ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫລີໃຕ້ຊ່ອຍເຫລືອ ເກົາຫລີເໜືອ


ສະພາກາ​ແດງ​ເກົາຫລີ​ໃຕ້​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຕົນ​ຈະ​ສົ່ງ​ການ​ຊ່ອຍ​ເຫລືອ​ສຸກ​ເສີນ​ ເປັນ​ມູນ​ຄ່າ​ຫລາຍ​ກວ່າ 8 ລ້ານ​ດອນ​ລາ​ໄປໃຫ້​ເກົາຫລີ​ເໜືອ​ ເພື່ອ​ຊ່ອຍ​ປະ​ເທດ​ດັ່ງກ່າວ​ຟື້ນ​ໂຕ​ຄືນ​ຈາກ​ໄພ​ນໍ້າ​ຖ້ວມ​ຫວ່າງບໍ່​ດົນ​ຜ່ານ​ມາ​ນີ້. ທ່ານ Yoo Chong-Ha ປະທານ​ສະພາກາ​ແດງ​ແຫ່ງ​ຊາດ​ເກົາຫລີ​ໃຕ້ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ກຸງໂຊລ​ວ່າ ອົງການ​ຂອງ​ທ່ານ​ຈະ​ສົ່ງ​ເຂົ້າສານຈໍານວນ 5 ພັນ​ໂຕນ​ແລະ​ດິນ​ຊິ​ມັງ 10 ພັນ​ໂຕນ​ໄປ​ໃຫ້​ປະ​ເທດ​ຄອມ​ມິ​ວນິດ​ເພື່ອນ​ບ້ານ​ຂອງ​ຕົນ​ນັ້ນ.

ແຕ່ທ່ານ​ກ່າວ​ວ່າ ຄໍາ​ຮຽກຮ້ອງ​ຂໍ​ອຸບປະກອນໜັກ​ຂອງ​ກຸງ​ພຽງ​ຢ້າງ​ນັ້ນ​ແມ່ນ​ນອກ​ຂອບ​ເຂດ​ຂອງ​ການ​ຊ່ອຍ​ເຫລືອ​ດ້ານ​ມະນຸດສະ​ທໍາ ​ແລະ​ມັນ​ຂຶ້ນ​ຢູ່​ກັບ​ລັດຖະບານ​ເກົາຫລີ​ໃຕ້ ທີ່​ຈະ​ຕັດສິນ​ໃຈ​ວ່າ​ຈະ​ສົ່ງ​ອຸບປະກອນ​ທີ່​ວ່າ​ນີ້​ ໃຫ້​ຫລື​ບໍ​ນັ້ນ.

ທ່ານ Yoo ຍັງ​ກ່າວ​ຕື່ມ​ວ່າ ສໍາລັບເລື້ອງການ​ພົບ​ປະກັນ​ຄັ້ງ​ຕໍ່​ໄປ​ຂອງ​ພວກ​ຄອບຄົວ​ຊາວ​ເກົາຫລີ​ທີ່​ໄດ້​ຖືກ​ພັດ​ພາກ​ຈາກ​ກັນ​ ຍ້ອນ​ສົງຄາມ​ເກົາຫລີນັ້ນ ​ແມ່ນ​ຕ້ອງການ​ເວລາ​ສຳລັບທໍາ​ການ​ກະກຽມ ແລະ​ເບິ່ງ​ຊົງວ່າ ຈະ​ມີ​ຂຶ້ນ​ໃນ​ເດືອນ​ຕຸລາ ຄື​ເດືອນ​ໜ້າ​ນີ້.

XS
SM
MD
LG