ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຜິດຖຽງກັນ ລະຫວ່າງສອງເກົາຫລີ ອາດກາຍເປັນສົງຄາມໄດ້


ການຊ້ອມຍິງປືນໃຫຍ່ ຂອງເກົາຫລີໃຕ້
ການຊ້ອມຍິງປືນໃຫຍ່ ຂອງເກົາຫລີໃຕ້

ກຸ່ມຈັດຕັ້ງນາໆຊາດກຸ່ມນຶ່ງ ທີ່ອຸທິດຕົນເພື່ອການປ້ອງກັນບໍ່ໃຫ້ເກີດການຂັດແຍ້ງກັນ ໄດ້ ເຕືອນເຖິງຄວາມສ່ຽງທີ່ຈະເກີດການຂັດແຍ້ງກັນ ໃນຂອບເຂດກວ້າງຂວາງອອກໄປອີກ ໃນແຫລມເກົາຫລີນັ້ນ. ລາຍງານກ່ຽວກັບເລຶ່ອງນີ້ໄດ້ມີຂື້ນ ນຶ່ງເດືອນຫລັງຈາກການຍິງ ປືນໃຫຍ່ໃສ່ກັນ ທີ່ໄດ້ຍັງຜົນໃຫ້ຊາວເກົາຫລີໃຕ້ເສຍຊີວິດໄປ 4 ຄົນ. ຜູ້ສື່ຂ່າວວີໂອເອ ນາຍ Steve Herman ມີລາຍລະອຽດ ຈາກນະຄອນຫລວງໂຊລ ຂອງເກົາຫລີໃຕ້ ຊຶ່ງທອງປານຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ

ກຸ່ມວິກິດການລະຫວ່າງຊາດ the International Crisis Group ຫລື ICG ​ໄດ້​ອອກມາເຕືອນກ່ຽວກັບການ​ຜິດ​ຖຽງກັນ​ເລື້ອງຊາຍ​ແດນ​ທາງ​ທະ​ເລ ລະຫວ່າງເກົາຫລີເໜືອ ແລະເກົາຫລີໃຕ້ນັ້ນ ໃນຂະນະທີ່ປາກົດວ່າ ລັດຖະບານ ພຽງຢາງກໍາລັງກະກຽມທໍາການ ປ່ຽນ​ແປງ​ໃນ​ຄະນະ​ນໍາພາ. ກຸ່ມ ICG ກ່າວວ່າ ສະຖານະການທີ່ອາດລະ​ເບີດຂື້ນໄດ້
ງ່າຍສອງ​ຢ່າງ​ນີ້ລວມກັນນັ້ນ ​ເຮັດໃຫ້​ມີ​ຄວາມ​ຈໍາ​ເປັນ​ທີ່​ຈະ
ຕ້ອງ​ດໍາ​ເນີນ​ມາດຕະການອັນຮີບດ່ວນຕ່າງໆ ເພື່ອຫລຸດ
ຜ່ອນ​ໂອກາດ​ໃນ​ການເກີດເສິກສົງຄາມທີ່ອາດເປັນໄປໄດ້ນັ້ນ.

ຢູ່​ໃນລາຍງານສະບັບນຶ່ງທີ່​ຫາ​ກໍ​ນໍາ​ອອກ​ເຜີຍ​ແຜ່ ກຸ່ມໄອຊີຈີ ໄດ້ຮຽກຮ້ອງໃຫ້ພຽງຢາງແລະໂຊລ ຈົ່ງຮັບເອົາການ​ໄກ່​ເກ່ຍຂອງນາໆຊາດກ່ຽວກັບຂໍ້ຂັດແຍ້ງ​ເລື່ອງ​ຊາຍ​ແດ​ນນັ້ນ ເກົາຫລີເໜືອບໍ່ຮັບຮູ້ເສັ້ນຈໍາກັດພາກເໜືອໃນເຂດທະເລ ເຫລືອງ ນອກຝັ່ງທະເລກໍ້າຕາເວັນຕົກຂອງ​ຕົນນັ້ນ​ ວ່າ​ເ​ປັນ
ຊາຍ​ແດນລະຫວ່າງ​ສອງ​ເກົາຫລີ ຊຶ່ງເສັ້ນຈໍາກັດທີ່ວ່ານີ້ ແມ່ນຜູ້ບັນຊາການທະຫານສະຫະ
ລັດທ່ານນຶ່ງ ​ເປັນ​ຜູ້​ແຕ້ມ​ຂຶ້ນໃນປີ 1953 ໃນວາລະສິ້ນສຸດສົງຄາມເກົາຫລີນັ້ນ.

