ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດແລະເກົາຫລີໃຕ້ ຊ້ອມລົບຮ່ວມກັນອີກ


ເກົາຫລີ​ໃຕ້​ແລະ​ສະຫະລັດ​ໄດ້​ເລີ້ມທໍາການ​ຊ້ອມ​ລົບຮ່ວມ​ກັນ ​ອີກ​ຮອບ​ໃໝ່ ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ພົວພັນ​ກັບ​ກໍາລັງ​ສະຫະລັດ​ປະມານ 30 ພັນ​ຄົນ ແລະ​ກໍາລັງ​ເກົາຫລີ​ໃຕ້ 56 ພັນ​ຄົນ.

ການ​ຊ້ອມ​ລົບ​ທາງ​ຄອມ​ພີ​ວ​ເຕີ ​ເປັນ​ເວລາ 10 ມື້ເທື່ອ​ນີ້ ນັບ​ວ່າ ​ເປັນ​ການ​ຊ້ອມ​ລົບ​ຮ່ວມ​ຄັ້ງ​ໃຫຍ່​ຮອບທີ​ສອງ​ ໃນ​ເວລາ​ບໍ່​ຮອດ 1 ​ເດືອນ ​ແລະ​ມີ​ຂຶ້ນ​ຫລັງ​ຈາກ​ເຮືອ​ລົບ​ລໍາ​ນຶ່ງ​ຂອງ​ເກົາຫລີ​ໃຕ້​ ຈົມ​ນໍ້າ​ໃນ​ຕົ້ນປີ​ນີ້ ຊຶ່ງ​ໄດ້​ເຮັດໃຫ້​ທະຫານ​ເຮືອ​ຂອງ​ເກົາຫລີ​ໃຕ້ ​ເສຍ​ຊີວິດ​ໄປ 46 ຄົນ​ນັ້ນ.

ການ​ຊ້ອມ​ລົບ​ທີ່​ມີ​ລ​ະຫັດ​ວ່າ “Ulchi Freedom Guardian” ເປັນ​ການ​ຊ້ອມ​ລົບ ຈໍາລອງການ​ສະກັດ​ກັ້ນ​ການ​ໂຈມ​ຕີ​ດ້ວຍ​ອາວຸດ​ນີວ​ເຄລຍ ລູກ​ສອນ​ໄຟ ​ແລະ​ເຮືອດໍາ​ນໍ້າ ຂອງ​ເກົາຫລີ​ເໜືອ​.

ເກົາຫລີ​ເໜືອ​ເຕືອນ​ວ່າ ກອງທັບຂອງ​ຕົນ​ຈະ​ທໍາ​ການ​ຕອບ​ໂຕ້ຢ່າງບໍ່ປານີ​ ຕໍ່​ການ​ຊ້ອມ​ລົບ​ຮ່ວມທີ່​ວ່າ​ນີ້. ກຸງ​ພຽງ​ຢ້າງໄດ້​ອອກ​ຄໍາ​ຂູ່​ ໃນທໍານອງ​ດຽວ​ກັນ​ ໃນ​ການ​ຕອບ​ໂຕ້​ຕໍ່​ການ​ຊ້ອມ​ລົບ​ຕ້ານເຮືອ​ດໍາ​ນໍ້າຂອງ​ເກົາຫລີ​ໃຕ້​ ທີ່​ມີ​ຂຶ້ນ​ໃນ​ສັບປະດາ​ຜ່ານ​ມາ​ຢູ່​ນອກ​ຝັ່ງ​ທະເລ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຕົນ.

ປະທານາທິບໍດີ ຫລີ​ມິ​ອອງພັກ ​ແຫ່ງ​ເກົາຫລີ​ໃຕ້ ​ໃນ​ວັນ​ຈັນ​ມື້​ນີ້ ​ໄດ້​ເອີ້ນການຊ້ອມ​ລົບ ເທື່ຶອຫລ້າ​ສຸດ​ນີ້ວ່າ ​ແມ່ນ​ການ​ຊ້ອມ​ລົບ​ເພື່ອ​ສັນຕິພາບ ​ແລະເພື່ອການ​ສະກັດ​ກັ້ນ.

XS
SM
MD
LG