ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກ​ຜູ້​ເຖົ້າ ​ເກົາຫຼີໃຕ້ ​ແລະ ເກົາຫຼີເໜືອ ​ອໍາ​ລາ​ ພາ​ຈາກກັນ (ວີດີໂອ)


ນາງ Lee Chun Hwa (ຂວາ) ໄດ້ຮັບການກອດຈູບຈາກນ້ອງສາວ
ຂອງລາວ ນາງ Lee Chun Son ຈາກເກົາຫລີເໜຶອ (ຊ້າຍ)
ນາງ Lee Chun Hwa (ຂວາ) ໄດ້ຮັບການກອດຈູບຈາກນ້ອງສາວ ຂອງລາວ ນາງ Lee Chun Son ຈາກເກົາຫລີເໜຶອ (ຊ້າຍ)
ພວກ​ຜູ້​ເຖົ້າ​ເກົາຫລີໃຕ້ ​ໄດ້​ອໍາ​ລາ​ພາ​ຈາກບັນດາ​ຍາດຕິ​ພີ່ນ້ອງ
ໃນ​ເກົາຫລີ​ເໜືອ ດ້ວຍນໍ້າຕາ ໃນວັນ​ເສົາ​ມື້​ນີ້ ຫລັງ​ຈາກ​ໄດ້​ພົບ
​ພໍ້​ກັນພຽງລະຍະ​ສັ້ນໆ ​ເປັນ​ເທື່ອທໍາ​ອິດ​ ນັບ​ຕັ້ງ​ແຕ່ເຂົາ​ເຈົ້າ​ໄດ້
​ພັດ​ພາກ​ຈາກ​ກັນຍ້ອນ​ສົງຄາມໃນແຫຼມ​ເກົາຫລີ ​ເມື່ອ​ຕົ້ນຊຸມ​ປີ
1950.

ການ​ເຕົ້າ​ໂຮມ​ພົບ​ພໍ້​ກັນຢ່າງຕື່ນ​ເຕັ້ນໂສກ​ເສົ້າ ​ໄດ້​ເລີ້ມຂື້ນໃນ​
ວັນ​ພະຫັດຜ່ານມານີ້ ທີ່​ບ່ອນ​ຕາກ​ອາກາດເທິງພູKumgang
ໃນເຂດແຄມຝັ່ງທະເລ ທາງກໍ້າຕາ​ເວັນ​ອອກຂອງເກົາຫຼີ​ເໜືອ.
ຊາວ​ເກົາຫລີ​ໃຕ້ 82 ຄົນ ​ແລະຊາວ​ເກົາຫຼີ​ເໜືອ 180 ຄົນ​ ໄດ້​
ໃຊ້​ເວລາຢູ່ນຳກັນ ເພື່ອໃຫ້ເປັນ​ທີ່​ລຶ້​ງ​ເຄີຍກັນຄືນອີກ​ ​ແລກປ່ຽນ​ຂອງຂວັນ​ແລະ​ຮູບ​ພາບ​ສະມາຊິກ​ຄອບຄົວ ທີ່ຕ່າງ​ຝ່າຍກໍ​ບໍ່ຮູ້​ວ່າຍັງ​ມີ​ຊີວິດ​ຢູ່.

ກຸ່ມ​ທີ​ສອງ​ຂອງບັນດາ​ຄອບຄົວ ຈະ​ພົບ​ກັນ​ພໍ້​ກັນ​ຢູ່​ບ່ອນ​ຕາກ​ອາກາ​ດແຫ່ງນີ້ ​ໃນ​ວັນ​ອາ
ທິດມື້​ອື່ນນີ້. ນີ້ເປັນ​ເທື່ອທໍາ​ອິດ​ ໃນລະຍະກວ່າສາມ​ປີ ທີ່​ການ​ພົບ​ພໍ້​ກັນ​ໄດ້​ມີຂື້ນ. ການ
ພົບພໍ້ກັນ​ໃນ​ເທື່ອກ່ອນ ​ໄດ້​ຖືກ​ຍົກເລີກ​ໃນ​ນາ​ທີ​ສຸດ​ທ້າຍ ​ເພາະວ່າມີ​ຄວາມ​ເຄັ່ງ​ຕືງທາງ
​ດ້ານ​ການ​ເມືອງ.

ເບິ່ງວີດີໂອກ່ຽວຂ້ອງ:

Analysts: UN Report Fosters Korean Reunions
please wait

No media source currently available

0:00 0:02:14 0:00
ລິງໂດຍກົງ

ການ​ພົບ​ພໍ້​ກັນ​ໃນ​ຮອບ​ນີ້ ກໍ​ເຊັ່ນ​ດຽວ​ກັນ​ ​ເກືອບ​ໄດ້​ຖືກ​ຍົກເລີກ ​ເພາະວ່າ​ເກົາ ຫລີ​ເໜືອ
ບໍ່ພໍໃຈກັບ​ການຊ້ອມ​ລົບຮ່ວມທາງ​ທະຫານ ​ລະຫວ່າງເກົາຫລີ​ໃຕ້ ກັບສະຫະລັດ ທີ່​ຈະ​
ມີ​ຂື້ນ​ໃນ​ວັນ​ຈັນ​ ຈະ​ມາ​ເຖິງ​ນີ້.

ກຸງ​ພຽງ​ຢາງເຫັນ​ວ່າ ການ​ຊ້ອມ​ລົບນີ້ ​ເປັນ​ການ​ທ້າທາຍເກາະຜິດ ແລະຮຽກ​ຮ້ອງໃຫ້​ມີ
ການຍົກເລີກ ຍົກຍ້າຍ ຫຼືເລື່ອນເວລາອອກ​ໄປ. ​ແຕ່​ການ​ຕັດສິນ​ໃຈ ທີ່ຈະດໍາ​ເນີນ​ການ​
ຕໍ່ໄປ ໃນການຈັດໃຫ້ມີການພົບພໍ້ກັນນີ້ ​ໄດ້ເຮັດໃຫ້ຫຼາຍໆຄົນ ມີຄວາມຫວັງໄປໃນແງ່
ດີຢ່າງ​ລະມັດລະວັງ​ ​ກ່ຽວກັບການ​ປັບ​ປຸງຄວາມ​ສໍາພັນ ລະຫວ່າງສອງເກົາ​ຫລີ.

ສ່ວນ​ຄົນ​ອື່ນໆ​ກ່າວ​ວ່າ ການ​ເຕົ້າ​ໂຮມພົບພໍ້ກັນດັ່ງກ່າວນີ້ ​ບໍ່​ຊົງວ່າ​ຈະ​ນໍາພາໄປສູ່ການ
​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ​ໃດໆ ​ໂດຍ​ຊີ້​ໃຫ້ເຫັນ​ວ່າ ພຽງ​ແຕ່​ເດືອນ​ດຽວ​ເທົ່າ​ນັ້ນຫລັງ​ຈາກ​
ການ​ເຕົ້າ​ໂຮ​ມກັນໃນ​ເທຶ່ອ​ແລ້ວ​ ເມື່ອປີ 2010 ​ເກົາຫລີ​ເໜືອໄດ້​ໂຈມຕີເກາະດອນແຫ່ງ
ນຶ່ງ​ຂອງເກົາຫລີ​ໃ​ຕ້ ທີ່​ເຮັດໃຫ້​ຫ້າ​ຄົນ​ເສຍ​ຊີວິດ.

korea
please wait
Embed

No media source currently available

0:00 0:00:39 0:00
XS
SM
MD
LG