ໂທລະເລກທາງການທູດຂອງສະຫະລັດ ທີ່ສົ່ງໄປມາໃຫ້
ກັນນັ້ນ ສະແດງໃຫ້ເຫັນວ່າ ໃນເດືອນກຸມພາປີນີ້ ຮອງ
ລັດຖະມົນຕີກະຊວງ ການຕ່າງປະເທດຂອງເກົາຫລີໃຕ້
ໄດ້ກ່າວຕໍ່ເອກອັກຄະລັດຖະທູດສະຫະລັດ ປະຈຳກຸງ
ໂຊລວ່າ ບັດນີ້ ພວກເຈົ້າໜ້າທີ່ “ຫົວທັນສະໄໝ” ຂອງ
ຈີນ ພາກັນຄິດວ່າ ເກົາຫລີຄວນຈະເຕົ້າໂຮມເຂົ້າເປັນ
ນຶ່ງດຽວກັນ ໂດຍຢູ່ພາຍໃຕ້ການຄຸ້ມຄອງຂອງລັດຖະ
ບານຂອງກຸງໂຊລ ຖ້າເກົາຫລີເໜືອຫາກພັງທະລາຍລົງ.
ໂທລະເລກອ້າງຄໍາເວົ້າຂອງເຈົ້າໜ້າທີ່ເກົາຫລີໃຕ້ທ່ານນີ້ ຄື
ທ່ານ Chun Yung-woo ທີ່ກ່າວວ່າ ເຖິງແມ່ນຈີນຈະບໍ່
ຕ້ອງການໃຫ້ມີກຳລັງທະຫານສະຫະລັດ ຢູ່ໃນດິນແດນ
ທີ່ແມ່ນເກົາຫລີເໜືອຢູ່ໃນປັດຈຸບັນນີ້ ແຕ່ພວກເຂົາເຈົ້າກໍ
ຈະຮັບເອົາປະເທດເກົາຫລີ ທີ່ເຕົ້າໂຮມເຂົ້າເປັນອັນນຶ່ງ
ອັນດຽວກັນ ແລະເປັນພັນທະມິດ “ທີ່ບໍ່ມີບົດບາດ
ແຂງຂັນຫ້າວຫັນ” ກັບສະຫະລັດ.
ທ່ານ Chun ຊຶ່ງເວລານີ້ ເປັນທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີ
ເກົາຫລີໃຕ້ເວົ້າວ່າ ພວກຜູ້ນຳໜຸ່ມນ້ອຍທັງຫລາຍໃນພັກຄອມມີວນີສຈີນປັດຈຸບັນນີ້ ແມ່ນ
ບໍ່ເຕັມໃຈທີ່ຈະສ່ຽງໃຫ້ເກີດສົງ ຄາມຢູ່ໃນແຫລມເກົາຫລີ ເພື່ອຊ່ວຍເກົາຫລີເໜືອທີ່ເຂົາເຈົ້າ
ເຫັນວ່າບໍ່ມີປະໂຫຍດຫຍັງ ຫລືບໍ່ສາມາດກາງຕໍ່ອາໃສຫຍັງໄດ້ອີກແລ້ວນັ້ນ.
ນອກນີ້ ທ່ານ Chun ຍັງເວົ້າວ່າ ລັດຖະບານຂອງທ່ານ
ຄິດວ່າ ລັດຖະບານເກົາຫລີເໜືອ ອາດສາມາດພັງທະລາຍ
ລົງໄດ້ພາຍໃນ 2 ຫລື 3 ປີ ພາຍຫລັງທີ່ຜູ້ນໍາເກົາຫລີ
ເໜືອ ທ່ານ Kim Jong Il ເສຍຊີວິດໄປແລ້ວ.
ທ່ານ Brian Myers ອາຈານສອນທີ່ມະຫາວິທະຍາໄລ Dongseo ໃນເມືອງ Busan ເປັນຊ່ຽວຊານດ້ານອຸດົມການຂອງເກົາຫລີເໜືອ. ທ່ານກ່າວວ່າ ຄະນະນຳພາຂອງເກົາຫລີເໜືອບໍ່ເຄີຍໄວ້ວາງໃຈຈີນຈັກເທື່ອ. ທ່ານກ່າວດັ່ງນີ້:
"ຂ້າພະເຈົ້າບໍ່ຄິດວ່າການເປີດເຜີຍເຫລົ່ານີ້ ຈະມາສ້າງ
ຄວາມຕົກຕະລຶງ ຢ່າງສິ້ນເຊີງໃຫ້ແກ່ລັດຖະບານທີ່ມັກ
ຈະຄິດ ໃນທາງລົບທີ່ສຸດກ່ຽວກັບພວກຊາວຕ່າງປະເທດຢູ່ແລ້ວນັ້ນ. ມັນຈະສ້າງ
ຄວາມສະເທືອນໃຈຕໍ່ປະຊາຊົນເກົາຫລີເໜືອ ເວລາຂ່າວນັ້ນໄປຮອດໄປເຖິງພວກ
ປະຊາຊົນ ແລະມັນກໍຈະໄປຮອດໄປເຖິງແທ້ ເນື່ອງຈາກວ່າເວລານີ້ພວກປະຊາຊົນ ສາມາດເຂົ້າເຖິງແຫລ່ງຂໍ້ມູນ ຈາກພາຍນອກໄດ້ຫລາຍທີ່ສຸດ ຊຶ່ງມັນກໍຈະໄປເສີມ
ຕື່ມໃສ່ສິ່ງທີ່ປາກົດວ່າ ເປັນວິກິດການດ້ານຄວາມເຊື່ອໝັ້ນ ທີ່ກຳລັງເຕີບໃຫຍ່
ຂະຫຍາຍຕົວຂຶ້ນນັບມື້ ຢູ່ພາຍໃນເກົາຫລີເໜືອນັ້ນ.”
