ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫລີໃຕ້ວ່າເກົາຫລີເໜືອຕັ້ງໃຈຈົມກຳປັ່ນລົບຂອງຕົນ


ນາຍພົນເອກ Park Jung-soo ຂອງເກົາຫຼີໃຕ້ຖະແບງກ່ຽວກັບກຳປັນລົບທີ່ຈົມນັ້ນ
ນາຍພົນເອກ Park Jung-soo ຂອງເກົາຫຼີໃຕ້ຖະແບງກ່ຽວກັບກຳປັນລົບທີ່ຈົມນັ້ນ

ພວກຜູ້ນຳຂອງໂລກໄດ້ສະແດງຄວາມສະໜັບສະໜຸນຕໍ່
ເກົາຫລີໃຕ້ ຫລັງຈາກລາຍງານຂອງເກົາຫຼີໃຕ້ ໄດ້ກ່າວ
ຫາເກົາຫລີເໜືອວ່າ ຕັ້ງໃຈຈົມກຳປັ່ນລົບຂອງເກົາຫລີໃຕ້
ໃນເດືອນມີນາຜ່ານມາ.

ໃນຕອນແລງຂອງວັນພຸດວານນີ້ ທຳນຽບຂາວເອີ້ນເຫດຮ້າຍ
ດັ່ງກ່າວນີ້ວ່າ ເປັນການກະທຳແບບຮຸກຮານທີ່ທ້າທາຍຕໍ່
ສັນຕິພາບນາໆຊາດ ແລະລະເມີດຕໍ່ການຢຸດຍິງຊົ່ວຄາວປີ
1953 ທີ່ໄດ້ຢຸດຕິສົງຄາມເກົາຫລີທີ່​ດຳ​ເນີນເປັນເວລາ 3 ປີນັ້ນ.

ອົງການສະຫະປະຊາຊາດໄດ້ອອກຖະແລງການສະບັບນຶ່ງກ່າວວ່າເລຂາທິການໃຫຍ່
ຂອງອົງການສະຫະປະຊາຊາດ ທ່ານ BAN KI MOON ອະດີດລັດຖະມົນຕີການຕ່າງ
ປະເທດຂອງເກົາຫຼີໃຕ້ນັ້ນເຫັນວ່າ ຜົນຂອງການສືບສວນຂອງເກົາຫລີໃຕ້ເປັນທີ່ລົບກວນ
ໃຈຢ່າງຍິ່ງ.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ YUKIO HATOYAMA ກ່າວວ່າການກະທຳຂອງເກົາຫລີ
ເໜືອແມ່ນໃຫ້ອະໄພບໍ່ໄດ້ ຂະນະທີ່ເລຂາຂອງສຳນັກງານນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ
HIROFUMIHIRANO ກ່າວຕໍ່ພວກນັກຂ່າວໃນ ວັນພະຫັດມື້ນີ້ວ່າ ລາຍງານນີ້ອາດຈະສ້າງ
ບັນຫາສະລັບຊັບຊ້ອນໃຫ້ແກ່ການດຳ ເນີນຄວາມພະຍາຍາມເພື່ອຈະຮື້ຟື້ນການເຈລະຈາ 6
ຝ່າຍ ກ່ຽວກັບໂຄງການ ນິວເຄລຍຂອງເກົາຫລີເໜືອ ທີ່ພວມຕົກຢູ່ໃນສະພາບບໍ່ໄປບໍ່ມານັ້ນ.
ແຕ່ໂຄສົກ ຂອງກະຊວງການຕ່າງປະເທດຈີນ ທ່ານ MA ZHAOXU ຮຽກຮ້ອງໃຫ້
ທັງເກົາຫລີເໜືອແລະເກົາຫລີໃຕ້ໃຊ້ຄວາມຢັບຢັ້ງ ໃນລະຫວ່າງການຖະແຫຼງຂ່າວຂອງ​ທ່ານ
ທີ່ກຸງປັກກິ່ງມື້ນີ້.

XS
SM
MD
LG