ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະປະຊາຊາດເຕືອນສອງເກົາຫຼີ


ແຜ່ນທີ່ແຫຼມເກົາຫຼີເຫນືອ
ແຜ່ນທີ່ແຫຼມເກົາຫຼີເຫນືອ

ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ
ໄດ້ສະແດງຄວາມ ວິຕົກກັງວົນເປັນທີ່ສຸດ ກ່ຽວກັບຄວາມ
ເຄັ່ງຕຶງ ທີ່ເພີ້ມທະວີຂຶ້ນຢູ່ໃນແຫຼມເກົາຫຼີ ຫຼັງຈາກການຈົມ
ກຳປັ່ນລົບຂອງເກົາຫຼີໃຕ້ ທີ່ເຮັດໃຫ້ທະຫານເຮືອເສຍ
ຊີວິດ 46 ຄົນໃນເດືອນມີນາຜ່ານມາ.

ຖະແຫຼງການສະບັບນຶ່ງ ຂອງສະພາຄວາມໝັ້ນຄົງ ອົງການ
ສະຫະປະຊາຊາດ ທີ່ນຳອອກເຜີຍແຜ່ໃນວັນຈັນວານນີ້
ໄດ້ຮຽກຮ້ອງໃຫ້ເກົາຫຼີທັງ 2 ຍັບຍັ້ງ ຈາກການດຳເນີນການໃດໆກໍຕາມ ທີ່ອາດ
ຈະເຮັດໃຫ້ຄວາມເຄັ່ງຕຶງເພີ້ມຂຶ້ນ. ຖະແຫຼງການດັ່ງກ່າວ ມີຂຶ້ນຫຼັງຈາກຜູ້ຕາງໜ້າ
ຂອງເກົາຫຼີທັງ 2 ໄດ້ນຳສະເໜີ ຂໍ້​ໂຕ້​ແຍ້​ງຂອງ​ຝ່າຍ​ຕົນ ຕໍ່ສະພາຄວາມໝັ້ນຄົງ.

ຫຼັງຈາກການນຳສະເໜີຂອງ​ຕົນ ເກົາຫຼີໃຕ້ກ່າວວ່າ ຕົນຄາດວ່າອົງການ ສະຫະປະຊາ
ຊາດ ຈະດຳເນີນໃນອັນທີ່ເກົາຫຼີໃຕ້ເອີ້ນວ່າ ບາດກ້າວທີ່ທັນເວລາ ແລະເໝາະສົມ
ກ່ຽວກັບການຈົມກຳປັ່ນລົບ ແລະເກົາຫຼີໃຕ້ໄດ້ນຳສະເໜີ ອັນທີ່ ປະເທດດັ່ງກ່າວເວົ້າວ່າ
ເປັນຫຼັກຖານເພີ້ມຕື່ມ ທີ່ວ່າກຳປັ່ນ ລົບ CHEONAN ໄດ້ຫຼົ້ມລົງ ຍ້ອນຖືກລູກລະເບີດ
ຕໍປີໂດຂອງເກົາຫລີເໜືອໃນວັນ ທີ 26 ມີນາ ຜ່ານມາ.

ເຈົ້າໜ້າທີ່ເກົາຫຼີໃຕ້ໄດ້ສາຍຮູບວີດີໂອໃຫ້ເບິ່ງກ່ຽວກັບພາກສ່ວນຂອງລູກ ລະເບີດຕໍປີ
ໂດທີ່ເຂົາເຈົ້າເວົ້າວ່າ ຖືກກູ້ຂຶ້ນມາຈາກພື້ນທະເລຮວມທັງໃບພັດ 2 ອັນເພົາ ແລະຈັກ
ຕໍປີໂດ.

ຝ່າຍເກົາຫຼີເໜືອຍັງສືບຕໍ່ປະຕິເສດວ່າ ຕົນບໍ່ມີສ່ວນພົວພັນໃດໆໃນການ ໂຈມຕີດັ່ງ
ກ່າວ ແລະບໍ່ຍອມຮັບຮູ້ຜົນການຄົ້ນພົບຂອງຄະນະສືບສວນນາໆຊາດ ທີ່ສະຫລຸບວ່າ
ຕົນເປັນຜູ້ກະທຳນັ້ນ ໂດຍເວົ້າວ່າ ຕົນເປັນພຽງຜູ້ເຄາະຮ້າຍຂອງ ການສືບສວນທີ່
ຫຼອກລວງແລະເສກສັນປັ້ນແຕ່ງ.

ໃນວັນອັງຄານມື້ນີ້ ເອກອັກຄະລັດຖະທູດຂອງເກົາຫຼີເໜືອປະຈຳອົງການ ສະຫະປະຊາ
ຊາດ ຈະຈັດການຖະແຫຼງຂ່າວຕໍ່ພວກນັກຂ່າວ ແບບທີ່ບໍ່ຄ່ອຍໄດ້ ເຫັນກັນ ຊຶ່ງອີງຕາມ
ໂຄສົກແລ້ວ ຈະກວມທັງສະຖານະການຢູ່ໃນແຫຼມເກົາຫລີ ນຳດ້ວຍ.

XS
SM
MD
LG