ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີຕ່າງປະເທດ ເກົາຫຼີໃຕ້ແລະຍີ່ປຸ່ນ ພົບປະກັນ


ປະທານາທິບໍດີ ເກົາຫຼີໃຕ້ ທ່ານ Lee Myung-bak ຈັບມືກັບ ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ທ່ານ Seiji Maehara ໃນລະຫວ່າງ ການພົບປະ ທີ່ທຳນຽບປະທານາທິບໍດີເກົາຫຼີໃຕ້ ທີ່ກຸງໂຊລ (15 ມັງກອນ 2011)
ປະທານາທິບໍດີ ເກົາຫຼີໃຕ້ ທ່ານ Lee Myung-bak ຈັບມືກັບ ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ທ່ານ Seiji Maehara ໃນລະຫວ່າງ ການພົບປະ ທີ່ທຳນຽບປະທານາທິບໍດີເກົາຫຼີໃຕ້ ທີ່ກຸງໂຊລ (15 ມັງກອນ 2011)

ພວກນັກການທູດອະວຸໂສຂອງຍີ່ປຸ່ນແລະເກົາຫຼີໃຕ້ ກ່າວ
ໃນວັນເສົາມື້ນີ້ວ່າເກົາຫຼີເໜືອຄວນເອົາບາດກ້າວທີ່ສຳຄັນ
ເພື່ອທຳລາຍຄັງອາວຸດນິວເຄລຍຂອງຕົນກ່ອນທີ່ການເຈ
ລະຈາ 6 ຝ່າຍ ກ່ຽວກັບການປົດອາວຸດຂອງເກົາຫຼີເໜືອ
ຈະສາມາດເລີ້ມຂຶ້ນໄດ້.

ລຸນຫຼັງ ການພົບປະທີ່ກຸງໂຊລ ກັບລັດຖະມົນຕີການຕ່າງ
ປະເທດຍີ່ປຸ່ນທ່ານ Seiji Maehara ທີ່ໄປຢ້ຽມຢາມແລ້ວ
ນັ້ນ ລັດຖະມົນຕີການຕ່າງປະເທດເກົາຫຼີໃຕ້ ທ່ານ Kim
Sung-Hwan ໄດ້ກ່າວຕໍ່ກອງປະຊຸມຖະແຫຼງຂ່າວວ່າພຽງ
ຢາງຕ້ອງໄດ້ສະແດງໃຫ້ເຫັນ ເຖິງຄວາມໝາຍໝັ້ນຕັ້ງໃຈ
ຢ່າງແທ້ຈິງ ກ່ຽວກັບການເຮັດໃຫ້ປະເທດດັ່ງກ່າວ ປອດ
ອາວຸດນິວເຄລຍໂດຍການເອົາມາດຕະການທີ່ສະເພາະເຈາະຈົງ. ທ່ານ Kim ບໍ່ໄດ້ໃຫ້ການ
ຊີ້ແຈງຫຍັງຫຼາຍໄປກວ່ານີ້.

ທ່ານ Maehara ກ່າວວ່າ ກ່ອນທີ່ຈະເລີ້ມການເຈລະຈາກັບເກົາຫຼີເໜືອນັ້ນ ກ່ອນອື່ນໝົດ
ແມ່ນຈຳເປັນ ທີ່ພຽງຢາງຕ້ອງໄດ້ສະແດງໃຫ້ເຫັນວ່າ ຕົນມີຄວາມຈິງຈັງ ກ່ຽວກັບປະຕິບັດ
ຕາມຄຳໝັ້ນສັນຍາທີ່ຕົນໄດ້ໃຫ້ໄວ້ ໃນການທີ່ຈະເຮັດໃຫ້ເກົາຫຼີເໜືອ ເປັນປະເທດປອດອາ
ວຸດນິວເຄລຍນັ້ນ.

XS
SM
MD
LG