ເກົາຫລີໃຕ້ກ່າວວ່າ ຕົນຍັງເປີດກວ້າງສຳລັບການເຈລະຈາກັບ
ເກົາຫລີເໜືອ ເພື່ອແກ້ໄຂບັນຫາຂັດແຍ້ງກ່ຽວກັບເຂດອຸສາຫະ
ກໍາຮ່ວມ ຊຶ່ງເປັນທີ່ປະກົດໃນວັນອັງຄານມື້ນີ້ວ່າ ອາດຈະຖືກປິດ
ລົງຢ່າງເປັນການຖາວອນນັ້ນ.
ທ່ານ Ryoo Kihl-jae ລັດຖະມົນຕີກະຊວງທ້ອນໂຮມຊາດຂອງ
ກຸງໂຊລ ເວົ້າວ່າ ລັດຖະບານກຸງພຽງຢາງ ຄວນພິຈາລະນາຂໍສະ
ເໜີໃຫ້ມີການເຈລະຈາທີ່ແນໃສ່ເພື່ອເປີດໃຫ້ມີການຜະລິດຄືນໃໝ່ ຢູ່ໃນເຂດອຸດສາຫະກໍາ Kaesong ບ່ອນທີ່ຍັງມີພະນັກງານເກົາ
ຫລີໃຕ້ ຕົກຄ້າງຢູ່ ພຽງແຕ່ 7 ຄົນເທົ່ານັ້ນ.
ສຽງ…….
ທ່ານ Ryoo Kihl-jae ເວົ້າວ່າ “ຂໍ້ສະເໜີໃຫ້ມີການເຈລະຈາ ຍັງເປີດກວ້າງຢູ່ສໍາ
ລັບເກົາຫລີເໜືອ. ສະນັ້ນ ເກົາຫລີເໜືອຄວນຮັບເອົາຂໍ້ສະເໜີຂອງພວກເຮົາ.”
ເກົາຫລີເໜືອ ໄດ້ກັກຕົວບໍ່ໃຫ້ຊາວເກົາຫລີໃຕ້ 7 ຄົນທີ່ຍັງເຫຼືອຢູ່ ອອກເດີນທາງຈາກເຂດ
ອຸດສະຫະກໍາດັ່ງກ່າວ ທີ່ຕັ້ງຢູ່ເໜືອບໍລິເວນຊາຍແດນ ຂອງປະເທດທັງສອງຂຶ້ນໄປໜ້ອຍ
ນຶ່ງນັ້ນ ຍ້ອນສິ່ງທີ່ພຽງຢາງເວົ້າວ່າ ຍັງມີບັນຫາພາສີ ແລະຄ່າ ແຮງງານຄ້າງຄາຢູ່ ໃນນາ
ທີສຸດທ້າຍ.
ພະນັກງານ 43 ຄົນຂອງຈໍານວນ 50 ຄົນສຸດທ້າຍທີ່ຕົກຄ້າງຢູ່ໃນເຂດອຸດສາຫະກໍາຮ່ວມ Keasong ໄດ້ກັບຄືນບ້ານໃນວັນຈັນວານນີ້. ການອອກຈາກເຂດອຸສາຫະກໍາ
ດັ່ງກ່າວຂອງພະນັກງານທີ່ຍັງຕົກຄ້າງເຫລົ່ານີ້ ຈະເປັນການເຮັດໃຫ້ ການຮ່ວມມືແບບ
ສັນຕິອັນສຸດທ້າຍຂອງສອງປະເທດ ທີ່ເປັນສັດຕູກັນໃນແຫລມເກົາຫລີສິ້ນສຸດລົງ.
ເບິ່ງວີດິໂອອີກເລື້ອງນຶ່ງກ່ຽວກັບເລື້ອງນີ້:
ກຸງໂຊລໄດ້ປະກາດໃນອາທິດແລ້ວນີ້ວ່າ ຕົນກໍາລັງຍົກຍ້າຍບັນດາຄົນງານຂອງຕົນ
ອອກຈາກເຂດ Keasong ຫລັງຈາກພຽງຢາງໄດ້ປະຕິເສດຕໍ່ຂໍ້ສະເໜີເຈລະຈາເພື່ອເປີດ
ເຂດອຸສາຫະກໍາຮ່ວມຄືນໃໝ່.
ປະມວນພາບຫລ້າສຸດຈາກແຫລມເກົາຫລີ: