ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດສະໜັບສະໜຸນ ເກົາຫລີໃຕ້ເລື້ອງເຮືອຣົບຈົມນ


ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະລັດ ກ່າວ​ວ່າ ສະຫະລັດຈະ​ໃຫ້ການ​ສະໜັບສະໜຸນ​ຢ່າງ​ເຕັມ​ສ່ວນ​ຕໍ່ແຜນ
ການ​ຂອງ​ເກົາຫລີ​ໃຕ້ທ່ີ​ຈະ​ລົງ​ໂທດ​ເກົາຫລີ​ເໜືອ​ທ່ີ​ເປັນ​ຜູ້​ເຮັດ​ໃຫ້​ກຳ​ປັ່ນຣົບລຳ​ນຶ່ງ​ຂອງກອງທັບ​ເຮືອ​ເກົາຫລີ​ໃຕ້​ຈົມ​ນ້ຳ
ໄປ​ນັ້ນ.
ຖະ​ແຫລ​ງການສະບັບ​ນຶ່ງ​ຂອງ​ທຳນຽບຂາວ​ທ່ີ​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ຕອນເຊົ້າ​ວັນ​ຈັນ​ມື້​ນີ້ ກ່າວ​ວ່າ ທ່ານ​ໂອ​ບາ​ມາ​ໄດ້
ສັ່ງ​ໃຫ້​ພວກ​ຜູ້ບັນຊາ​ການ​ກອງທັບ​ຂອງ​ທ່ານ​ປະສານ​ງານ​ກັນ​ຢ່າງ​ໃກ້ຊິດ​ກັບ​ພວກ​ຜູ້​ບັນຊາການ​ກອງທັບ​ເກົາຫລີ​ໃຕ້​
ເພື່ອ​ໃຫ້​ໝັ້ນ​ໃຈ​ກ່ຽວ​ກັບ​ຄວາມ​ຕຽມ​ພ້ອມແລະ​ເພື່ອຍັບ​ຍັ້ງ​ໃນ​ການ​ຮຸກ​ຮານ​ໃນ​ອະນາຄົດ​ນັ້ນ.
ສຽງ…… ນັ້ນ​ແມ່ນ​ຖ້ອຍ​ຖະ​ແຫລ​ງຂອງ​ທ່ານ​ຄລິນ​ຕັນ
ທ່ີ​ກຸງ​ປັກ​ກິ​ງ​ໃນ​ວັນ​ຈັນ​ມື້​ນີ້ ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ​ເອີ້ນ​ສະຖານະການ​ດັ່ງກ່າວ​ຢູ່​ໃນ​ຂັ້ນ​ອັນຕະລາຍ ​ແລະ​ກ່າວ​ວ່າ
ທ່ານ​ນາງ​ກຳລັງ​ທຳ​ການ​ປຶກສາ​ຫາລື​ກັນ​ຢ່າງ​ເຄັ່ງຂຶມ​ກັບ​ຈີນ​ແລະ​ກັບປະ​ເທດ​ອື່ນໆ​ໃນ​ເລື້ອງນີ້. ທ່ານ​ນາງຄລິນ​ຕັນ​ກ່າວ​ຕ່ືມ​ວ່າ
ທ່າ​ນນາງ​ຈະ​ທຳ​ການ​ຢ້ຽມຢາມ​ກຸງ​ໂຊນ​ໃນ​ວັນ​ພຸດ​ສັບປະດາ​ນີ້​ເພື່ອ​ທຳ​ການ​ປຶກສາ​ຫາລື​ກັນ​ເພີ່ມ​ອີກ.
ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້ ທ່ານ​ຫລີມິ​ອອງພັກ ປະທານາທິບໍດີ​ເກົາຫລີໃຕ້​ກ່າວ​ຕໍ່​ຜູ້​ຟັງ​ທົ່ວ​ປະ​ເທດ​ທາງ​ໂທລະພາບ​ວ່າ ລັດ
ຖະບານ​ຂອງ​ທ່ານຈະ​ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໜັ້ນຄົງ​ສະຫະ​ປະຊາ​ຊາດ​ລົງ​ໂທດ​ເກົາຫລີ​ເໜືອ ​ແລະ​ທ່ານ​ເວົ້າ​ຕື່ມ​ວ່າ
ພວກ​ເຮືອ​ພານິດ​ຂອງ​ເກົາຫລີ​ເໜືອ​ຈະ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ແລ່ນ​ໃນ​ນ່ານນ້ຳຂອງ​ເກົາຫລີ​ໃຕ້​ຕໍ່​ໄປ​ອີກ ​ແລະ
ການ​ຄ້າແລະ​ການ​ແລກປ່ຽນ​ກັນລາຍ​ສຳຄັນ​ກັບ​ເກົາຫລີ​ເໜືອ​ຈະ​ຖືກ​ຢຸດ​ໄວ້​ເສຍ​ກ່ອນ.
ໃນ​ວັນ​ຈັນ​ມື້​ນີ້ ເກົາຫລີ​ເໜືອ​ໄດ້​ຂົ່ມຂູ່​ຈະຍິງ​ເຄື່ອງ​ໂທລະ​ໂຄ່ງໂຄສະນາ​ຊວນ​ເຊື່ອຢູ່ໃຕ້​ຊາຍ​ແດນ​ຂອງ​ຕົນ ຖ້າ​ເກົາຫລີ​ໃຕ້
ຫາກຈັດ​ຕັ້ງ​ເຄື່ອງ​ເຫລົ່ານີ້​ຄືນ​ນັ້ນ.
ການ​ເຕືອນ​ທ່ີ​ວ່າ​ນີ້​ມີ​ຂຶ້ນ​ໃນ​ເວລາ​ບໍ່​ດົນ​ຫລັງ​ຈາກ​ທ່ານ Kim Tae-yong ລັດຖະມຸນຕີ​ປ້ອງກັນປະ​ເທດ​ເກົາຫລີ​ໃຕ້
ກ່າວ​ວ່າ ​ເກົາຫລີໃຕ້​ຈະ​ເລີ້ມ​ການ​ອອກ​ອາກາດ​ຂອງ​ຕົນ​ຄືນ​ໃນ​ຖານະ​ເປັນ​ພາກສ່ວນນຶ່ງ​ຂອງ​ການ​ລົງ​ໂທດ​
ຕໍ່​ເກົາຫລີ​ເໜືອ​ທ່ີໄດ້​ເຮັດ​ໃຫ້ກຳ​ປັ່ນຣົບລຳ​ນຶ່ງຂອງ​ເກົາຫລີ​ໃຕ້​ຈົມ​ນ້ຳ​ໄປ​ນັ້ນ.

XS
SM
MD
LG