ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ເກົາຫຼີໃຕ້ ໄປເກົາຫຼີເໜືອ ຕິດຕາມເບິ່ງ ການຊ່ອຍເຫຼືອ


ແຜນທີ່ເກົາຫຼີເໜືອແລະເກົາຫຼີໃຕ້
ແຜນທີ່ເກົາຫຼີເໜືອແລະເກົາຫຼີໃຕ້

ເຈົ້າໜ້າທີ່ເກົາຫຼີໃຕ້ຄົນນຶ່ງເດີນທາງໄປເກົາຫຼີເໜືອໃນວັນສຸກມື້ນີ້ ເພື່ອຊ່ອຍຕິດຕາມເບິ່ງ
ການແຈກຢາຍຄວາມຊ່ອຍເຫຼືອ.

ນີ້ແມ່ນເທື່ອທຳອິດທີ່ເກົາຫຼີເໜືອໄດ້ອະນຸຍາດໃຫ້ເຈົ້າໜ້າທີ່ເກົາຫຼີໃຕ້ເດີນທາງເຂົ້າໄປໃນ ປະເທດທີ່ໂດດດ່ຽວດັ່ງກ່າວເພື່ອຕິດຕາມເບິ່ງການແຈກຢາຍຄວາມຊ່ອຍເຫຼືອນັບແຕ່ລັດ ຖະບານນິຍົມແນວທາງເດີມເຂົ້າກຳອຳນາດທີ່ກຸງໂຊລໃນປີ 2008.

ເຈົ້າໜ້າທີ່ກະຊວງທ້ອນໂຮມຊາດແລະພະນັກງານໃຫ້ຄວາມຊ່ອຍເຫຼືອ 4 ຄົນຈະໄປກວດ
ກາເບິ່ງສະຖານທີ່ 3 ແຫ່ງ ຮວມທັງສູນກາງເບິ່ງແຍງເດັກນ້ອຍໃນຕອນກາງເວັນແຫ່ງນຶ່ງ
ເພື່ອຄໍ້າປະກັນວ່າ ການໃຫ້ຄວາມຊ່ອຍເຫຼືອແປ້ງ 300 ໂຕນ ໄດ້ຕົກໄປເຖິງມືພວກຜູ້ຮັບ
ຕາມທີ່ໄດ້ຕັ້ງໃຈໄວ້ຫຼືບໍ່.

ເປັນທີ່ຄາດກັນວ່າ ຄະນະກວດກາຈຸນີ້ຈະເດີນທາງກັບຄືນໄປຍັງກຸງໂຊລໃນມື້ວັນອັງຄານ
ຈະມານີ້.

XS
SM
MD
LG