ທ່ານ Myers ກ່າວຕໍ່ໄປ ແລະສິ່ງນັ້ນແຫລະ ອາດສາມາດກາຍເປັນໄພຂົ່ມຂູ່ໂຕຈິງ ຕໍ່ການຢູ່ລອດຂອງເກົາຫລີເໜືອໄດ້.
“ຂ້າພະເຈົ້າຄິດວ່າ ຊາວເກົາຫລີເໜືອທໍາມະດາສາມັນແມ່ນຮູ້ດີວ່າ ຖ້າຫາກວ່າເຮົາ
ກໍາຈັດຄອບຄົວກິມ ໃຫ້ພົ້ນຈາກອໍານາດໄປ ສາທາລະນະລັດ ກໍແມ່ນສູນເສຍເຫດ
ຜົນທັງໝົດທີ່ຈະດໍາລົງຄົງຢູ່ອີກຕໍ່ໄປ. ຄວາມຖືກຕ້ອງຊອບທໍາຂອງປະເທດນີ້ ແມ່ນ
ມາຈາກຄວາມ ເຊື່ອຖືຢ່າງງົມງາຍຂອງຊາວເກົາຫລີເໜືອ ໃນຄວາມເປັນວີລະບຸລຸດ
ຂອງກິມອິລຊຸງ ແລະ ຄວາມຮັກອັນຍິ່ງໃຫຍ່ສໍາລັບປະຊາຊົນຂອງລາວນັ້ນ.”
ມື້ລາງທ່ານ Kim Il Sung, ບິດາຂອງ ທ່ານ Kim Jong Il ຜູ້ນຳຄົນປັດຈຸບັນ ເປັນຜູ້ນຳຄົນທຳອິດຂອງເກົາຫລີເໜືອ.
ທ່ານ Myers ແລະ ຄົນອື່ນໆທີ່ຄອຍຕິດຕາມເບິ່ງການເຄື່ອນໄຫວຂອງລັດຖະບານພຽງຢາງ
ເວົ້າວ່າ ວິກິດການດ້ານຄວາມເຊື່ອໝັ້ນຕໍ່ການນໍາພາຢູ່ໃນເກົາຫລີເໜືອ ອາດກະຕຸ້ນໃຫ້ທ່ານ
Kim Jong Il ທໍາການເຄື່ອນໄຫວແບບຮຸກຮານຫລາຍຂຶ້ນ ຕໍ່ເກົາຫລີໃຕ້ ໃນຂະນະທີ່ທ່ານ
ສ້າງຕັ້ງລູກຊາຍຫລ້າ, ທ້າວ Kim Jong Un ຂຶ້ນມາເປັນສືບທອດອຳນາດແທນທ່ານ.
ເຈົ້າໜ້າທີ່ທ່ານນຶ່ງປະຈໍາສະຖານທູດສະຫະລັດໃນກຸງໂຊລ ເວົ້າວ່າມັນເປັນເລື້ອງນະໂຍບາຍ
ຂອງສະຫະລັດ ທີ່ບໍ່ໃຫ້ພະນັກງານອອກຄຳເຫັນກ່ຽວກັບເອກະສານ ທີ່ອາດບັນຈຸຂໍ້ມູນລັບ.
ລັດຖະບານສະຫະລັດ ໄດ້ກ່າວປະນາມເວັບໄຊ WikiLeaks ທີ່ໄດ້ຂົນຂວາຍເອົາມາ ແລະນຳອອກພິມເຜີຍແຜ່ ເອກະສານທາງການທູດລັບ 250,000 ສະບັບ ໃນອາທິດນີ້.
ທຳນຽບຂາວ ແລະ ກະຊວງການຕ່າງປະເທດສະຫະລັດເວົ້າວ່າ ການເປີດເຜີຍຂໍ້ມູນດັ່ງ ກ່າວອາດທຳລາຍສາຍສຳພັນລະຫວ່າງຊາດ ແລະເຮັດໃຫ້ພວກນັກການທູດ ແລະສາຍ ຕິດຕໍ່ຂອງພວກເຂົາເຈົ້າ ຕົກຢູ່ໃນພາວະອັນຕະລາຍ.
