ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອຂູ່ຈະຕອບໂຕ້ຕໍ່ການຊ້ອມລົບຂອງເກົາຫລີໃຕ້


ກອງທັບ​ເກົາຫລີ​ເໜືອ​ ຂົ່ມຂູ່​ໃນ​ວັນ​ອັງຄານ​ມື້​ນີ້ ​ທີ່​ຈະຕອບ
ໂຕ້ຕໍ່​ການ​ຊ້ອມ​ລົບທີ່​ກອງທັບ​ເຮືອ​ຂອງ​ເກົາຫລີ​ໃຕ້​ໄດ້ວາງ​
ແຜນ​ໄວ້​ວ່າ ຈະຈັດຂຶ້ນ​ ໃນ​ສັບປະດາ​ນີ້ ​ຢູ່​ໃກ້ໆ​ເຂດ​ຊາຍ
ແດນ​ທາງທະ​ເລ​ທີ່ເປັນ​ບັນຫາ​ໂຕ້ແຍ່ງກັນ​ນັ້ນ.


ອົງການຂ່າວກາງ​ຂອງທາງ​ການ​ເກົາ​ຫລີ​ເໜືອ​ກ່າວ​ວ່າທະ
ຫານ​ຂອງ​ຕົນຈະ​ທຳ​ການ​ຕອບ​ໂຕ້​ຕໍ່​ການ​ຊ້ອມ​ຍິງ​ປືນ
ຂອງ​ກອງທັບ​ເຮືອ​ເກົາຫລີ​ໃຕ້​ດ້ວຍການ​ຕອບ​ໂຕ້ທາງ ​ກຳລັງ​ຢ່າງ​ແຂງ​ແຮງ.


ເກົາຫລີ​ໃຕ້​ວາງ​ແຜນ​ທີ່ຈະ​ທຳ​ການ​ຊ້ອມ​ລົບ​ເປັນ​ເວລາ 5 ມື້ ໃນ​ທະ​ເລ​ເຫລືອງ
ຮວມທັງຢູ່​ໃນ​ບໍລິ​ເວນໄກ້ໆຊາຍ​ແດນ​ທີ່ເປັນ​ບັນຫາ​ຂັດ​ແຍ່ງ​ກັນ​ກັບ​ເກົາຫລີ​ເໜືອ​ນັ້ນ​
ເລີ້ມ​ແຕ່​ວັນ​ພະຫັດ​ຈະ​ມາ​ນີ້​ເປັນ​ຕົ້ນໄປ ອັນ​ເປັນ​ການ​ເຄື່ອນ​ໄຫວ​ຕອບ​ຕໍ່​ການທີ່ກໍາປັ່ນ​ລົບ​ ຂອງຕົນລໍາ​ນຶ່ງ​ຈົມ​ນໍ້າ​ໄປ​ໃນເດືອນ​ມີນາ​ຜ່ານ​ມາ ທີ່ຖິ້ມໂທດ​ໃສ່​ເກົາຫລີ​ເໜືອນັ້ນ.


ກຸງ​ພຽງ​ຢ້າງ​ປະຕິ​ເສດ​ວ່າ ຕົນ​ບໍ່​ມີ​ສ່ວນ​ພົວພັນ​ໃດໆ​ກັບ​ການ​ຈົມ​ນໍ້າຂອງ ກໍາ​ປັ່ນ​ລົບ
Cheonan ນໍ້າໜັກ 1200 ​ໂຕນ ຊຶ່ງ​ໄດ້​ເຮັດ​ໃຫ້​ທະຫານ ເຮືອ​ຂອງ​ເກົາຫລີ​ໃຕ້ 46 ຄົນ
ເສຍ​ຊີວິດ​.


ເກົາຫລີ​ໃຕ້​ແລະ​ສະຫະລັດ​ໄດ້​ທຳ​ການ​ຊ້ອມ​ລົບ​ທາງ​ເຮືອ​ແລະ​ທາງ​ອາ ກາດ​ຮ່ວມ​ກັນ
ຄັ້ງໃຫຍ່​ ໃນ​ສັບປະດາ​ແລ້ວ​ນີ້​ ໃນ​ເຂດທະ​ເລ​ຍີ່ປຸ່ນ ທີ່ມີ​ວັດຖຸ​ປະສົງ​ເພື່ອ​ຍັບ​ຍັ້ງ​ການ​ຮຸກ​
ຮານ​ຈາກເກົາຫລີ​ເໜືອ​ນັ້ນ.

XS
SM
MD
LG