ທ່ານ Daniel Pinkston ​ເປັນ​ຮອງຜູ້ອໍານວຍການ​ຝ່າຍໂຄງການປະ​ຈໍາ​ເຂດເອເຊຍຕາເວັນ
ອອກສຽງເໜືອຂອງກຸ່ມວິກິດການລະຫວ່າງຊາດ ຫລືກຸ່ມໄອຊີຈີ. ທ່ານ Daniel ຮັບຮູ້ວ່າ
ໃນ​ເວລາ​ນີ້ ເກົາຫລີໃຕ້ແມ່ນຈະບໍ່ເຕັມໃຈທີ່ຈະທໍາ​ການເຈລະຈາເພື່ອປ່ຽນແປງເຂດຊາຍ​ແດນ ນັ້ນ. ທ່ານ Pinkson ​ເວົ້າວ່າ

"ໃນແງ່ການເມືອງແລ້ວ ມັນຈະຍາກລໍາບາກຫລາຍຢູ່ໃນ ເກົາຫລີໃຕ້ນັ້ນ ເພາະ
ແນ່ນອນວ່າມັນ​ເກືອບ​ຈະ​ເທົ່າ​ກັບ​ ເປັນການຍິນຍອມ​ໃຫ້​ເກົາຫລີ​ເໜືອ. ກໍຄືເວລາ
ໃດ ພວກເຮົາ​ເວົ້າເຖິງເລື້ອງເຂດ​ແດນ ກໍ​ຄື​ກັນ​ກັບ​ວ່າ​ ເຮົາ​ເວົ້າ​ເຖິງເກມທີ່ບໍ່​ມີ​
ທາງ​ໄດ້​ຫຍັງ​ເລີຍ. ໃນທ້ອງ​ເລື້​ອງຂອງພຶດຕິການຂອງເກົາຫລີເໜືອ ເມື່ອໝໍ່ໆ
ມານີ້​ແລ້ວ ການກະທໍາ​ເຊ່ນ​ນັ້ນ ແມ່ນຈະບໍ່​ໄດ້​ຮັບ​ຄວາມນິຍົມຊົມຊອບຫລາຍທີ່ສຸດ."

ເວລາທີ່ເກົາຫລີເໜືອຍິງປືນໃຫຍ່ໃສ່ເກາະຢີອົນພີຢົງຂອງເກົາຫລີໃຕ້ເມື່ອນຶ່ງເດືອນປາຍຜ່ານ
ມາ ຄື​ໃນ​ວັນ​ທີ 23 ພະຈິກ ທີ່​ໄດ້ຍັງຜົນໃຫ້ຊາວເກົາຫລີໃຕ້ເສຍຊີວິດນັ້ນ ເກົາຫລີເໜືອອ້າງ
ວ່າ ​ຕົນໂຕ້ຕອບຕໍ່​ການຍິງປືນໃຫຍ່ຂອງເກົາຫລີໃຕ້.

ຝ່າຍເກົາຫລີໃຕ້ກໍໄດ້ໂຕ້ຕອບ ດ້ວຍການຊ້ອມລົບທາງທະຫານຕິດ​ຕໍ່ກັນຫລາຍໆບັ້ນ ໂຮມ
ທັງການເຝິກແອບຍິງປືນໃຫຍ່ເມື່ອວັນຈັນອາທິດ​ແລ້ວ​ນີ້ ທີ່ເກາະຢີອົນພີຢົງ ແລະການຊ້ອມ
ລົບທີ່​ໃຫຍ່​ກ່ວາ ຢູ່​ໃກ້ເຂດຊາຍແດນທາງບົກ ເມື່ອວັນອັງຄານຜ່ານ​ມາ​ນັ້ນ.