ຄວາມເຄັ່ງຕຶ່ງ ຢູ່ໃນແຫລມເກົາ
ຫລີ ໄດ້ເພີ້ມຂຶ້ນຢ່າງວ່ອງໄວໃນ
ປີນີ້ ຫລັງຈາກທີ່ເຮືອລົບຂອງ
ເກົາຫລີໃຕ້ລໍານຶ່ງ ໄດ້ລະເບີດ
ຂຶ້ນ ແລະຈົມລົງໃນເຂດທະເລ
ເຫລືອງໃນເດືອນມີນາ ແລະ
ພວກນັກສືບສວນສາກົນເວົ້າ
ວ່າ ກໍາປັນລໍານັ້ນໄດ້ຖືກຍິງ
ໂດຍລະເບີດຕໍປີໂດຂອງເກົາ
ຫລີເໜືອ ແຕ່ລັດຖະບານ
ພຽງຢາງໄດ້ປະຕິເສດຄວາມ
ຮັບຜິດຊອບຕໍ່ເຫດການນັ້ນ.
ໃນວັນທີ 23 ພະຈິກຜ່ານມານີ້ເກົາຫລີເໜືອໄດ້ຍິງປືນໃຫຍ່ໂຈມຕີພົນລະເຮືອນຂອງເກົາ
ຫລີໃຕ້ ເປັນຄັ້ງທຳອິດນັບແຕ່ສົງຄາມເກົາຫລີໃນຕົ້ນຊຸມປີ 1950ເປັນຕົ້ນມາ ຊຶ່ງເຮັດໃຫ້
4 ຄົນໃນເກາະ Yeonpyeong ເສຍຊີວິດ. ລັດຖະບານພຽງຢາງກ່າວວ່າ ພວກຕົນເຮັດ
ແນວນັ້ນ ກໍແມ່ນເພື່ອຕອບໂຕ້ຕໍ່ການຍິງປືນໃຫຍ່ຂອງເກົາຫລີໃຕ້ໃສ່ບໍລິເວນໃກ້ໆເຂດ
ຊາຍແດນທາງທະເລທີ່ເປັນຫົວຂໍ້ຜິດຖຽງກັນລະຫວ່າງສອງເກົາຫລີນັ້ນ.
ຕໍ່ມາ ໃນວັນອາທິດ ທີ 28 ພະຈິກ ກອງກຳລັງທະຫານເຮືອຂອງສະຫະລັດ ແລະເກົາ ຫລີໃຕ້ ໄດ້ເລີ້ມທຳການຊ້ອມລົບຮ່ວມກັນ ເປັນເວລາ 4 ວັນ ຢູ່ໃນເຂດທະເລເຫລືອງ.
ໂຄສົກປະຈຳກອງທັບເຮືອສະຫະລັດ ຢູ່ເທິງກໍ່າປັ່ນບັນທຸກເຮືອບິນ USS George Washington ເວົ້າວ່າການຊ້ອມລົບດັ່ງກ່າວ ບໍ່ໄດ້ມີເປົ້າໝາຍທີ່ຈະທຳການເກາະຜິດ ກັບ ລັດຖະບານນະຄອນພຽງຢາງແຕ່ຢ່າງໃດ.
ແຕ່ຝ່າຍເກົາຫລີເໜືອເວົ້າວ່າ ການຊ້ອມລົບດັ່ງກ່າວນັ້ນ ໄດ້ນຳເອົາແຫລມເກົາຫລີ ກ້າວເຂົ້າໄປໄກ້ສົງຄາມຍິ່ງຂຶ້ນ.
ໂທລະເລກທາງການທູດ ທີ່ຖືກເຜີຍແບ ໃນເວັບໄຊ WikiLeaks ຍັງສະແດງໃຫ້ເຫັນວ່າ ສະຫະລັດ ຄິດວ່າເກົາຫລີເໜືອ ໄດ້ຂາຍເທັກໂນໂລຈີລູກສອນໄຟ ໃຫ້ແກ່ Iran ຊຶ່ງເຮັດໃຫ້ລັດຖະບານ Tehran ມີຄວາມສາມາດທີ່ຈະທໍາການໂຈມຕີ ໄປຮອດຢູໂຣບໄດ້.
ໃນວັນອັງຄານອາທິດແລ້ວນີ້ ໜັງສືພິມທາງການຂອງເກົາຫລີເໜືອ ສະບັບນຶ່ງ ກໍໄດ້ເວົ້າ ອວດອ້າງວ່າ ປະເທດຂອງຕົນດຽວນີ້ ແມ່ນສາມາດເຄື່ອງກັ່ນທາດຢູເຣນຽມຫລາຍພັນອັນ ເພື່ອເພີ້ມສະມັດຕະພາບທາດ uranium ຂຶ້ນສູ່ເກຣດ ທີ່ສາມາດຜະລິດໄຟຟ້າໄປຮັບໃຊ້ປະເທດທີ່ທຸກຈົນແຫ່ງນັ້ນ ໄດ້ໃນທີ່ສຸດ.