ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດແລະເກົາຫລີໃຕ້ ຈະທໍາການຊ້ອມລົບຮ່ວມກັນ ຕໍ່ໄປ


ພົນເຮືອເອກ Mike Mullen ຫົວໜ້າເສນາທິການຮ່ວມສະຫະລັດ ຈັບມືກັບຄູ່ຕໍາແໜ່ງຈາກເກົາຫລີໃຕ້ ນາຍພົນ Han Min-koo ທີ່ກຸງໂຊລ,
ວັນທີ 8 ພະຈິກ 2010.
ພົນເຮືອເອກ Mike Mullen ຫົວໜ້າເສນາທິການຮ່ວມສະຫະລັດ ຈັບມືກັບຄູ່ຕໍາແໜ່ງຈາກເກົາຫລີໃຕ້ ນາຍພົນ Han Min-koo ທີ່ກຸງໂຊລ, ວັນທີ 8 ພະຈິກ 2010.

ຫົວ​ໜ້າ​ເສນາ​ທິການ​ຮ່ວມ​ຂອງກອງທັບ​ສະຫະລັດ ກ່າວ​ວ່າ
ສະຫະລັດ​ແລະ​ເກົາຫລີ​ໃຕ້​ຈະ​ສືບ​ຕໍ່ທໍາ​ການ​ຊ້ອມ​ລົບ​ຮ່ວມ
ຕິດ​ຕໍ່​ກັນ​ໄປ ​ເພື່ອ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ຂອງ​ເກົາຫລີ​ເໜືອ​
ໃສ່ເກາະ​ນຶ່ງ​ຂອງ​ເກົາຫລີ​ໃຕ້​ໃນ​ເດືອນ​ແລ້ວນັ້ນ.

ນອກ​ນີ້ ພົນ​ເຮືອ​ເອກ Mike Mullen ຍັງ​ໄດ້ກ່າວ​ຢໍ້າຕື່ມ​ອີກ​ ເຖິງ​ຄວາມ​ໝັ້ນ​ໝາຍ​ຂອງ​ອະ​ເມ​ຣິກາ​ຕໍ່​ການ​ປ້ອງ​ກັນ​ເກົາຫລີ​ໃຕ້ ຫລັງ​ຈາກ​ການ​ພົບ​ປະ​ຫາລື​ກັນ​ຢູ່​ທ່ີ​ກຸງ​ໂຊນ​ໃນ​ວັນ​ພຸດ​ມື້​ນີ້.

ນາຍພົນ Mullen ກ່າວ​ຕື່ມ​ວ່າ ທ່ານ​ຫວັງ​ວ່າ ພວກ​ປະ
ເທດ​ເພື່ອນ​ບ້ານ​ຂອງ​ເກົາຫລີ​ໃຕ້ໂດຍ​ສະ​ເພາະຍີ່ປຸ່ນ ຈະ​ເຂົ້າ​ຮ່ວມ​ໃນ​ການ​ກະກຽມ​ເພື່ອ
ທໍາ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ໃດໆ ທີ່ອາດຈະ​ມີ​ຂຶ້ນໃນ​ອະນາຄົດຈາກ​ເກົາຫລີ​ເໜືອ​ນັ້ນ.

ໃນ​ກອງ​ປະຊຸມ​ຖະ​ແຫລ​ງ​ຂ່າວ ນາຍ​ພົນ Mullen ​ໄດ້​ໃຫ້​ຂໍ້​ສັງ​ເກດເຖິງການ​ພົບ​ປະ​ຫາລື​ກັນຄັ້ງ​ປະວັດ​ສາດ​ທີ່ກຸງ​ວໍ​ຊິງ​ຕັນ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ລະຫວ່າງ​ພວກ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ​ເກົາຫລີ​ໃຕ້​ແລະ​ຍີ່ປຸ່ນ. ນາຍ​ພົນ Mullen ກໍານົດ​ຈະ​ເດີນ
ທາງໄປ​ຍັງ​ກຸງ​ໂຕ​ກຽວ​ໃນ​ຕອນ​ແລງ​ວັນ​ພຸດ​ມື້​ນີ້ ​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັບ​ບັນດາ
ເຈົ້າ​ໜ້າ​ທີ່ຍີ່ປຸ່ນ.

ນອກ​ນັ້ນ ທ່ານ Mullen ຍັງ​ໄດ້​ກ່າວ​ຍ້ອງຍໍ​ສັນລະ​ເສິນ​ພວກ​ຜູ້​ນໍາ​ເກົາຫລີ​ໃຕ້​ເຊ່ນ​ກັນ ສໍາລັບ​ການ​ຍັບ​ຍັ້ງ​ຊັ່ງ​ໃຈຂອງ​ເຂົາ​ເຈົ້າ​ຕໍ່​ໜ້າ​ກັບ​ການ​ໂຈມ​ຕີ​ດ້ວຍ​ປືນ​ໃຫຍ່​ຂອງເກົາ​ຫລີ​ເໜືອ​ໃສ່​ເກາະ Yeonpyeong ຊຶ່ງ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ 4 ຄົນ​ນັ້ນ. ​ແຕ່​ທ່ານ Mullen ​ເຕືອນ​ວ່າ ກຸງ​ພຽງ​ຢ້າງ​ບໍ່​ຕ້ອງ​ເຂົ້າ​ໃຈ​ຜິດ​ຄິດວ່າ ຄວາມຍັບ​ຍັ້ງຊັ່ງ​ໃຈ ກໍ​ຄື​ຄວາມ​ເຕັມ​ໃຈທີ່ຈະ​ປະ
ປ່ອຍ​ໃຫ້ມີການ​ໂຈມ​ຕີ​ອີກໃນ​ອະນາຄົດ​ ​ໂດຍປາສະ​ຈາກ​ການໂຕ້​ຕອບ​ຄືນ​ນັ້ນ.

XS
SM
MD
LG