ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເຄັ່ງຕຶງ ໃນແຫຼມເກົາຫຼີ


ລະບົບ ໂທລະໂຄ່ງ ຂອງເກົາຫຼີໃຕ້
ລະບົບ ໂທລະໂຄ່ງ ຂອງເກົາຫຼີໃຕ້

ກອງທັບຂອງເກົາຫຼີເໜືອ ຂົ່ມຂູ່ ວ່າ ຈະທຳລາຍອຸບປະກອນ ໃນ ການໂຄສະນາຊວນເຊື່ອ ເຊັ່ນ ໂທລະໂຄ່ງ ຂອງເກົາຫຼີໃຕ້ ທີ່ ຕິດຕັ້ງ ຢູ່ຕາມບໍລິເວນຊາຍ ແດນ.

ສື່ມວນຊົນ ຂອງທາງການ ເກົາຫຼີເໜືອ ໄດ້ອອກອາກາດ ຄຳຂູ່ຂອງກອງທັບ ໃນວັນເສົາມື້ນີ້ ຊຶ່ງເປັນຄຳຂູ່ລ່າສຸດ ຂອງເກົາຫຼີເໜືອ ນັບແຕ່ເກົາຫຼີໃຕ້ ໄດ້ຖິ້ມໂທດໃສ່ວ່າ ເປັນຜູ້ຈົມ ກຳປັ່ນລົບ ຂອງເກົາຫຼີໃຕ້ ໃນເດືອນມີນາ ຜ່ານມາ.

ຫຼັງຈາກ ເຫດຮ້າຍດັ່ງກ່າວ ໄດ້ເກີດຂຶ້ນ ເກົາຫຼີໃຕ້ ໄດ້ຕິດຕັ້ງ ລະບົບໂທລະໂຄ່ງ ເພື່ອອອກ ອາກາດ ຄຳໂຄສະນາຊວນເຊື່ອ ຕໍ່ຕ້ານເກົາຫຼີເໜືອ 11 ບ່ອນ ຢູ່ຕາມບໍລິເວນຊາຍແດນ ຂອງປະເທດທັງສອງ ທີ່ເປັນເຂດປອດທະຫານນັ້ນ. ກອງທັບ ເກົາຫຼີເໜືອ ກ່າວໃນວັນເສົາ ມື້ນີ້ວ່າ ຕົນຈະທຳລາຍ ລະບົບໂທລະໂຄ່ງ ແລະຂູ່ວ່າ ຈະເຮັດໃຫ້ກຸງໂຊລ ນະຄອນຫຼວງ ຂອງເກົາຫຼີໃຕ້ ກາຍເປັນ ໃນອັນທີ່ ພຽງຢາງເອີ້ນວ່າ ທະເລໄຟ.

ອົງການຂ່າວຢອນຮັບ ຂອງເກົາຫຼີໃຕ້ ໄດ້ອ້າງຄຳເວົ້າ ຂອງຫົວໜ້າຄະນະ ເສນາທິການ ປະສົມຂອງເກົາຫຼີໃຕ້ ທີ່ກ່າວວ່າ ມີການສັງເກດເຫັນວ່າ ບໍ່ມີການເຄື່ອນໄຫວ ຜິດປົກ ກະຕິໃດໆ ຢູ່ຕາມບໍລິເວນຊາຍແດນ ຂອງປະເທດທັງສອງ.

XS
SM
MD
LG