກັ້ນບໍ່ໃຫ້ຊາວ
ເກົາຫລີໃຕ້ເຂົ້າໄປໃນສະຖານທີ່ດັ່ງກ່າວ ໃນເດືອນແລ້ວນີ້ ອັນເປັນສ່ວນນຶ່ງ ໃນການສະ
ແດງປະຕິກິຍາແບບໂກດແຄ້ນຂອງຕົນ ຕໍ່ການຂະຫຍາຍການລົງໂທດຂອງສະຫະປະຊາ
ຊາດ ຕໍ່ການທົດລອງນິວເຄລຍຂອງພຽງຢາງນັ້ນ.
ເບິ່ງວີດິໂອກ່ຽວກັບຂ່າວນີ້:
ກຸງໂຊລໄດ້ປະກາດໃນອາທິດແລ້ວນີ້ວ່າ ຕົນກໍາລັງຍົກຍ້າຍບັນດາຄົນງານຂອງຕົນ
ອອກຈາກເຂດ Keasong ຫລັງຈາກພຽງຢາງໄດ້ປະຕິເສດຕໍ່ຂໍ້ສະເໜີເຈລະຈາເພື່ອເປີດ
ເຂດອຸສາຫະກໍາຮ່ວມຄືນໃໝ່. ໃນວັນອັງຄານວານນີ້ ກຸງໂຊລໄດ້ຢືນຢັດວ່າ ຂໍ້ສະເໜີ
ດັ່ງກ່າວຍັງມີຢູ່ຄືເກົ່າ ແລະເວົ້າວ່າ “ປ່ອງຢ້ຽມແຫ່ງການເຈລະຈາ” ຍັງເປີດກວ້າງໃຫ້
ເກົາຫລີເໜືອຢູ່.
ພາບຫລ້າສຸດຈາກແຫລມເກົາຫລີ:

ພາບຫລ້າສຸດ ກ່ຽວກັບສະພາບ ໃນແຫລມເກົາຫລີ
1/11
South Korean vehicles returning from North Korea's Kaesong arrive at the customs, immigration and quarantine office near the border village of Panmunjom, in Paju, South Korea, April 30, 2013.
2/11
A South Korean vehicle loaded with goods from North Korea's Kaesong arrives at the customs, immigration and quarantine office near the border village of Panmunjom, in Paju, South Korea, April 30, 2013.
3/11
A TV reporter prepares for a news report in front of an empty gate at the customs, immigration and quarantine (CIQ) office in Paju, South Korea, April 29, 2013.
4/11
An open gate at a military checkpoint of the inter-Korean transit office in the border city of Paju on April 29, 2013.
5/11
Media wait for South Koreans returning home from North Korea's Kaesong at the customs office near the border village of Panmunjom that separates the two Koreas, in Paju, South Korea, April 29, 2013.
6/11
South Korean vehicles loaded with goods arrive from North Korea's Kaesong industrial complex at the customs, immigration and quarantine office near Paju, South Korea, April 27, 2013.
7/11
A South Korean army soldier talks with a tourist bus driver at Unification bridge, which leads to the demilitarized zone near the border village of Panmunjom in Paju, South Korea, April 26, 2013.
8/11
Amphibious assault vehicles of the South Korean Marine Corps throw smoke bombs during a U.S.-South Korea joint landing operation drill in Pohang, South Korea, April 26, 2013.
9/11
South Korean Marine LVT-7 landing craft land during the U.S.-South Korea joint military exercises in Pohang, south of Seoul, April 26, 2013.
Previous slide
Next slide