ສະມາຊິກສະພາເກົາຫຼີໃຕ້ຈຸນຶ່ງໄດ້ຂ້າມຊາຍແດນທີ່ມີການຍາມຮັກສາການຢ່າງເຂັ້ມງວດເຂົ້າ
ໄປໃນເກົາຫຼີເໜືອ ໃນວັນສຸກມື້ນີ້ ໃນການຢ້ຽມຢາມລະດັບສູງ ທີ່ບໍ່ຄ່ອຍໄດ້ເຫັນກັນ ຕໍ່ເຂດ
ອຸສາຫະກຳຂະໜາດໃຫຍ່ແຫ່ງນຶ່ງທີ່ມີການບໍລິຫານງານຮ່ວມກັນໂດຍທັງສອງຝ່າຍ.
ສະມາຊິກສະພາແຫ່ງຊາດຈຸນີ້ຂອງເກົາຫຼີໃຕ້ ມີກຳນົດທີ່ຈະພົບປະກັບພວກເຈົ້າໜ້າທີ່ຂອງບໍ
ລິສັດເກົາຫຼີໃຕ້ ຢູ່ທີ່ເຂດອຸສາຫະກຳດັ່ງກ່າວ ແລະສະມາຊິກສະພາເກົາຫຼີໃຕ້ ບໍ່ມີແຜນການ
ທີ່ຈະພົບພໍ້ກັບເຈົ້າໜ້າທີ່ເກົາຫຼີເໜືອ ໃນລະຫວ່າງການຢ້ຽມຢາມເປັນເວລານຶ່ງມື້ທີ່ວ່ານີ້.
ສະມາຊິກສະພາເກົາຫຼີໃຕ້ທ່ານ Kim Choon-hwan ເອີ້ນການຢ້ຽມຢາໃນຄັ້ງນີ້ວ່າ ເປັນ
ການຢ້ຽມຢາມຄັ້ງປະຫວັດສາດ ກ່ອນທີ່ສະມາຊິກສະພາ 8 ທ່ານຂອງເກົາຫຼີໃຕ້ເດີນທາງ
ໄປຍັງເຂດອຸສາຫະກຳຮ່ວມ Kaesong. ທ່ານ Kim ກ່າວວ່າ ພວກເຮົາໄດ້ເລີ້ມການເດີນ
ທາງໃນລະດັບເຮັດວຽກແຕ່ຂ້າພະເຈົ້າກໍຫວັງວ່າການເດີນທາງໄປຢ້ຽມຢາມໃນຄັ້ງນີ້ຈະເປັນ
ໂອກາດອັນດີ ສຳຫຼັບການເຈລະຈາລະຫວ່າງເກົາຫຼີ ການຮ່ວມມືແລະການພັດທະນາໃນອະ
ນາຄົດຂ້າງໜ້າ.
ນີ້ແມ່ນການຢ້ຽມຢາມລະດັບສູງສຸດຕໍ່ເຂດອຸສາຫະກຳຮ່ວມ Kaesong ໂດຍພວກເຈົ້າໜ້າ
ທີ່ເກົາຫຼີໃຕ້ນັບແຕ່ການເຖິງແກ່ອະສັນຍະກຳຂອງມື້ລາງຜູ້ນຳຂອງເກົາຫຼີເໜືອທ່ານກິມຈົງອິລ
ໃນເດືອນທັນວາຜ່ານມາ.