ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫລີໃຕ້ກ່າວວ່າ ເກົາຫລີ ເໜືອຍຶດເຮືອປະມົງຂອງຕົນ




ໃນ​ອີກ​ດ້ານ​ນຶ່ງ​ນັ້ນ ບັນ​ດາ​ເຈົ້າ​ໜ້າ​ທີ່​ກຸງ​ໂຊນ ກ່າວ​ວ່າ ​ເກົາຫລີ​ເໜືອ​ໄດ້​ຍຶດ​ເອົາ​ເຮືອ​ປະມົງ ເກົາຫລີ​ໃຕ້​ລໍາ​ນຶ່ງ​ທີ່​ກໍາລັງ​ຫາ​ປາ​ ຢູ່​ໃນ​ທະ​ເລ​ຕາ​ເວັນ​ອອກ ຫລື​ທະ​ເລ​ຍີ່ປຸ່ນ ນອກ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ແຫລມ​ເກົາຫລີ.


ໜ່ວຍ​ຍາມ​ຝັ່ງ​ຂອງ​ເກົາຫລີ​ໃຕ້ ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ທາງ​ກຸງ​ພຽງ​ຢາງໄດ້​ເຂົ້າ​ໄປທໍາ​ການ​ສືບສວນເບິ່ງ​ວ່າ ​ອາດເປັນ​ໄປ​ໄດ້​ວ່າ​ ເຮືອ​ຫາ​ປາ​ລໍາ​ນີ້ ​ກໍາລັງ​ຫາ​ປາ​ຢູ່​ໃນ​ເຂດ​ເສດຖະກິດ​ພິ​ເສດ​ ຂອງ​ເກົາຫລີ​ເໜືອ​ກໍ​ເປັນ​ໄດ້. ໜ່ວຍ​ຍາມ​ຝັ່ງ​ກ່າວ​ຕື່ມ​ວ່າ ບໍ່ເປັນທີ່​ແຈ້ງ​ຂາວ​ວ່າ ເຮືອ​ປະມົງ​ລໍາ​ນີ້​ຢູ່​ບ່ອຍໃດ​ແທ້ ຕອນ​ທີ່ຖືກ​ຍຶດນັ້ນ.


ເຫດການ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ເກົາຫລີ​ໃຕ້​ກໍາລັງ​ທໍາ​ການ​ຊ້ອມ​ລົບ ຕໍ່ຕ້ານ​ເຮືອ​ດໍາ​ນໍ້າ
ເປັນ​ເວລາ 5 ມື້​ຢ່າງ​ຂະໜານ​ໃຫຍ່​ ຢູ່​ນອກ​ຝັ່ງ​ທະ​ເລ​ທາງກໍ້າ​ຕາ​ເວັນ​ຕົກ​ຂອງ​ຕົນ ຊຶ່ງ​ເລີ້ມ ​ຂຶ້ນໃນ​ວັນ​ພະຫັດ​ສັບປະດາ​ແລ້ວ​ນີ້. ທະຫານ​ບົກ​ແລະ​ທະຫານ​ເຮືອເກົາຫລີ​ໃຕ້ ຈໍານວນ ​ຫລາຍ​ພັນ​ຄົນ​ກໍາ​ລັງທໍາ​ການ​ຊ້ອມ​ລົບ​ຢູ່ໃນບໍ​ລີ​ເວນ​ນ່ານນໍ້າ​ ໃກ້ໆ​ກັບ​ບ່ອນ​ທີ່​ເຮືອ​ລົບ​ Cheonan ຂອງກອງທັບ​ເຮືອ​ເກົາຫລີ​ໃຕ້​ລໍາ​ນຶ່ງຈົມ​ນໍ້າ​ລົງ​ ຍ້ອນ​ເກີດເຫດລະ​ເບີດ​ຂຶ້ນ​ໃນ​ ເດືອນ​ມີນາ​ຜ່ານມາ​ນັ້ນ.

XS
SM
MD
LG