ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ຂ້າມຊາຍແດນ ໄປຊ່ອຍເຫຼືອເກົາຫຼີເໜືອ


ຊາວເກົາຫຼີໃຕ້ຈຸນຶ່ງຈຳນວນ 5 ຄົນໄດ້ຂ້າມຊາຍແດນເຂົ້າໄປໃນເກົາຫຼີເໜືອໃນວັນ
ອັງຄານມື້ນີ້ ຊຶ່ງເປັນການຂ້າມຊາຍແດນເທື່ອທຳອິດຂອງພົນລະເຮືອນ ນັບແຕ່ເກົາຫຼີ
ໃຕ້ໄດ້ປະກາດຫ້າມບໍ່ໃຫ້ເດີນທາງເຂົ້າໄປໃນເກົາຫຼີເໜືອໃນເດືອນພຶດສະພາຜ່ານມາ.

ກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ກ່າວວ່າ ທ່ານໝໍຄົນນຶ່ງພ້ອມດ້ວຍສະມາຊິກ
4 ຄົນຂອງກຸ່ມບັນເທົາທຸກເກົາຫຼີໃຕ້ ໄດ້ເດີນທາງໄປຍັງເມືອງ Kaesong ຫົວເມືອງ
ຊາຍແດນໃນເກົາຫຼີເໜືອ ເພື່ອນຳເອົາການຊ່ອຍເຫຼືອໃນການຕໍ່ຕ້ານໄຂ້ຍຸງຫຼືໄຂ້ປ່າ
ມາເລເຣຍ ໃນມູນຄ່າປະມານ 340,000 ໂດລາ ໄປໃຫ້.

ເກົາຫຼີໃຕ້ໄດ້ຫ້າມບໍ່ໃຫ້ເດີນທາງເຂົ້າໄປໃນເກົາຫຼີເໜືອ ເພື່ອເປັນການຕອບໂຕ້ຕໍ່ການ
ຫຼົ້ມຂອງກຳປັ່ນລົບ Cheonan ໃນເດືອນມີນາຜ່ານມາທີ່ເຮັດໃຫ້ທະຫານເຮືອເກົາຫຼີໃຕ້
46 ຄົນເສຍຊີວິດ. ຄະນະສືບສວນຂອງນາໆຊາດພິຈາລະນາວ່າ ກຳປັ່ນລົບຂອງເກົາຫຼີ
ໃຕ້ຫຼົ້ມຍ້ອນຖືກລະເບີດຕໍປີໂດທີ່ຍິງຈາກເຮືອດຳນໍ້າຂອງເກົາຫຼີເໜືອ.

ພຽງຢາງໄດ້ປະຕິເສດວ່າຕົນບໍ່ມີສ່ວນພົວພັນໃດໆກ່ຽວກັບການຫຼົ້ມຂອງກຳປັ່ນລົບເກົາຫຼີໃຕ້.

XS
SM
MD
LG