ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີໃຕ້ ແລະເກົາຫລີເໜືອ ຍິງປືນໃຫຍ່ໃສ່ກັນ


ພວກທະຫານເກົາຫລີເໜືອ ສັງເກດເບິ່ງການເຄຶ່ອນໄຫວ ຢູ່ໃນເຂດຊາຍແດນ ຕິດກັບເກົາຫລີໃຕ້
ພວກທະຫານເກົາຫລີເໜືອ ສັງເກດເບິ່ງການເຄຶ່ອນໄຫວ ຢູ່ໃນເຂດຊາຍແດນ ຕິດກັບເກົາຫລີໃຕ້

ເຈົ້າໜ້າທີ່ເກົາຫລີໃຕ້ກ່າວວ່າ ເກົາຫລີເໜືອແລະເກົາຫລີໃຕ້​ໄດ້​ຍິງ​ປືນ​ໃຫຍ່ ໃສ່ກັນແລະກັນ ​ໃນວັນພຸດມື້ນີ້ ຢູ່ເຂດນຶ່ງ​ໃກ້ກັບຊາຍແດນທີ່ເຄັ່ງຕຶງຕິດກັບ ເກົາຫລີເໜືອນັ້ນ.

ລາຍງານຂ່າວໃນເບຶ້ອງຕົ້ນກ່າວວ່າ ທັງສອງຝ່າຍ​ໄດ້ຍິງປືນໃຫຍ່ໃສ່ກັນ ຄົນ​ລະສາມລູກ
ຊື່​ງສ່ວນໃຫຍ່ໄດ້​ໄປຕົກລົງທະເລ ບໍ່ຮອດຊາຍແດນ. ຍັງບໍ່ມີຫລັກຖານຂອງ​ຜົນເສຍຫາຍ
ຫລື ຜູ້ໄດ້ຮັບບາດເຈັບໃນທັນທີນີ້​ເທື່ອ.

ກະຊວງປ້ອງກັນປະເທດເກົາຫລີໃຕ້ ກ່າວວ່າ ກອງທັບເຮືອຂອງຕົນໄດ້ ຍິນສຽງປືນໃຫຍ່
3 ລູກ ທີ່ຍິງມາຈາກເກົາຫລີເໜືອ ໃນອັນທີ່ອາດເປັນການຊ້ອມລົບກັນ. ໂຄສົກຄົນນຶ່ງກ່າວວ່າ ເກົາຫລີໃຕ້ກໍໄດ້ຍິງຕອບຄືນ ສາມລູກເຊັ່ນກັນ ທີ່ໄປຕົກຢູ່​ໃກ້ເຂດຊາຍແດນ.

ລາຍ​ງານ​ຂ່າວອ້າງເອົາຄໍາເວົ້າເຂອງຈົ້າໜ້າທີ່ກະຊວງປ້ອງກັນປະເທດທ່ານນຶ່ງ ທີ່ເວົ້າວ່າ ລູກປືນໃຫຍ່ຂອງເກົາຫລີເໜືອໄດ້ ຕົກລົງໃສ່ເຂດດຽວກັນກັບບ່ອນທີ່ເກົາຫລີເໜືອ ໄດ້ສັງ ຫານຊາວເກົາຫລີໃຕ້ສີ່ຄົນ ໃນການ​ໂຈມ​ຕີ​ດ້ວຍປືນໃຫຍ່ ໃນເດືອນພະຈິກປີຜ່ານມານີ້.

ການໂຈມຕີຂອງ​ເກົາຫລີ​ເໜືອ​ໃນ​ຄັ້ງ​ນັ້ນ ໄດ້ມີຂຶ້ນ​ເພື່ອ​ເປັນການຕອບໂຕ້ຕໍ່ການຊ້ອມລົບ
ຂອງເກົາຫລີໃຕ້ ທີ່ເກາະ Yeonpyeong ຊຶ່ງເປັນເກາະນ້ອຍໆ ຢູ່​ໃກ້ຊາຍແດນທາງທະ​ເລ
​ລະຫວ່າງ​ສອງ​ເກົາຫລີ​ນັ້ນ. ເກົາຫລີເໜືອໄດ້ຍິງປືນໃຫຍ່ ຫລາຍກວ່ານຶ່ງຮ້ອຍລູກໃສ່ເກາະ
ດັ່ງກ່າວ ຍັງຜົນໃຫ້ທະຫານເຮືອສອງຄົນ ແລະພົນລະເຮືອນສອງຄົນເສຍຊີວິດ.

ການໂຈມຕີບັ້ນດັ່ງກ່າວ ໄດ້ສ້າງ​ຄວາມ​ເສຍຫ​າຍຢ່າງໜັກ​ໃຫ້​ແກ່ຄວາມສໍາພັນລະຫວ່າງ
ສອງເກົາຫລີ ທີ່ຢູ່​ໃນ​ສະພາບ​ເຄ່ງ​ຕຶງ​ຢູ່​ແລ້ວ ຍ້ອນເຫດການຈົມເຮືອລົບເກົາຫລີໃຕ້ ໃນ
ເດືອນມີນາປີ 2010 ນັ້ນ.

XS
SM
MD
LG