ພວກນັກຊ່ຽວຊານ​ກ່ຽວ​ກັບເກົາຫລີເໜືອສັນນິຖານ​ກັນວ່າ ພຽງຢາງກໍາລັງເພີ່ມຄວາມເຄັ່ງຕຶງ ຂື້ນເພື່ອສົ່ງ​ເສີມພາບ ພົດຂອງທາຍາດ​ຜູ້​ທີ່​ຈະ​ສືບ​ຕໍາ​ແໜ່​ງຜູ້ນໍາ​ປະ​ເທດແທນບິດາ ຄື Kim Jong Un ລູກຊາຍຂອງທ່ານ ກິມ ຈົງ ອິລ ນັ້ນ.

ທ່ານ Pinkson ຈາກກຸ່ມໄອຊີຈີກ່າວວ່າ ມີ​ຄວາມ​ຈໍາ​ເປັນ​ທີ່ທາງວໍຊິງຕັນແລະປັກກິ່ງ ຈະ
ຕ້ອງ​ໃຊ້ອິດທິພົນ ຕໍ່ກຸງໂຊລແລະພຽງຢາງ ແຕ່ກໍເຕືອນວ່າ ມັນອາດຈະບໍ່ຊ່ວຍຫຍັງໄດ້. ທ່ານ Pinkson ​ເວົ້າ​ວ່າ

“ເຖິງແມ່ນວ່າ ອິດທິພົນຂອງ​ສອງ​ປະ​ເທດ​ນີ້​ຈະ​ແຂງ​ແຮງ ແຕ່ມັນກໍບໍ່ເດັດຂາດ
ແລະໃນທີ່ສຸດແລ້ວ ທັງພຽງຢາງແລະໂຊລກໍຈະພາກັນກະທໍາ ໃນສິ່ງທີ່​ນອນ​ຢູ່
ໃນຜົນປະໂຫຍດແຫ່ງຊາດຂອງພວກເຂົາເຈົ້າ ຕາມທີ່ພວກເຂົາເຈົ້າຕີຄວາມ
ໝາຍເອົານັ້ນ. ຄືມັນມີຂີດຈໍາກັດຕໍ່ອິດທິພົນຂອງຈີນ​ຢູ່​ໃນ​ພຽງ​ຢາງ ​ແລະ​ກໍມີ
ຂີດຈໍາກັດຕໍ່ອິດ​ທິພົນ​ຂອງສະຫະລັດ ຢູ່ໃນນະຄອນຫລວງໂຊລ ນັ້ນເຊັ່ນກັນ."

ຄວາມເຄັ່ງຕຶງໄດ້ເພີ່ມທະວີຂື້ນນັບຕັ້ງແຕ່ເດືອນມີນາເປັນຕົ້ນມາ ເວລາ​ເຮືອລົບເກົາຫລີໃຕ້ລໍາ​
ນຶ່ງໃນເຂດທະເລເຫລືອງ ລະເບີດຂຶ້ນແລະຈົມນໍ້າ. ທາງພຽງຢາງບໍ່ຍອມຮັບເອົາຜົນການສືບ
ສວນຂອງນາໆຊາດ ທີ່ເວົ້າວ່າ ເຮືອລົບ Cheonan ຂອງເກົາຫລີໃຕ້ຖືກຍິງໂດຍຈະຫລວດ
ຕໍປິໂດ ຂອງ​ເກົາຫລີ​ເໜືອ ທີ່ຍັງຜົນໃຫ້ທະຫານເຮືອເກົາຫລີໃຕ້ເສຍຊີວິດ 46 ຄົນນັ້ນ.

ທ່ານ Bill Richardson (AP Photo/Jeff Geissler, file)
ທ່ານ Bill Richardson (AP Photo/Jeff Geissler, file)

ອະດີດນັກການທູດສະຫະລັດ ທ່ານ Bill
Richardson ທີ່ໄດ້ໄປຢ້ຽມຢາມນະຄອນ
ຫລວງພຽງຢາງ​ໃນເດືອນນີ້ ເອີ້ນແຫລມ
ເກົາຫລີນັ້ນວ່າ ເປັນຄືຫີບໝື້ໄຟ. ທ່ານ
Richardson ຊຶ່ງ​ເວລາ​ນີ້​ເປັນຜູ້ວ່າການ
ລັດນີວແມ໊ກຊິໂກ ບອກກັບວີໂອເອ ພະ
ແນກພາສາເກົາຫລີ ວ່າ ມີ​ແຕ່ການເຈລະ
ຈາກັນ ທາງການທູດເທົ່ານັ້ນ ທີ່ຈະເປັນ
ທາງອອກ ຈາກໄພອັນຕະລາຍນີ້ໄດ້. ທ່ານ Richardson ກ່າວວ່າ

