ກະຊວງປ້ອງກັນປະເທດເກົາຫລີໃຕ້ກ່າວວ່າ ເກົາຫລີເໜືອ
ໄດ້ຍິງປືນໃຫຍ່ມາໃສ່ເຂດນ່ານນໍ້າ ນອກຝັ່ງທະເລກໍ້າຕາ
ເວັນຕົກຂອງຕົນໃນວັນຈັນມື້ນີ້. ບໍ່ເປັນທີ່ແຈ້ງຂາວວ່າເກົາ
ຫລີເໜືອໄດ້ຍິງປືນໃຫຍ່ມາຈັກລູກ ຫລືວ່າບໍລິເວນທີ່ລູກ
ປືນຕົກໃສ່ນັ້ນ ຢູ່ໄກ້ເຂດຊາຍແດນຂອງເກົາຫລີໃຕ້ໃນທະ
ເລ ເຫລືອງ ທີ່ເປັນຈຸດຜິດຖຽງກັນກັບເກົາຫລີເໜືອນັ້ນ
ຫລາຍປາຍນໃດ. ເຫດການດັ່ງກ່າວນີ້ ແມ່ນໄດ້ມີຂື້ນນຶ່ງມື້
ກ່ອນທີ່ພວກນາຍພັນເອກຈາກ ເກົາຫລີເໜືອແລະຈາກ
ກອງບັນຊາການສະຫະປະຊາຊາດພາຍໃຕ້ການນໍາພາ ຂອງສະຫະລັດ ກໍາໜົດຈະປະຊຸມກັນຢູ່ເຂດປອດທະຫານ ໃນຕອນເຊົ້າ ວັນອັງຄານມື້ອື່ນ ເພື່ອແຜ້ວທາງສຳລັບການພົບປະກັນລະຫວ່າງ ພວກນາຍພົນ ທີ່ຄາດວ່າຈະທໍາການໂອ້ລົມສົນທະນາກັນເລື້ອງຄວາມເຄັ່ງຕຶງ ທີ່ກໍາລັງເພີ່ມທະວີຂຶ້ນຢູ່ນີ້.
ໃນອີກເຫດການນຶ່ງນັ້ນ ເກົາຫລີໃຕ້ໄດ້ຮຽກຮ້ອງໃນວັນຈັນມື້ນີ້ ໃຫ້ເກົາຫລີເໜືອປ່ອຍໂຕ
ພວກລູກເຮືອ 7 ຄົນຂອງເຮືອປະມົງເກົາຫລີໃຕ້ລໍານຶ່ງ ພ້ອມດ້ວຍເຮືອຂອງເຂົາເຈົ້າ ທີ່ເກົາ
ຫລີເໜືອຍຶດໄປ ໃນວັນອາທິດວານນີ້. ທ່ານ Chun Hae-sung ໂຄສົກປະຈໍາກະຊວງ
ທ້ອນໂຮມຊາດຂອງ ເກົາຫລີໃຕ້ກ່າວຕໍ່ບັນດານັກຂ່າວໃນວັນຈັນມື້ນີ້ວ່າ ລັດຖະບານພຽງ ຢ້າງບໍ່ໄດ້ສົ່ງຂ່າວຄາວໃດໆໃຫ້ຮູ້ເລີຍ ກ່ຽວກັບພວກຊາວປະມົງເຫລົ່ານັ້ນ.