ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີໃຕ້ສະເໜີແຜນການທ້ອນໂຮມ ກັບເກົາຫລີເໜືອ


ປະທານາທິບໍດີ​ເກົາຫລີ​ໃຕ້​ໄດ້​ສະ​ເໜີ​ແຜນການ​ນຶ່ງ​ເພື່ອ​ທ້ອນໂຮມປະ​ເທດ​ກັບ​ເກົາຫລີ​ເໜືອ​ ໂດຍ​ກ່າວ​ວ່າ ການ​ທ້ອນ​ໂຮມ​ເຂົ້າກັນ​ຄືນ​ ຈະ​ມີຂຶ້ນຢ່າງ​ແນ່ນອນ.

ໃນ​ການ​ກ່າວ​ປາ​ໄສ​ທາງ​ໂທລະພາບ​ເພື່ອ​ເປັນ​ຂີດ​ໝາຍ​ວັນຄົບຮອບ 65 ປີ​ແຫ່ງ​ການ​ປົດ​ ປ່ອຍ​ແຫລມ​ເກົາຫລີ​ຈາກ​ການປົກຄອງ​ເປັນ​ຫົວ​ເມືອງ​ຂຶ້ນຂອງ​ຍີ່ປຸ່ນ ປະທານາທິບໍດີຫລີມິ​ອອງພັກ ກ່າວ​ວ່າ ມັນເຖິງເວລາແລ້ວ​ສໍາ​ລັບ​ກະກຽມ​ບາດກ້າວຕ່າງໆ​ເພື່ອ​ທ້ອນ​ໂຮມ​ເຂົ້າ​ກັນ ກັບເກົາຫລີ​ເໜືອ​ນັ້ນ.

ທ່ານ​ຫລີ​ໄດ້​ສະ​ເໜີໂດຍ​ສັງ​ເຂ​ບ ແຜນການ 3 ຂັ້ນຕອນທີ່​ຮວມທັງ​ພາ ສີການ​ທ້ອນ ​ໂຮມ​ກັນຄືນ ​ເພື່ອຊົດ​ເຊີຍ​ພາລະແບກ​ຫາບ​ທາງ​ດ້ານ​ການ​ເງິນ​ອັນໜັກໜ່ວງ​ ທີ່​ຈະ​ມີ​ຂຶ້ນ​ໃນ​ລະ ຫວ່າງ ການ​ຮວມເອົາເກົາຫລີ​ເໜືອ​ທີ່ທຸກ​ຍາກ​ທີ່​ສຸດ​ ​ເຂົ້າ​ກັບເສດຖະກິດ​ ທີ່​ແຂງ​ແຮງ​ຂອງ​ເກົາຫລີ​ໃຕ້​ນັ້ນ. ທ່ານ​ຫລີ​ກ່າວ​ຊີ້​ແຈງ​ວ່າ ການ​ຢູ່​ຮ່ວມ​ກັນ​ຢ່າງ​ສັນຕິ​ຈະ​ນໍາ​ໄປ​ສູ່ ​ການ​ຮ່ວມ​ມື​ກັນ​ທາງ​ດ້ານ​ເສດຖະກິດ ​ແລະ​ປະຊາ​ຄົມແຫ່ງ​ຊົນ​ຊາດ​ດຽວ ຫລັງ​ຈາກ​ນັ້ນ.

XS
SM
MD
LG