ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສອງເກົາຫຼີ ຈັດການເຈລະຈາ ເພື່ອກະກຽມ ກ່ອນໜ້າ ກອງປະຊຸມສຸດຍອດ


ຕຶກ ຕົງກິລກັກ (Tongilgak) ຂອງເກົາຫຼີເໜືອ, ອັນເປັນສະຖານທີ່ ຂອງການເຈລະຈາ ລະດັບສູງ ລະຫວ່າງ ສອງເກົາຫຼີ, ແນມມາຈາກທາງເໜືອ ບ້ານປັນມູນຈອມ, ວັນທີ 29 ມີນາ 2018.
ຕຶກ ຕົງກິລກັກ (Tongilgak) ຂອງເກົາຫຼີເໜືອ, ອັນເປັນສະຖານທີ່ ຂອງການເຈລະຈາ ລະດັບສູງ ລະຫວ່າງ ສອງເກົາຫຼີ, ແນມມາຈາກທາງເໜືອ ບ້ານປັນມູນຈອມ, ວັນທີ 29 ມີນາ 2018.

ບັນດາເຈົ້າໜ້າທີ່ ຂອງເກົາຫຼີເໜືອ ແລະ ເກົາຫຼີໃຕ້ ໄດ້ຈັດການເຈລະຈາຂັ້ນກະກຽມ ໃນ
ວັນພະຫັດມື້ນີ້ ສຳລັບກອງປະຊຸມສຸດຍອດ ໃນທ້າຍເດືອນນີ້ ເຊິ່ງຜູ້ນຳ ຂອງທັງສອງ
ປະເທດນີ້ ທ່າມກາງຄວາມພະຍາຍາມລະດັບໂລກ ເພື່ອແກ້ໄຂບັນ ຫາຄວາມເຄັ່ງຕຶງ
ກ່ຽວກັບໂຄງການນິວເຄລຍ ຂອງຟຽງຢາງ.

ກອງປະຊຸມ ຂອງບັນດາເຈົ້າໜ້າທີ່ ຂັ້ນປະຕິບັດງານ ຢູ່ທີ່ ບ້ານຊາຍແດນປັນມູນຈອມ
ນັ້ນ ແມ່ນເພື່ອປຶກສາຫາລື ເລື່ອງຄວາມປອດໄພ ລະບຽບການ ແລະ ເລື່ອງການລາຍ
ງານຂ່າວຂອງສື່ມວນຊົນຕ່າງໆ ສຳລັບແຜນການກອງປະຊຸມສຸດຍອດ ທີ່ກຳນົດໄວ້
ໃນວັນທີ 27 ເມສາ ລະຫວ່າງ ຜູ້ນຳຂອງເກົາເໜືອ ທ່ານ ກິມ ຈົງ ອຶນ ແລະ ປະທານາ
ທິບໍດີ ຂອງເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ. ທຳນຽບສີຟ້າ ຫຼື Blue House ຂອງປະທານາ
ທິບໍດີ ເກົາຫຼີໃຕ້ ໄດ້ກ່າວວ່າ ທັງສອງຝ່າຍ ໄດ້ຕົກລົງ ທີ່ຈະບໍ່ເປີດເຜີຍ ເນື້ອຫາຂອງການ
ປຶກສາຫາລືກັນ ຈົນກວ່າ ຂໍ້ຕົກລົງຂັ້ນສຸດທ້າຍ ໄດ້ບັນລຸກັນ.

ກອງປະຊຸມຂັ້ນກະກຽມອີກຄັ້ງນຶ່ງ ຈະແກ້ໄຂລາຍລະອຽດຕ່າງໆເຊັ່ນວ່າ ທ່ານ ກິມ ຈະ
ເດີນທາງມາກອງປະຊຸມ ວິທີໃດ. ໄດ້ມີການສັນນິຖານໂດຍສື່ມວນຊົນ ວ່າ ຜູ້ນຳຂອງ
ເກົາຫຼີເໜືອ ຈະຍ່າງຂ້າມເສັ້ນກຳນົດຂອບເຂດທາງທະຫານ ທີ່ແບ່ງແຍກສອງເກົາຫຼີ
ໃນການສະແດງອອກທີ່ເປັນສັນຍາລັກນັ້ນ. ທັງສອງເກົາ ຫຼີ ຍັງຈະຕ້ອງກຳນົດວ່າ
ທ່ານກິມ ແລະ ທ່ານມູນ ຈະພົບປະກັນ ຈັກເທື່ອໃນວັນດັ່ງກ່າວນັ້ນ ແລະ ພາກສ່ວນ
ຂອງກອງປະຊຸມຕ່າງໆນັ້ນ ຈະຖ່າຍທອດສົດ ຜ່ານທາງໂທລະພາບ ຫຼືບໍ່.

ທັງສອງປະເທດ ໄດ້ຕົກລົງກັນ ກ່ຽວກັບວັນສຳລັບກອງປະຊຸມສຸດຍອດ ຫຼັງຈາກ ໄດ້ມີ
ການປະຊຸມລະດັບຂັ້ນສູງ ນຳກັນເມື່ອສັບປະດາແລ້ວນີ້. ບັນດາເຈົ້າໜ້າທີ່ໃນນະຄອນ
ຫຼວງ ໂຊລ ໄດ້ກ່າວວ່າ ກອງປະຊຸມສຸດຍອດ ເຊິ່ງຈະມີຂຶ້ນ ໃນບ້ານ ປັນມູນຈອມ ຈະ
ເພັ່ງເລັງໃສ່ການປົດອາວຸດນິວເຄລຍ ຂອງເກົາຫຼີເໜືອ ເຖິງແມ່ນວ່າ ພຽງຢາງ ຍັງບໍ່ໄດ້
ຢັ້ງຢືນໃນເລື່ອງນີ້ ໂດຍຜ່ານສື່ມວນຊົນຂອງທາງການເກົາຫຼີເໜືອ ກໍຕາມ.

ກອງປະຊຸມສຸດຍອດ ຕ່າງຫາກ ລະຫວ່າງ ທ່ານກິມ ແລະ ປະທານາທິບໍດີ ສະຫະລັດ
ທ່ານດໍໂນລ ທຣຳ ແມ່ນຄາດກັນວ່າ ຈະມີຂຶ້ນ ພາຍໃນທ້າຍເດືອນພຶດສະພາ.

ທັງສອງເກົາຫຼີ ໄດ້ຈັດກອງປະຊຸມສຸດຍອດນຳກັນ ພຽງສອງຄັ້ງ ຜ່ານມາ ນັບຕັ້ງແຕ່
ເກີດສົງຄາມເກົາຫຼີ ເມື່ອປີ 1950 ຫາ 1953.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG