ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີໃຕ້ສົ່ງຊາວປະມົງເກົາຫລືເໜືອ 27 ຄົນກັບຄືນປະເທດ


ຮູບພາບສະມາຊິກຄອບຄົວຂອງຊາວເກົາຫລີເໜືອຄົນນຶ່ງ ໃນບັນດາຊາວປະມົງເກົາຫລີເໜືອ 31 ຄົນ ທີ່ຢູ່ໃນເຮືອປະມົງລໍາທີ່ຂ່້າມເຂົ້າໄປໃນເຂດນ່ານນໍ້າຂອງເກົາຫລີໃຕ້, ວັນທີ 9 ມີນາ 2011.
ຮູບພາບສະມາຊິກຄອບຄົວຂອງຊາວເກົາຫລີເໜືອຄົນນຶ່ງ ໃນບັນດາຊາວປະມົງເກົາຫລີເໜືອ 31 ຄົນ ທີ່ຢູ່ໃນເຮືອປະມົງລໍາທີ່ຂ່້າມເຂົ້າໄປໃນເຂດນ່ານນໍ້າຂອງເກົາຫລີໃຕ້, ວັນທີ 9 ມີນາ 2011.

ບັນດາ​ເຈົ້າ​ໜ້າ​ທີ່​ກຸງ​ໂຊນ​ກ່າວ​ວ່າ ​ເກົາຫລີ​ໃຕ້​ໄດ້​ສົ່ງ​ຊາວ​
ປະມົງ​ເກົາ​ຫລີເໜືອ 27 ຄົນ​ກັບ​ຄືນ​ປະ​ເທດ​ໃນ​ວັນ​ອາທິດ​
ມື້​ນີ້ ​ແຕ່​ຮັກສາ 4 ຄົນທີ່ຢາກ​ຢູ່​ໃນ​ເກົາຫລີ​ໃຕ້​ຕໍ່​ໄປນັ້ນໄວ້.

ໜ່ວຍ​ຍາມ​ຝັ່ງ​ເກົາຫລີ​ໃຕ້​ກ່າວ​ວ່າ ພວກ​ຊາວ​ປະມົງ 27
ຄົນ​ນີ້​ໄດ້​ຂ້າມ ເສ້ນ​ຈໍ​າກັດຊາຍ​ແດນທາງ​ທະ​ເລເຂົ້າ​ໄປ​ໃນ
ເຂດ​ຂອງ​ເກົາຫລີເໜືອ​ໃນ​ຕອນ​ບ່າຍວັນ​ອາທິດ​ມື້​ນີ້ ​ແລະ
ຖືກ​ຮັບ​ຕ້ອນ​ຈາກ​ເຮືອ​ລໍາ​ນຶ່ງ​ຂອງກອງທັບ​ເຮືອ​ເກົາຫລີ​ເໜືອ.

ຝ່າຍ​ເກົາຫລີ​ເໜືອ​ໄດ້​ປະຕິ​ເສດ​ມາຕັ້ງ​ແຕ່​ຕົ້ນ​ເດືອນ​ນີ້​ແລ້ວ
ບໍ່​ຍອມຮັບ​ຊາວ​ປະມົງ​ເຫລົ່າ​ນີ້ຄືນ​ເປັນ​ບາງ​ສ່ວນ ນອກຈາກ​
ວ່າ​ຕົນ​ຈະ​ໄດ້​ຮັບຄືນທັງ​ຊາຍ​ແລະ​ຍິງ​ ທັງ​ໝົດ 31 ຄົນໃນ​ເຮືອປະມົງ​ລໍາ​ນັ້ນ. ຝ່າຍ​ເກົາຫລີ​ໃຕ້​ກ່າວ​ວ່າ ຕົນ​ຈະ​ບໍ່​ສົ່ງ​ຊາວ​ປະມົງ​ຜູ້​ຊາຍ 2 ຄົນ​ແລະ​ແມ່ຍິງ 2 ຄົນ​ທີ່​ຂໍ​ໂຕນ​ໜີ​ຈາກ​ປະ​ເທດແລະ​ລີ້​ໄພ​ໃນ​ເກົາຫລີໃຕ້​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກຸງ​ໂຊນ​ໄດ້ກ່າວ​ໃນ​ສັບປະດາ​ຜ່ານ​ມາ​ນີ້ ວ່າ ​ທາງ​ເກົາຫລີ​ເໜືອ​ໃນ​ທີ່​ສຸດ​ກໍ​ໄດ້​ຕົກລົງ​ຮັບ​ເອົາ​ພວກ​ຊາວ​ປະມົງ 27 ຄົນ​ນີ້ ຍ້ອນ​ເຫັນ​ແກ່ພວກ​ຄອບຄົວ​ຂອງ​ເຂົາ​ເຈົ້າ​.

ເກົາຫລີ​ເໜືອ​ໄດ້​ກ່າວ​ຫາ​ເກົາຫລີ​ໃຕ້​ວ່າ ກັກ​ໂຕ​ພວກ​ໂຕນ​ໜີ 4 ຄົນ​ນີ້​ໄວ້​ຢ່າງ​ຝ່າຝືນ​ຕໍ່​ຄວາມ​ປະສົງ​ຂອງ​ເຂົາ​ເຈົ້າ. ກ່ອນ​ໜ້າ​ນີ້​ ກຸງ​ພຽງ​ຢ້າງ​ໄດ້​ຂໍ​ໃຫ້​ສົ່ງ​ໂຕ​ພວກ​ຊາວ​ປະມົງ​ເຫລົ່າ​ນີ້​ ​ໄປ​ຍັງໝູ່​ບ້ານ​ຊາຍ​ແດນ​ປັນ ມູນຈອມ ​ເພື່ອ​ໃຫ້​ຄໍາ​ຊີ້​ແຈງ​ແກ່​ພວກ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ວ່າ​ເປັນ​ຫຍັງ​ພວກ​ເຂົາ​ເຈົ້າ​ຈຶ່ງ​ບໍ່​ຢາກກັບ​ຄືນ​ບ້ານ​ເກີດ​ເມືອງ​ນອນ​.

ເຈົ້າ​ໜ້າ​ທີ່​ເກົາຫລີ​ໃຕ້ກ່າວ​ວ່າ ​ໄດ້​ມີ​ການ​ພົບ​ເຫັນ​ພວກ​ຊາວ​ປະມົງ 31 ຄົນ​ນີ້ ​ຢູ່​ໃກ້ໆ​ກັບ​ເກາະ Yeonpyeong ​ໃນ​ລະ​ເລ​ເຫລືອງ​ເມື່ອວັນ​ທີ 6 ກຸມພາ​ ຜ່ານ​ມາ​ນັ້ນ.

XS
SM
MD
LG