ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຮຽກຮ້ອງ ໃຫ້ສະຫະລັດ ແລະພັນທະມິດ ພົບປະກັນ ເລື່ອງແຫລມເກົາຫລີ


ທ່ານນາງ Jiang Yu ໂຄສົກກະຊວງການຕ່າງປະເທດຈີນ ກ່າວຕໍ່ກອງປະຊຸມນັກຂ່າວທີ່ກຸງປັກກິງ. ວັນທີ 7 ທັນວາ 2010
ທ່ານນາງ Jiang Yu ໂຄສົກກະຊວງການຕ່າງປະເທດຈີນ ກ່າວຕໍ່ກອງປະຊຸມນັກຂ່າວທີ່ກຸງປັກກິງ. ວັນທີ 7 ທັນວາ 2010


















ຈີນ​ກໍາລັງ​ຮຽກຮ້ອງ​ອີກ​ຄັ້ງ​ໃໝ່​ ໃຫ້​ສະຫະລັດ​ແລະ​ບັນດາ​ພັນທະ​ມິດ​ຂອງສະຫະລັດ ໃຫ້​ແບກ​ຫາບ​ເອົາ​ເອົາ​ຄວາມ​ຮັບຜິດຊອບຂອງ​ພວກ​ຕົນ​ ໂດຍ​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ລະດັບ​ຂົງ​ເຂດ​ກັບ​ເກົາຫລີ​ເໜືອ​ ເພື່ອ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ໃນ​ຂົງ​ເຂດ.

ໂຄສົກ​ຍິງ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ຮຽກຮ້ອງ​ອີກ​ຄັ້ງ​ໃໝ່​ໃນ​ວັນອັງຄານ​ມື້​ນີ້ ​ໃນ​ຂະນະ​ທີ່​ປະທານາທິບໍດີ​ເກົາຫລີ​ໃຕ້​ເປີດ​ເຜີຍແຜນການ​ ທີ່ເທົ່າ​ກັບຈະຫັນປ່ຽນ 5 ​ເກາະໃນ​ເຂດຊາຍ​ແດນ​ໃຫ້​ເປັນ​ປ້ອມປາການ​ແທ້ໆ. ​ໃນ​ວັນ​ຈັນ​ວານ​ນີ້ ທີ່​ກຸງ​ວໍ​ຊິງຕັນ ​ພວກ​ລັດຖະມົນ
ຕີ​ການ​ຕ່າງປະ​ເທດ​ຈາກ​ຍີ່ປຸ່ນ​ແລະ​ເກົາຫລີ​ໃຕ້​ໄດ້​ຮ່ວມ​ກັບ​ລັດຖະມົນຕີ​ການ​ປະ​ເທດ​ສະຫະລັດ​ ທ່ານ​ນາງ ຮີນ​ລາຣີ ຄລິນ​ຕັນ ຮຽກຮ້ອງ​ໃຫ້​ລັດຖະບານ​ກຸງ​ພຽງ​ຢາງເອົາ​ບາດກ້າວຕ່າງໆ​ໃນ​ທາງ​ບວກ​ເສຍ​ກ່ອນ ຈຶ່ງ​ ຈະ​ມີ​ການ​ພົບ​ປະກັນ​ໄດ້.

ທ່ານ​ນາງ Jiang Yu ໂຄສົກປະ​ຈໍາ​ກະຊວງ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ ຄວາມ​ຮັບຜິດຊອບ​ເພື່ອ​ຮັກສາ​ໄວ້​ຊຶ່ງ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ ຄວນຈະເປັນພາລະ​ຂອງທຸກ​ພັກ​ຝ່າຍ​ໃນ​ຂົງ​ເຂດ ​ແລະ​ທ່ານ​ນາງ​ໄດ້​ກ່າວຄໍາຮຽກຮ້ອງ​ຂອງ​ຈີນ​ອີກ​ເທື່ອໃໝ່​ ​ໃຫ້​ທຸກ​ພັກ​ຝ່າຍ​ໃນ​ຂົງ​ເຂດ​ພົບ​ປະກັນ​ ເພື່ອ​ທໍາ​ການໂອ້ລົມ​ສົນທະນາ​ແລະ​ເຈລະຈາ​ກັນ.

ທີ່​ເກົາຫລີ​ໃຕ້ ການ​ຊ້ອມ​ລົບໄດ້​ດໍາ​ເນີນ​ສືບ​ຕໍ່​ມາ ລ່ວງ​ໜ້າການ​ເດີນທາງ​ໄປ​ເຖິງ ​ເພື່ອ​ທໍາ​ການຢ້ຽມຢາມ​ ຂອງພົນ​ເຮືອ​ເອກ Mike Mullen ຫົວໜ້າ​ກອງທັບສະຫະລັດ ​ໃນ​ວັນ​ພຸດ​ມື້​ອື່ນ​ນີ້.

XS
SM
MD
LG