ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມເຄັ່ງຕຶງ ໃນ ແຫຼມເກົາຫຼີ


ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ ROBERT GATES ກ່າວວ່າ ການຈົມ ກຳປັ່ນລົບ ຂອງເກົາຫຼີໃຕ້ ແມ່ນພາກສ່ວນນຶ່ງ ໃນແຜນການຮຸກຮານ ທີ່ຂາດການໄຕ່ຕອງ ຂອງເກົາຫຼີເໜືອ.

ທ່ານ GATES ກ່າວຕໍ່ບັນດາ ລັດຖະມົນຕີ ປ້ອງກັນປະເທດ ຂອງເອເຊຍ ທີ່ສິງກະໂປ ໃນວັນເສົາມື້ນີ້ວ່າ ສະຫະລັດ ພວມຊັ່ງຊາ ຕີລາຄາເບິ່ງ ທາງເລືອກເພີ້ມຕື່ມ ເພື່ອໃຫ້ເກົາຫຼີເໜືອ ເປັນຜູ້ຮັບຜິດຊອບ. ທ່ານບໍ່ໄດ້ ໃຫ້ການຊີ້ແຈງຫຍັງ ຫຼາຍໄປກວ່ານີ້.

ເກົາຫຼີໃຕ້ ໄດ້ນຳສະເໜີ ເລື່ອງເກົາຫຼີເໜືອ ຈົມກຳປັ່ນລົບຂອງຕົນ ຕໍ່ສະພາ ຄວາມໝັ້ນຄົງ ຂອງອົງການ ສະຫະປະຊາຊາດ ທີ່ກຸງໂຊລເວົ້າວ່າ ຖືກໂຈມຕີ ໂດຍກຳປັ່ນດຳນໍ້າ ຂອງເກົາຫຼີເໜືອນັ້ນ.

ທ່ານປັກ ອິນ ກຸກ ເອກອັກຄະລັດຖະທູດ ຂອງເກົາຫຼີໃຕ້ ປະຈຳອົງການ ສະຫະປະຊາຊາດ ກ່າວວ່າ ສະຫະປະຊາຊາດ ຄວນຈະຕອບຮັບ ໃນວິທີ ທີ່ຈະຢັບຢັ້ງ ບໍ່ໃຫ້ເກົາຫຼີເໜືອ ກະທຳໃນອັນ ທີ່ທ່ານເອີ້ນວ່າ ການທ້າທາຍ ເກາະຜິດຕື່ມອີກ.

ພຽງຢາງ ໄດ້ຂູ່ວ່າ ຈະດຳເນີນການ ໃນອັນທີ່ ພຽງຢາງເອີ້ນວ່າ ເປັນການຕອບໂຕ້ ທີ່ແຮງທີ່ສຸດ ຖ້າເກົາຫຼີໃຕ້ ຫາກນຳສະເໜີ ເລື່ອງນີ້ ຕໍ່ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ.

XS
SM
MD
LG