ເຈົ້າໜ້າທີ່ເກົາຫລີໃຕ້ກ່າວວ່າ ຊາວເກົາຫລີເໜືອສາມຄົນ ທີ່ຖືກຊ່ວຍຊີວິດໄວ້ຢູ່ກາງທະເລ ເມື່ອຕົ້ນອາທິດນີ້ ຈະໄດ້ຮັບອະນຸມັດໃຫ້ຂໍລີ້ໄພທາງການເມືອງໃນເກົາຫລີໃຕ້ໄດ້ ແຕ່ຊາວ ເກົາຫລີເໜືອຄົນທີສີ່ ໄດ້ຮ້ອງຂໍໃຫ້ສົ່ງຕົນ ກັບຄືນເມືອບ້ານ.
ເຈົ້າໜ້າທີ່ກະຊວງທ້ອນໂຮມເກົາຫລີທ່ານນຶ່ງກ່າວໃນວັນເສົາວານນີ້ວ່າ ຊາວເກົາຫລີ ເໜືອສາມຄົນນັ້ນ ຈະໄດ້ຮັບອະນຸຍາດໃຫ້ຢູ່ ໃນເກົາຫລີໃຕ້ຕໍ່ໄປ ຕາມຫລັກການດ້ານມະ ນຸດສະທໍາ ແລະວ່າສໍາລັບຊາວເກົາຫລີເໜືອ ຄົນທີສີ່ນັ້ນ ເວລານີ້ສະພາກາແດງກໍາລັງຈັດແຈງເພື່ອສົ່ງຜູ້ກ່ຽວກັບຄືນໄປເກົາຫລີເໜືອ.
ໜ່ວຍຍາມຝັ່ງຂອງເກົາຫລີໃຕ້ໄດ້ຊ່ວຍກູ້ໄພຊາວເກົາຫລີເໜືອທັງສີ່ຄົນ ເມື່ອວັນຈັນຜ່ານມາ ນີ້ ເວລາໄປພົບເຫັນພວກເຂົາເຈົ້າລອຍລໍາຢູ່ໃນເຮືອນ້ອຍໆລໍານຶ່ງ ຢູ່ໃກ້ເກາະ Ulleung ນອກຝັ່ງຕາເວັນອອກຂອງແຫລມເກົາຫລີ. ອົງການຂ່າວຢົນຮັບຂອງເກົາຫລີໃຕ້ກ່າວວ່າ ເວລານີ້ ທາງເຈົ້າໜ້າທີ່ສືບລັບແລະຕຳຫລວດ ກໍາລັງທຳການສືບສວນ ກ່ຽວກັບເຈດຕະ ນາທີ່ແທ້ຈິງຂອງຊາວເກົາຫລີເໜືອທັງສີ່ຄົນນັ້ນ.