ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອ ປະນາມ ການຈັດຕັ້ງພັນທະມິດ ທາງທະຫານ 3 ຝ່າຍ


ກອງທັບເຮືອເກົາຫລີໃຕ້
ກອງທັບເຮືອເກົາຫລີໃຕ້

ເກົາຫລີ​ເໜືອ​ໄດ້​ກ່າວ​ປະນາມ​ສະຫະລັດ ຍີ່ປຸ່ນ​ແລະ​ເກົາຫລີ​ໃຕ້​ ທີ່ໄດ້​ໂຮມ​ກັນຈັດ​ຕັ້ງ​ເປັນ​ອັນ​ທີ່​ກຸງພຽງ​ຢ້າງ​ເອີ້ນ​ວ່າ ພັນທະ​ມິດ​ທາງ​ທະຫານ​ສາມ​ຝ່າຍ​ນັ້ນ.

ອົງການ​ຂ່າວ​ຂອງ​ເກົາຫລີ​ເໜືອ ​ອ້າງຂ່າວໜັງສືພິມ Rodong Sinmun ຂອງ​ ທາງ​ການ​ຂອງ​ເກົາຫລີ​ເໜືອ​ໃນ​ວັນ​ເສົາ​ວານ​ນີ້​ ທີ່​ເວົ້າວ່າ ພັນທະ​ມິດ​ດັ່ງກ່າວ​ສ້າງ​ໄພ​ຂົ່ມຂູ່​ຕໍ່​ແຫລມ​ເກົາຫລີ ​ແລະ​ຕໍ່​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ທັງ​ໝົດ.

ໜັງສືພິມ​ສະບັບ​ນີ້​ກ່າວ​ວ່າ ຄວາມ​ເຄັ່ງ​ຕຶງ​ໃນ​ແຫລມ​ເກົາຫລີ​ແລະ​ຄວາມ​ເປັນ​ໄປ​ໄດ້ ທີ່​ຈະ​ມີ​ສົງຄາມ​ໃໝ່​ເກີດ​ຂຶ້ນ ​ກໍາລັງ​ເພີ່ມທະວີ​ຂຶ້ນ​ ຍ້ອນ​ຄວາມ​ພະຍາຍາມ​ຕ່າງໆ​ຂອງສະຫະລັດ ຍີ່ປຸ່ນ​ແລະ​ເກົາຫລີ​ໃຕ້ ​ເພື່ອຈັດ​ຕັ້ງ​ພັນທະ​ມິດ​ນີ້ຂຶ້ນ.

ບັນດາ​ນັກ​ການ​ທູດ​ລະດັບ​ສູງ​ສຸດ​ຈາກ​ສະຫະລັດ ​ເກົາຫລີ​ໃຕ້​ແລະ​ຍີ່ປຸ່ນ​ກໍານົດ​ຈະ ພົບ​ປະກັນ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້​ ທີ່​ກຸງ​ວໍ​ຊິງ​ຕັນ​ ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື່ອງ​ຄວາມ​ເຄັ່ງ​ຕຶງ​ໃນ​ແຫລມ​ເກົາຫລີ​ ຫລັງ​ຈາກ​ເກົາຫລີ​ເໜືອລະດົມ​ຍິງ​ປືນ​ໃຫຍ່ ໃສ່​ເກາະ​ນຶ່ງຂອງ​ເກົາຫລີ​ໃຕ້​ໃນ​ເດືອນ​ແລ້ວ​ນີ້ ທີ່​ໄດ້​ເອົາ​ຊີວິດ​ພົນລະ​ເຮືອນ​ໄປ 2 ຄົນ​ແລະ​ທະຫານ​ເຮືອ​ອີກ 2 ຄົນ​ນັ້ນ.

ທີ່​ກຸງ​ວໍ​ຊິງ​ຕັນ​ໃນ​ວັນ​ເສົາ​ວານ​ນີ້ ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ແຫ່ງ​ສະຫະລັດ ກ່າວ​ວ່າ ຂໍ້​ຕົກລົງ​ການ​ຄ້າ​ເສລີ​ສະບັບ​ໃໝ່​ທີ່​ໄດ້​ລົງ​ນາມ​ກັນ​ກັບ​ເກົາຫລີ​ໃຕ້​ ສະ​ແດງ​ໃຫ້​ເຫັນ​ວ່າ ພັນທະ​ມິດ​ລະຫວ່າງ​ສອງ​ປະ​ເທດນີ້ ​ແມ່ນ​ເຂັ້ມ​ແຂງ​ກວ່າ​ແຕ່​ກ່ອນ​ໃນ​ເວລາ​ທີ່​ຄວາມ​ເຄັ່ງ​ຕຶງພວມ​ເພີ່ມ​ທະວີ​ຂຶ້ນ​ໃນ​ແຫລມ​ເກົາຫລີ​ນັ້ນ.

ທ່ານ​ໂອ​ບາ​ມາ​ເອີ້ນ​ການ​ໂຈມ​ຕີ​ຂອງ​ເກົາຫລີ​ເໜືອ​ໃນ​ເດືອນ​ແລ້ວ​ນີ້​ ໃສ່​ເກາະແຫ່ງ ​ນຶ່ງ​ຂອງ​ເກົາຫລີ​ໃຕ້​ນັ້ນ​ວ່າ ​ເກີດ​ຂຶ້ນ​ໂດຍບໍ່​ມີ​ການ​ເກາະ​ຜິດ​ໃດ​ໆ​ເລີຍ.

XS
SM
MD
LG