ສະຖານະການລະຫວ່າງສອງເກົາຫລີ
ໃນເວລານີ້ແມ່ນເຄັ່ງຕຶງຫລາຍທີ່ສຸດ
ຂະໜາດທີ່ວ່າມັນຈະຕ້ອງມີການເຄຶ່ອນ
ໄຫວທາງການທູດກັນຢ່າງໃດຢ່າງນຶ່ງ ​ເຊ່ນ​ວ່າ ມີທູດພິເສດຈາກສະຫະປະຊາ
ຊາດ. ຈີນກໍຈະຕ້ອງເຂົ້າໄປ ພົວພັນເພີ່ມອີກ ອັນທີ່ຈິງແລ້ວນັ້ນ ການເຈລະຈາ
ຫົກຝ່າຍແມ່ນຈະຕ້ອງ​ໄດ້ໄຂຂື້ນອີກໃໝ່ ແລະປ່ອຍໃຫ້ເກົາຫລີໄດ້ສະແດງວ່າ
ຕົນເອົາຈິງເອົາຈັງກ່ຽວກັບພືດຕິການຂອງຕົນແລະກ່ຽວກັບການເຈລະຈາກັນນັ້ນ.”

ທ່ານ Richardson ກ່າວວ່າ ທ່ານໄດ້ລາຍງານໂດຍສັງ​ເຂບ​ໃຫ້ພວກເຈົ້າໜ້າທີ່ສະຫະລັດ
ຊາບກ່ຽວກັບການໄປຢ້ຽມຢາມເກົາຫລີເໜືອຂອງທ່ານ ແລະການຍິນຍອມຕ່າງໆທີ່ທາງ
ພຽງຢາງ​ໄດ້ສະເໜີຂຶ້ນ ກ່ຽວກັບໂຄງການນີວເຄລຍຂອງຕົນນັ້ນ.

ທ່ານ Richardson ກ່າວຊີ້ແຈງຕື່ມວ່າ ເກົາຫລີເໜືອໄດ້ບອກທ່ານວ່າ ພວກເຂົາເຈົ້າພ້ອມ
ແລ້ວ ທີ່ຈະອະນຸຍາດໃຫ້ມີການກວດກາຂອງນາໆຊາດຢູ່ສະຖານທີ່ສ້າງໂຄງການນີວເຄລຍ
ຂອງເຂົາເຈົ້າ ແລະ​ເຕັມໃຈທີ່ຈະຂາຍອອກຫລອດ ເຊື້ອໄຟນີວເຄລຍທີ່ຕົນມີ​ຢູ່ ທີີ່ອາດນໍາໄປ
ໃຊ້ເຮັດລະເບີດ Plutonium ກໍ​ຄື​ລະ​ເບີດ​ນິວ​ເຄລຍໄດ້ນັ້ນ.

ທາງທໍານຽບຂາວກ່າວວ່າ ບໍ່ມີປະໂຫຍດຫຍັງເລີຍທີ່ຈະຫວນໄປຫາການ​ເຈລະຈາຫົກ​ຝ່າຍ
ຈົນກວ່າວ່າພຽງຢາງຈະຍຸຕິ ພຶດຕິການກະຫາຍສົງຄາມນັ້ນ​ເສຍກ່ອນ ແລະປະຕິບັດ​ຕາມຄໍາ
ໝັ້ນສັນຍາທີ່ໄດ້​ໃຫ້​ໄວ້ ທີ່​ວ່າ​ຈະຍົກເລີກ ຫລືສະລະໂຄງການນີວເຄລຍຂອງຕົນນັ້ນ.

ເກົາຫລີເໜືອໄດ້ຍ່າງໜີອອກຈາກການເຈລະຈາຫົກ​ຝ່າຍ ເມື່ອປີ 2009.

XS
SM
MD
LG