ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເກົາຫລີເໜືອ ລົບກວນລະບົບສັນຍານ GPS ເກົາຫລິໃຕ້


ການຊ້ອມລົບປະຈໍາປີຂອງສະຫະລັດ ກັບເກົາຫລີໃຕ້.
ການຊ້ອມລົບປະຈໍາປີຂອງສະຫະລັດ ກັບເກົາຫລີໃຕ້.

ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫລີ​ໃຕ້​ກ່າວ​ວ່າ ​ເກົາຫລີ​ເໜືອ​ໄດ້​ລົບ​ກວນ​ສັນຍານ GPS ຫລື​ສັນຍານ​ນໍາ​ທາງໃນ​ເກົາຫລີ​ໃຕ້ ມາ​ຕັ້ງ​ແຕ່​ວັນ​ສຸກ​ໃນ​ອັນ​ທີ່​ແລ​ເຫັນ​ໄດ້​ວ່າ ​ເປັນຄວາມ​ພະຍາຍາມຢ່າງຈະ​ແຈ້ງ​ເພື່ອ​ລົບ​ກວນ​ການ​ຊ້ອມ​ລົບ​ຄັ້ງໃຫຍ່​ຂອງ​ເກົາຫລີ​ໃຕ້​ກັບ​ສະຫະລັດ​ນັ້ນ.

ເຈົ້າ​ໜ້າ​ທີ່​ລັດຖະບານ​ເກົາຫລີ​ໃຕ້​ທ່ານ​ນຶ່ງ​ກ່າວ​ຕໍ່ VOA ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ການ​ລົບ​ກວນ​ທີ່​ວ່ານີ້ ​ແມ່ນມາ​ຈາກເຂດ​ນຶ່ງ​ໃນ​ເກົາຫລີ​ເໜືອ ​ໃກ້ໆ​ກັບ​ເຂດ​ປອດ​ທະຫານ ​ທີ່​ແບ່ງ​ແຍກ​ສອງ​ເກົາຫລີນັ້ນ ​ແລະ​ເປັນ​ການ​ທີ່​ລົບ​ກວນ​ທີ່ແຂງ​ແຮງ​ທີ່​ສຸດໃນ​ວັນ​ສຸກ​ແລະ​ວັນ​ເສົາ​ຜ່ານ​ມາ​ນີ້ ​ແລະໄດ້​ດໍາ​ເນີນ​ມາຈົນ​ຮອດ​ວັນ​ຈັນ​ມື້​ນີ້ ​ແຕ່​ເປັນ​ການ​ລົບ​ກວນ​ທີ່​ອ່ອນ​ແອ​ລົງ​.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ລົບ​ກວນ​ທີ່​ວ່າ​ນີ້ ​ມີ​ຜົນ​ກະທົບ​ພຽງເລັກນ້ອຍ ​ຕໍ່​ການ​ຊ້ອມ​ລົບ​ປະ​ຈໍາປີ ຊຶ່ງ​ໄດ້​ກະ​ຕຸ້ນ​ໃຫ້​ເກົາຫລີ​ເໜືອ​ຂົ່ມຂູ່​ທີ່​ຈະທໍາ​ການ​ຕອບ​ໂຕ້​ນັ້ນ. ​ໄດ້​ມີ​ການ​ລົບ​ກວນ​ເລັກ​ນ້ອຍ​ຕໍ່​ເຄື່ອງ​ໃຊ້ຂອງພົນລະ​ເຮືອນ​ເຊ່ນ​ກັນ ຮວມທັງ​ໂທລະສັບມື​ຖື ​ໃນ​ກຸງ​ໂຊລ​ແລະ​ໃນ​ຫົວ​ເມືອງ​ອື່ນໆ​ອີກ​ຂອງ​ເກົາຫລີ​ໃຕ້.

ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫລີ​ໃຕ້​ໄດ້​ປະກາດ​ໃຫ້​ຮູ້​ໃນ​ເດືອນ​ຕຸລາ​ປີ​ແລ້ວ​ນີ້​ວ່າ ​ເກົາຫລີ​ເໜືອ​ມີເທັກ​ໂນ​ໂລ​ຈີສໍາລັບລົບ​ກວນ​ສັນຍານ​ GPS ທີ່​ໃຊ້​ນໍາ​ທາງ​ຫລືບ​ອກທາງ​ນັ້ນ ​ແລະ​ກ່າວ​ຕໍ່​ໄປ​ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າ​ທາງ​ກຸງ​ພຽງ​ຢ້າງ​ໃຊ້​ເຄື່ອງ​ລົບ​ກວນ​ທີ່ອາ​ໄສ​ເທັກ​ໂນ​ໂລ​ຈີຂອງຣັດ​ເຊຍ ​ແລະ​ຄົງ​ຈະ​ແມ່ນ​ເຄື່ອງ​ຊະນິດ​ທີ່​ຕິດ​ຕັ້ງ​ໃສ່​ລົດ​ບັນທຸກ.

ພວກ​ເຈົ້າ​ໜ້າ​ທີ່​ເຫລົ່າ​ນີ້​ກ່າວ​ວ່າ ​ເຄື່ອງ​ເຫລົ່າ​ນີ້​ສາ​ມາດ​ລົບ​ກວນສັນຍານ GPS ​ທີ່ຢູ່ພາຍ​ໃນ​ວົງ​ລັດສະໝີ​ 50 ຫາ 100 ຫລັກ​ກິ​ໂລ​ແມັດ​ໄດ້​.

XS
SM
MD
LG