ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມເອກະຊົນເກົາຫລີໃຕ້ ໄປຮ່ວມໄວ້ອາໄລນໍາ ຜູ້ນໍາເກົາຫລີເໜືອ


ທ່ານນາງ Lee Hee-ho, ໃສ່ແວ່ນຕາ , ນາງໝ້າຍ ອະດີດປະທານາທິບໍດີ ກິມເດຈຸງ , ແລະທ່ານນາງ Hyun Jeong-eun, ຕຽມຂ້າມຊາຍແດນໄປຍັງເກົາຫລີເໜືອ ເພື່ອໄປຮ່ວມພິທີສົ່ງສະການອະດີດຜູ້ນໍາ ກິມຢອງອີລ.
ວັນທີ 26 ທັນວາ 2011.
ທ່ານນາງ Lee Hee-ho, ໃສ່ແວ່ນຕາ , ນາງໝ້າຍ ອະດີດປະທານາທິບໍດີ ກິມເດຈຸງ , ແລະທ່ານນາງ Hyun Jeong-eun, ຕຽມຂ້າມຊາຍແດນໄປຍັງເກົາຫລີເໜືອ ເພື່ອໄປຮ່ວມພິທີສົ່ງສະການອະດີດຜູ້ນໍາ ກິມຢອງອີລ. ວັນທີ 26 ທັນວາ 2011.

ຄະນະ​ຜູ້​ຕາງໜ້າເອກະ​ຊົນ​ເກົາຫລີ​ໃຕ້ 2 ກຸ່ມ​ໄດ້​ເດີນທາງ​ຂ້າມ​ຊາຍ​ແດນ​ທີ່ມີ​ການປ້ອງ
ກັນ​ຢ່າງ​ເຂັ້ມ​ງວດ​ເຂົ້າ​ໄປ​ໃນ​ເກົາຫລີ​ເໜືອ​ແລ້ວ ​ເພື່ອ​ໄປ​ສະ​ແດງ​ຄວາມໄວ້ອາ​ໄລ​ອາວ​ອນ
ນໍາມື້​ລາງ​ທ່ານ​ກິມຈອງ​ອີລ ຜູ້​ນໍາ​ເກົາຫລີ​ເໜືອ​ທີ່​ໄດ້​ເຖິງ​ແກ່ມໍລະນະ​ກໍາ​ໄປ​ໃນ​ວັນ​ທີ
17 ​ເດືອນ​ທັນວາເດືອນນີ້.

ຄະນະ​ຜູ້ຕາງໜ້າ​ດັ່ງກ່າວ​ແມ່ນ​ພາຍ​ໃຕ້​ການ​ນໍາພາ​ຂອງ​ນາງ​ໝ້າຍ​ຂອງ​ອະດີດ​ປະທານາ
ທິບໍດີ ກິມ​ເດ​ຈຸ​ງ ທີ່​ໄດ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ປະວັດ​ສາດ​ຂຶ້ນ​ຄັ້ງ​ທໍາ​ອິດ​ກັບ​ທ່ານ​ກີ​ມ
ຈອງ​ອີລ ​ໃນ​ປີ 2000 ​ແລະ​ທ່ານ​ນາງ Hyun Jeong-eun ປະທານ​ກຸ່ມ​ບໍລິສັດ Hyan
dai ຊຶ່ງ​ມື້​ລາງສາມາ​ຂອງ​ທ່ານ​ນາງ​ມີ​ສາຍ​ພົວພັນ​ກັບ​ເກົາຫລີ​ເໜືອ​ນັ້ນ.

ເກົາຫລີ​ໃຕ້​ອະນຸຍາດ​ໃຫ້​ກຸ່ມ​ເອກະ​ຊົນ​ພຽງແຕ່ 2 ກຸ່ມ​ເທົ່າ​ນັ້ນ​ໃຫ້​ໄປຢ້ຽມຢາມ​ແລະ​ໄປ
ສະ​ແດງ​ຄວາມ​ໄວ້ອາ​ໄລ​ອາວ​ອນນໍາ​ການ​ເຖິງ​ແກ່​ມໍລະນະ​ກໍາ​ຂອງ​ທ່ານ​ກີ​ມຢອງ​ອີລນັ້ນ
ແລະ​ພວກ​ຄະນະ​ຜູ້ຕາງໜ້າ​ເຫລົ່ານີ້​ຈະ​ຢູ່​ໃນ​ເກົາຫລື​ເໜືອ​ເພື່ອ​ເຂົ້າ​ຮ່ວມ​ໃນ​ພິທີ​ສົ່ງສະ
ການ​ມື້​ລາງຜູ້​ນໍາ​ເກົາຫລີ​ເໜືອ​ຊຶ່ງ​ກໍານົດ​ຈະ​ມີ​ຂຶ້ນ​ໃນ​ວັນ​ພຸດ​ສັບປະດາ​ນີ້.

ກຸງ​ພຽງຢ້າງ​ກ່າວ​ຫາລັດຖະບານ​ກຸງ​ໂຊນ​ວ່າ ປ້ອງ​ກັນ​ບໍ່​ໃຫ້​ພວກ​ຊາວ​ເກົາຫລີ​ໃຕ້​ຄົນ
ອື່ນໆ​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ເພື່ອ​ໄປ​ໄວ້​ອາລ​ໄອາວ​ອນນໍາ​ມື້​ລາງ​ຜູ້​ນໍາ​ເກົາຫລີ​ເໜືອ
ແລະ​ເຕືອນ​ວ່າ ການ​ເຄື່ອນ​ໄຫວ​ຢ້ຽມຢາມ​ດັ່ງກ່າວ​ສາມາດ​ເຮັດ​ໃຫ້​ສາຍ​ພົວພັນ​ລະ
ຫວ່າງ​ສອງ​ປະ​ເທດ​ເຄັ່ງ​ຕຶງ​ຂຶ້ນ​ໄດ້.

XS
SM
MD
LG